spot_img
Homeຂ່າວຕ່າງປະເທດເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

Published on

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່ 30% ເຮັດໃຫ້ກຳແພງພາສີສິນຄ້າຈີນເພີ່ມຂຶ້ນເປັນ 130% ໂດຍເລີ່ມມີຜົນ ວັນທີ 1 ພະຈິກ 2025.

ຄຳສັ່ງຂອງ ໂດນັລ ທຣຳ ມີຂຶ້ນເພື່ອຕອບໂຕ້ມາດຕະການຈຳກັດການສົ່ງອອກແຮ່ຫາຍາກຂອງຈີນ ເຊິ່ງເປັນສ່ວນປະກອບສຳຄັນໃນສິນຄ້າອຸປະໂພກບໍລິໂພກ ແລະ ຜະລິດຕະພັນທາງການທະຫານຫຼາຍຊະນິດ ພ້ອມຂູ່ຈະຍົກເລີກກຳນົດການພົບປຶກສາຫາລືກັບ ທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ໃນລະຫວ່າງກອງປະຊຸມຄວາມຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ ຫຼື APEC ທີ່ເກົາຫຼີໃຕ້ ໃນອີກ 2 ອາທິດຂ້າງໜ້າ.

ທ່ານ ທຣໍາ ໄດ້ອອກຄໍາສັ່ງດັ່ງກ່າວ, ຫຼັງຈາກທີ່ລັດຖະບານຈີນ ໄດ້ປະກາດຄຸມເຂັ້ມການສົ່ງອອກແຮ່ (Rare Earths) ເພື່ອປົກປ້ອງຜົນຂອງຊາດ ເຊິ່ງວ່າ ຈີນເປັນປະເທດທີ່ມີການຜະລິດແຮ່ Rare Earths ຫຼາຍທີ່ສຸດ ແລະ ວັດສະດຸສຳຄັນອື່ນໆ ເຊິ່ງເປັນສ່ວນປະກອບສຳຄັນສຳລັບການຜະລິດລົດຍົນ, ສະມາດໂຟນ ແລະ ສິນຄ້າອື່ນໆ ອີກຈຳນວນຫລາຍ.

ຫຼັງຈາກທີ່ທ່ານ ທຣຳ ປະກາດຂຶ້ນພາສີສິນຄ້າຈີນໃນຕົ້ນປີ ຈີນກໍ່ໄດ້ປະກາດຄວບຄຸມການສົ່ງອອກ ເຊິ່ງເຮັດໃຫ້ບໍລິສັດສະຫະລັດ ຫຼາຍແຫ່ງທີ່ຕ້ອງການເພິ່ງພາວັດສະດຸ ເກີດຄວາມບໍ່ພໍໃຈຫລາຍ ເຖິງຂະໜາດທີ່ບໍລິສັດຜະລິດລົດຍົນ Ford ຕ້ອງຢຸດຜະລິດຊົ່ວຄາວ.

ທີ່ຜ່ານມານັ້ນ ຜູ້ຊ່ຽວຊານທາງດ້ານການເງິນ ແລະ ນັກລົງທຶນທົ່ວໂລກຕ່າງສະແດງຄວາມກັງວົນຕໍ່ຄວາມເປັນໄປໄດ້ທີ່ຈະເກີດສົ່ງຄາມການຄ້າເຕັມຮູບແບບ ລະຫວ່າງ ສະຫະລັດ ກັບ ຈີນ ໂດຍພວກເຂົາເຕືອນວ່າການປະເຊີນໜ້າລະຫວ່າງສອງມະຫາອຳນາດນີ້ອາດສົ່ງຜົນກະທົບຕໍ່ຕະຫຼາດໂລກ ແລະ ເປັນຊະນວນໃຫ້ເກີດພາວະເສດຖະກິດທົດຖອຍໄດ້.

ແຫຼ່ງຂໍ້ມູນ: OFF Chainon 

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...