ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພາດຜ່ານແຂວງພາກເໜືອຫາພາກກາງຂອງປະເທດລາວດ້ວຍກຳລັງປານກາງ, ພ້ອມດຽວກັນສອງກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມພາກເໜືອຫາພາກກາງ ແລະ ກະແສລົມຕາເວັນອອກສ່ຽງໃຕ້ທີມີກຳລັງປານກາງພັດປົກຄຸມພາກໃຕ້, ຊຶ່ງລັກສະນະເຊັ່ນນີ້ ຍັງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກ້ວາງ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

