spot_img
Homeນານາສາລະສັນຍານພະຍາດຮ້າຍຈາກ ດວງຕາ

ສັນຍານພະຍາດຮ້າຍຈາກ ດວງຕາ

Published on

2

ດວງ​ຕາ ນອກ​ຈາກ​ຈະ​ໄວ້​ເບິ່ງ ​ແລະ ​ສື່​ສານ​ຄວາມ​ຮູ້ສຶກ​ແລ້ວ ດວງ​ຕາ ຍັງ​ເປັນ​ສ່ວນ​ສຳຄັນ​ໃນ​ການ​ພິຈາລະນາ​ພະຍາດ​ຕ່າງໆນໍາ​ອີກ​ ຫາກ​ສັງເກດ​ດີໆດວງ​ຕາ ຂອງ​ແຕ່​ລະ​ຄົນ​ນັ້ນ​ມີ​ລັກສະນະ​ບໍ່​ຄືກັນ​ດ້ວຍ​ລັກສະນະສີຕ່າງໆ​ທີ່​ປ່ຽນ​ໄປ​ຈາກ​ເກົ່າ ສາມາດ​ບອກ​ໄດ້​ວ່າ ເຮົາ​ເປັນ​ພະຍາດ​ຫັຍງ ມື້​ນີ້​ເຮົາ​ມີ​ອາການ​ຂອງດວງ​ຕາ ເບື້ອງ​ຕົ້ນ​ມາ​ຝາກ​ວ່າ​ຫາກ​ເກີດ​ການ​ປ່ຽນ​ແປງ​ກັບດວງ​ຕາ ເຮົາ​ຈະ​ສ່ຽງ​ເປັນ​ພະຍາດ​ຫຍັງ​ໄດ້​ນຳ

ທ່ານໝໍ ​ແອນ​ຣິວ ໄອ​ວາ​ລີ ຮອງ​ສາດສະດາ​​ຈານ​ຄິ​ນິກ​ ທີ່​ມະຫາ​ວິທະຍາ​ໄລ   ​ແຄ​ລິ​ຟໍ​ເນຍ ​ຊານ​ຟານ​ຊິດ​ໂກ ປະເທດ​ສະ​ຫະລັດ​ອາເມ​ລິ​ກາ ຜູ້​ອຳ​ນວຍ​ການ​ສູນ ​ຕໍ້​ຫີນ​ແຫ່ງ​ ຊານ​ຟານ​ຊິດ​ໂກ ອະທິບາຍ​ເຖິງ​ລັກສະນະ​ດວງ​ຕາ​ຜິດ​ປົກກະຕິ​ວ່າ ​ອາດ​ສຳພັນ​ກັບ​ບາງ​ພະຍາດ​ດັ່ງ​ຕໍ່ໄປນີ້

  • ຕາ​ແດ ຫາກ​ບໍລິເວນ​ເຍື່ອ​ຕາ​ຂາວ​ມີ​ເສັ້ນ​ເລືອດ​ນ້ອຍ​ໆ ຢູ່​ຫລາຍ ເມື່ອ​ເສັ້ນ​ເລືອດ​ເຫລົ່າ​ນີ້​ແຕກ ຕາ​ຈະ​ແດງກ່ຳ  ຈາກ​ການສຶກສາ ພົບ​ວ່າ​ອາການ​ຕາ​ແດງ​ໂດຍ​ບໍ່​ຮູ້​ສາ​ເຫດ ອາດ​ເປັນ​ສັນ​ຍານ​ຂອງ​ການ​ມີ​ພາ​ວະ​ຄວາມ​ດັນ​ເລືອດ​ສູງ ຫລື​ ບໍ່​ກໍ​ອາດ​ເກີດ​ຈາກ​ຄວາມ​ຜິດ​ປົກກະຕິ​ຂອງ​ເກັດ​ເລືອດ ຊຶ່ງ​ອາດ​ນຳ​ໄປ​ສູ່​ບັນຫາ​ເລືອດ​ຈັບ​ໂຕເປັນ​ກ້ອນໄດ້
  • ຕາ​ສວດ ຫາກ​ອາການ​ຕາ​ສວດ​ບໍ່​ໄດ້​ເປັນ​ໄປ​ຕາມ​ກຳມະພັນ ນັ້ນ​ອາດ​ໝາຍ​ເຖິງ​ກຳ​ລັງ​ ມີ​ບັນຫາ​ກ່ຽວກັບ ຮໍ​ໂມນ​ໄທ​ລອຍເຮັດວຽກ​ຜິດ​ປົກກະຕິ ຊຶ່ງ​ເຮັດໃຫ້​ເນື້ອ​ເຍື່ອ​ອ້ອມຮອບ ດວງ​ຕາ​ໂພງ​ຂຶ້ນ ຈົນ​ເຮັດໃຫ້​ຕາ​ດວງສວດ​ອອກ​ມາ
  • ສີ​ໃນຕາ​ປ່ຽນ​ໄປ ສີ​ໃນຕາ​ທີ່​ປ່ຽນ​ໄປ​ອາດ​ບົ່ງ​ບອກວ່າ ​ກຳ​ລັງ​ຖືກ​ຕໍ້​ຫີນ​ຄຸກຄາມ
  • ໜັງ​ຕາຕົກ ອາການ​ໜັງ​ຕາຕົກ ນອກ​ຈາກ​ຈະ​ເກີດ​ຈາກ​ອາຍຸ​ຫລາຍ​ແລ້ວ ໃນ​ບາງ​   ຄົນ ເປັນ​ອາການ​ຂອງ ມະ​ເຮັງ​ສະຫມອງ ຫລື​ ພະຍາດ​ກ້າມ​ເນື້ອ​ອ່ອນ​ແຮງ​ປະ​ເພດ​ໜຶ່ງ​ທີ່​ຈະ​ມີ​ອາການ​ໂດຍ​ສະເພາະ​ກ້າມ​ເນື້ອ​ນ້ອຍ​ໆ ບໍລິເວນ​ໜ້າ
  • ຕາ​ດຳ​ຜິດ​ປົກກະຕິ ຕາ​ດຳ​ທັງ​ສອງ​ເບື້ອງເຊືອກເຂົ້າຫາກັນ (ຍົກ​ເວັ້ນ​ໃນ​ບາງ​ຄົນ) ແລະ​ມັກ​ຈະ​ມີ​ຂະໜາດ​ເທົ່າ​ກັນ​ຕາມ​ທຳມະຊາດ ຕະຫລອດ​ຈົນ​ມີ​ປະຕິ​ກິ​ລິ​ຍາ​ຕອບສະຫນອງ​ຕໍ່​ແສງ​ຄືໆກັນ ຫາກ​ມີ​ຄວາມ​ຜິດ​ປົກກະຕິ​ເກີດ​ຂຶ້ນ ນັ້ນ​ອາດ​ບົ່ງບອກເຖິງ​ອາການ​ຂອງ​ພະຍາດ​ຫລອດ​ເລືອດ​ສະຫມອງ ເນື້ອ​ງອກ​ທີ່​ສະຫມອງ​ ຫລື ​ປະສາດ​ຕາ
  • ຕາ​ເຫລືອ ອາການ​ຕາ​ເຫລືອງ​ເກີດ​ຈາກ​ກາ​ລວມ​ໂຕ​ກັນ​ຂອງ​ສານ​ ບິ​ລິ​ລູ​ບິນ ສານ   ​ສີ​ເຫລືອງ​ທີ່​ມີ​ຢູ່ໃນ​ນ້ຳບີ ຊຶ່ງ​ເມື່ອ​ມີ​ບັນຫາ​ກ່ຽວກັບ​ຕັບ ຜູ້​ປ່ວຍ​ຈະ​ມີ​ສານ​ ບິ​ລິ​ລູ​ບິນ ​ໃນ​ກະ​ແສ​ເລືອດ​ສູງ​ກວ່າ​ປົກກະຕິ ຊຶ່ງ​ເຮັດໃຫ້​ເຍື່ອ​ຕາ​ເປັນ​ສີ​ເຫລືອງ ອາການ​ຕາ​ເຫລືອງ​ນີ້​ ບົ່ງບອກວ່່າເປັນ​ພະຍາດ​ຕັບ​ອັກ​ເສບ ພະຍາດ​ຕັບ​ແຂງ

ມື້​ນີ້​ຢ່າ​ລືມ​ແຍງແວ່ນ ຫລື ​ເບີ່ງຕາ​ຄົນ​ໃກ້​ໂຕ ເຊັກ​ສຸຂະພາບ​ກັນ​ແນ່

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...