Homeຂ່າວນໍ້າຖ້ວມປະຊາຊົນທີ່ຢູ່ຕາມລ້ອງນ້ຳເຊບັ້ງໄຟ ຈົ່ງມີສະຕິ ກຽມພ້ອມຮັບມືກັບໄພນ້ຳຖ້ວມ

ປະຊາຊົນທີ່ຢູ່ຕາມລ້ອງນ້ຳເຊບັ້ງໄຟ ຈົ່ງມີສະຕິ ກຽມພ້ອມຮັບມືກັບໄພນ້ຳຖ້ວມ

Published on

ຕາມການແຈ້ງເຕືອນ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ອງຝົນໄດ້ພາດຜ່ານເຂດພາກເໜືອ ຫາພາກກາງຂອງ ສປປ ລາວ ສົມທົບທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ທີ່ມີກຳລັງແຮງປານກາງພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງໄດ້ເຮັດໃຫ້ມີຝົນຕົກຕິດຕໍ່ກັນຫລາຍວັນ ໃນລະດັບຄ່ອຍຫາປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ເຮັດໃຫ້ລະດັບນ້ຳເຊບັ້ງໄຟສູງຂຶ້ນໄວສົມຄວນ ແລະ ອາດຈະສືບຕໍ່ສູງຂຶ້ນເຖິງເຂດລະວັງໄພ ແລະ ເຂດອັນຕະລາຍໄດ້ໃນໄລຍະ 2 ຫາ 3 ວັນຕໍ່ໜ້າເຊິ່ງ ຢູ່ໃນລະຫວ່າງວັນທີ 19-21 ກໍລະກົດ 2017 ນີ້.​

ສະນັ້ນຈຶ່ງຂໍແຈ້ງເຕືອນ ເຖິງພໍ່ແມ່ປະຊາຊົນ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກ ສ່ວນທີ່ອາໄສຢູ່ຕາມລ້ອງນ້ຳເຊບັ້ງໄຟ ເຂດເມືອງມະຫາໄຊ, ເຊບັ້ງໄຟ ລົງໄປຫາປາກນ້ຳເຊບັ້ງໄຟ ຂໍໃຫ້ມີສະຕິຕໍ່ສະພາບຝົນຕົກ, ນ້ຳຖ້ວມຍື່ງທີ່ອາດຈະເກີດຂຶ້ນ ແລະ ເກັບມ້ຽນວັດຖຸສິ່ງຂອງ ທີ່ມີຄ່າພ້ອມທັງສັດລ້ຽງໄວ້ບ່ອນທີ່ປອດໄພ. ເຊິ່ງໃນວັນທີ 19 ກໍລະກົດ 2017 ລະດັບນ້ຳເຊບັ້ງໄຟ ເຂດເມືອງມະຫາໄຊຢູ່ທີ່ 12,45 ແມັດ, ເຂດເຕືອນໄພແມ່ນ 14,00 ແມັດ ແລະ ເຂດອັນຕະລາຍ 15,00 ແມັດ, ເມືອງເຊບັ້ງໄຟລະດັບນ້ຳ 17,10 ແມັດ, ເຂດເຕືອນໄພແມ່ນ 17,50 ແມັດ ແລະ ເຂດອັນຕະລາຍແມ່ນ 18,00 ແມັດ, ເມືອງທ່າແຂກລະດັບນ້ຳຂອງ 10,10 ແມັດ, ເຂດເຕືອນໄພແມ່ນ 13,00 ແມັດ ແລະ ເຂດອັນ ຕະລາຍ 14,00 ແມັດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...