spot_img
Homeປ່ອງຢ້ຽມດວງດາວຣັດເຊຍປະສົບຜົນສຳເລັດໃນການສົ່ງດາວທຽມຈຳນວນ 73 ດວງ ເຂົ້າສູ່ 3 ວົງໂຄຈອນ

ຣັດເຊຍປະສົບຜົນສຳເລັດໃນການສົ່ງດາວທຽມຈຳນວນ 73 ດວງ ເຂົ້າສູ່ 3 ວົງໂຄຈອນ

Published on

ເມື່ອວັນສຸກທີ 14 ກໍລະກົດ 2017 ທີຜ່ານມາ Roscosmos ອົງການອາວະກາດສະຫະພັນຣັດເຊຍ ໄດ້ລາຍງານເຖິງຄວາມສຳເລັດໃນການສົ່ງດາວທຽມຈຳນວນ 73 ດວງ ເຂົ້າສູ່ 3 ວົງໂຄຈອນດ້ວຍຈະຫລວດ “ໂຊຢຸຊ 2.1” (Soyuz 2.1a)

ຈະຫຼວດດັ່ງກ່າວໄດ້ບັນທຸກດາວທຽມສຳຫຼວດໂລກ Kanopus-V-IK ແລະ ດາວທຽມຂະໜາດນ້ອຍຈຳນວນ 73 ດວງ ເຊິ່ງຖືກຍິງອອກຈາກຖານປ່ອຍຈະຫຼວດ Baikonur Cosmodrome ໃນປະເທດຄາຊັດສະຖານ ເມື່ອເວລາ 09.36 ນາທີ. ຂອງນະຄອນຫຼວງ ມອສກູ ແລະ ຈະຫຼວດຂັບດັນທ່ອນທີ 3 ກໍ່ໄດ້ສົ່ງຕົວຍານ “Fregat” ຂຶ້ນໄປປ່ອຍດາວທຽມສູ່ວົງໂຄຈອນ ກ່ອນທີ່ຍານດັ່ງກ່າວຈະຕົກລົງມາສູ່ມະຫາສະໝຸດອິນເດຍໃນເວລາ 18.18 ນາທີ ຂອງນະຄອນຫຼວງ ມອສກູ

“ຄວາມສຳເລັດໃນການປ່ອຍດາວທຽມຂະໜາດນ້ອຍ 73 ດວງນັ້ນ ກາຍມາເປັນສະຖິຕິໃໝ່ ຂອງພາລະກິດສົ່ງດາວທຽມຂະໜາດນ້ອຍເຂົ້າສູ່ຫຼາຍວົງໂຄຈອນ” ອົງກອນປະກາດ

ດາວທຽມຈຳນວນໜຶ່ງໃນນັ້ນມີຜູ່ດຳເນີນການຄື ສະຫະລັດອາເມລິກາ, ເຢຍລະມັນ, ນໍເວ, ການາດາ ແລະ ຍີ່ປຸ່ນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...