spot_img
Homeຂ່າວເຫດການລັດຖະມົນຕີກະຊວງການຕ່າງປະເທດ ສຳເລັດການຢ້ຽມຢາມຟີລິບປິນ ຢ່າງເປັນທາງການ

ລັດຖະມົນຕີກະຊວງການຕ່າງປະເທດ ສຳເລັດການຢ້ຽມຢາມຟີລິບປິນ ຢ່າງເປັນທາງການ

Published on

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ອາລັນ ປີເຕີ ຊະແຣມ ກາເຢຕາໂນ (Alan Peter Schram Cayetano) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດຟີລິບປິນ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສ.ຟີລິບປິນ ຢ່າງເປັນທາງການ ໃນລະຫວ່າງວັນທີ 13-14 ກໍ ລະກົດ 2017, ຊຶ່ງເປັນການຢ້ຽມຢາມຄັ້ງທຳອິດ ໃນຖານະລັດຖະມົນຕີກະຊວງການຕ່າງປະເທດ, ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.

ໃນໂອກາດຢ້ຽມຢາມ ສ.ຟີລິບປິນ ໃນຄັ້ງນີ້, ທ່ານີ ສະເຫຼີມໄຊ ກົມມະສິດ ໄດ້ພົບປະສອງຝ່າຍກັບ ທ່ານ ອາລັນ ປີເຕີ ຊະແຣມ ກາເຢຕາໂນ. ພ້ອມນັ້ນສອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ເປັນປະທານຮ່ວມໃນກອງປະຊຸມຄະນະກຳມາທິການວ່າດ້ວຍການຮ່ວມມືສອງຝ່າຍ (JC) ລາວ – ຟີລິບປິນ ຄັ້ງປະຖົມມະລືກ, ທີ່ນະຄອນຫວງມານີລາ. ກອງປະຊຸມດັ່ງກ່າວດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ເປັນມິດ, ຊຶ່ງສອງຝ່າຍໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ບົນພື້ນຖານມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ແລະ ໄດ້ຕີລາຄາສູງຕໍ່ການຈັດກອງປະຊຸມຄັ້ງປະຖົມມະລືກໃນຄັ້ງນີ້ວ່າ ຈະເປັນບາດກ້າວອັນໃໝ່ໃນການຊຸກຍູ້ການພົວພັນຮ່ວມມືສອງຝ່າຍທາງດ້ານຕ່າງໆ ໃຫ້ຂະຫຍາຍຕົວ ແລະ ມີຜົນສຳເລັດຕົວຈິງຍິ່ງຂຶ້ນໃນອະນາຄົດ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືອັນດີທີ່ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນ, ຊຶ່ງສະແດງອອກໃນການແລກປ່ຽນຄະນະຜູ້ແທນໃນລະດັບປະມຸກລັດ, ຫົວໜ້າລັດຖະບານ ແລະ ຂະແໜງການຕ່າງໆນຳກັນຢ່າງເປັນປົກກະຕິ. ສອງຝ່າຍໄດ້ເຫັນດີຈະສືບຕໍ່ສົ່ງເສີມການຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ເສດຖະກິດ, ໂຍທາທິການ ແລະ ຂົນສົ່ງ, ສຶກສາ, ວັດທະນະທຳ – ສັງຄົມ, ທ່ອງທ່ຽວ ແລະ ການຮ່ວມມືເພື່ອການພັດທະນາ, ລວມທັງການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດລາວ-ຟີລິບປິນ ໃຫ້ເກີດດອກອອກຜົນໃນອະນາຄົດ. ພ້ອມກັນນັ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນຈາກສະພາອຸດສາຫະກຳ ແລະ ການຄ້າຟີລິບປິນ ທີ່ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ ເພື່ອຊອກຫາຊ່ອງທາງໃນການຮ່ວມມືດ້ານການລົງທຶນຢູ່ ສປປ ລາວ ໃນອະນາຄົດ.

 

ແຫລ່ງຂ່າວ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...