Homeຂ່າວເຫດການລາວ-ຫວຽດນາມ ເປີດນຳໃຊ້ອາຄານດ່ານດາກຕະອອກ ຢູ່ແຂວງເຊກອງ

ລາວ-ຫວຽດນາມ ເປີດນຳໃຊ້ອາຄານດ່ານດາກຕະອອກ ຢູ່ແຂວງເຊກອງ

Published on

ຂປລ. ວັນທີ 12 ກໍລະກົດ 2017 ນີ້ ທີ່ດ່ານດາກຕະອອກ, ເມືອງດາກຈຶງ, ແຂວງເຊກອງ ໄດ້ຈັດພິທີມອບ-ຮັບ ແລະ ເປີດນຳໃຊ້ ໂຄງການກໍ່ສ້າງດ່ານດາກຕະອອກ, ເມືອງດາກຈຶງ, ແຂວງເຊກອງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສີດາ ສຸວັນນະສາຍ ຮອງເຈົ້າແຂວງໆເຊກອງ, ທ່ານ ຮວ່ຽນ ແຄ່ງ ຕວ່ານ ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນາມ, ມີທ່ານ ຄຳແສງ ພົມມາແສງ ຫົວໜ້າກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນດາໜັງ ພ້ອມຂະແໜງການກ່ຽວຂ້ອງທັງ 2 ຝ່າຍເຂົ້າຮ່ວມ.

ທ່ານ ຫງວຽນ ຫິວ ຖັງ ຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງກວ່າງນາມ ໄດ້ລາຍງານວ່າ: ໂຄງການກໍ່ສ້າງດ່ານດາກຕະອອກ,ເມືອງດາກຈຶງ ແຂວງເຊກອງ ແມ່ນໂຄງການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ, ໂດຍແມ່ນທຶນຊ່ວຍເຫລືອລ້າ 100% ຈາກລັດຖະບານຫວຽດນາມ ໄດ້ອານຸມັດທຶນໃນເດືອນ ພຶດສະພາ ປີ 2014 ແລະ ມອບໃຫ້ແຂວງເຊກອງເປັນຜູ້ປະສານງານ,ຄຸ້ມຄອງໂຄງການຮ່ວມກັບ ສສ ຫວຽດນາມ, ໂດຍສະເພາະກອງບັນຊາການທະຫານຊາຍແດນ ແຂວງກວາງນາມທີ່ເປັນເຈົ້າຂອງໂຄງການ.

ໂຄງການກໍ່ສ້າງດ່ານ ດາກຕະອອກ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນທັນວາປີ 2014 ໂດຍ ແມ່ນບໍລິສັດດ້າຍຮົງຟຸກ ເປັນຜູ້ຮັບ ເໝົາກໍ່ສ້າງມູນຄ່າທັງໝົດ 48 ຕື້ກວ່າດົ້ງ,ມີໄລຍະການກໍ່ສ້າງ 2 ປີ, ເປັນປະເພດອາຄານ 2 ຊັ້ນຊົງລາວ ທີ່ມີເອກະລັກສະເພາະ ມີເນື້ອທີ່ໂຄງການທັງໝົດ 1.300 ແມັດ ເຊິ່ງປະກອບມີ ວຽກດິນຕັດດິນຖົມ, ວຽກອາຄານດ່ານ, ວຽກກໍ່ສ້າງຫ້ອງນ້ຳລວມນອກອາຄານ, ວຽກພາກສະໜາມ-ສວນດອກໄມ້, ລະບົບເສັ້ນທາງເບຕົງ ແລະ ຮອງລະບາຍນ້ຳ, ວຽກຕິດຕັ້ງໝໍ້ແປງ ແລະ ລະບົບໄຟຟ້າ-ໄຟເຍືອງທາງ ແລະ ວຽກກໍ່ສ້າງປ່ອງກວດກາຄົນເຂົ້າ-ອອກເມືອງ, ມາຮອດປະຈຸບັນໜ້າວຽກທັງໝົດ ແມ່ນກໍ່ສ້າງສຳເລັດແລ້ວ 100%.ໂຄງການນີ້ແມ່ນມີຄວາມໝາຍ ຄວາມສຳຄັນເປັນຢ່າງຍິ່ງລະຫວ່າງ ສອງຊາດລາວ-ຫວຽດນາມເພື່ອເປັນການອຳນວຍຄວາມສະດວກ ໃຫ້ແກ່ປະຊາຊົນທັງສອງປະເທດ,ເວົ້າລວມ,ເວົ້າສະເພາະແມ່ນ2 ແຂວງເຊກອງ-ກວາງນາມ ໃນການໄປມາຫາສູ່ ແລກປ່ຽນຊື້ຂາຍສິນຄ້າງນຳກັນ, ພ້ອມທັງເສີມຂະຫຍາຍ ການພົວພັນຮ່ວມມືຮອບດ້ານ ແລະ ຮັດແໜ້ນສາຍພົວພັນມິດຕະພາບ,ຄວາມສາມັກຄີແບບພິດເສດຂອງ 2 ຊາດໃຫ້ຮຸ່ງເຮືອງສີວິໄລໄປພ້ອມໆກັນ,ທັງເປັນການກະກຽມຂຳນັບຮັບຕ້ອນ ວັນເຊັນສົນທິສັນຍາຮ່ວມມືຮອບດ້ານ ລາວ-ຫວຽດນາມ ຄົບຮອບ 40 ປີ (18 ກໍລະກົດ 1977-18 ກໍລະກົດ 2017 ) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ ( 5 ກັນຍາ1962-5 ກັນາຍາ 2017 ) ໃຫ້ເປັນຂະບວນຟົດຟື້ນ.

ພ້ອມນີ້ ສອງຝ່າຍໂດຍ ທ່ານ ສີດາ ສຸວັນນະສາຍ ,ຮອງເຈົ້າແຂວງໆເຊກອງ, ທ່ານ ຮວ່ຽນ ແຄ່ງ ຕວ່ານ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມໄດ້ຮ່ວມເຊັນບົດບັນທຶກຈໍານວນໜຶ່ງ. 

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...