spot_img
Homeຂ່າວທ້ອງຖິ່ນມູນນິທິປໍເຕັກຕຶງ ໃຫ້ການຊ່ອຍເຫຼືອ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ

ມູນນິທິປໍເຕັກຕຶງ ໃຫ້ການຊ່ອຍເຫຼືອ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ

Published on

ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ສປປ ລາວ ເຊິ່ງເຮັດວຽກດ້ານການຊ່ອຍເຫຼືອກູ້ໄພ ດ້ວຍນ້ຳໃຈມະນຸດສະທໍາ ແລະ ມີການປະສານງານຮ່ວມກັບຫຼາຍອົງກອນເພື່ອພັດທະນາຄວາມສາມາດ ແລະ ຕອບສະໜອງໄດ້ວຽກ ງານກູ້ໄພທຸກຮູບແບບ ຫຼ້າສຸດກໍໄດ້ຮັບການຊ່ອຍເຫຼືອປັດໄຈທີ່ຈຳເປັນຈາກອາສາມູນນິທິປໍເຕັກຕຶງຈຸດລຸມພິນີ ບາງກອກ ປະເທດໄທ ເນື່ອງໃນໂອກາດບຸນເຂົ້າພັນສາ ສຳລັບອຸປະກອນທີ່ນຳມາມອບໃຫ້ສະມາຄົມອາສາກູ້ໄພນະຄອນ ຫຼວງວຽງຈັນໃນຄັ້ງນີ້ປະກອບມີ ເຄື່ອງມືຮັບໃຊ້ໃນການປະຖົມພະຍາບານຂັ້ນຕົ້ນ ໂດຍຜ່ານໂຄງການ “ເພາະຮັກຄືການໃຫ້”.

ພິທີມອບ-ຮັບເຄື່ອງຊ່ອຍເຫຼືອດັ່ງກ່າວຈັດຂຶ້ນໃນວັນທີ 09 ກໍລະກົດ 2017 ທີ່ຫ້ອງການ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ບ້ານໂພນພະເນົາ ເມືອງໄຊເສດຖາ ໂດຍການເຂົ້າຮ່ວມຂອງທ່ານ ກາບແກ້ວ ນາມມະຈັກ ຮອງຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ ທ່ານ ລຳເງິນ ວົງພະຈັນ ປະທານສະມາຄົມອາສາກູ້ໄພນະຄອນ ຫຼວງວຽງຈັນ ທ່ານ ຖາກອນ ໂຕແທນ ຈາກອາສາມູນທິທິປໍເຕັກຕຶງຈຸດລຸມພິນີ  ທ່ານ ນາງ ບັນທິຕາ ຖານວິເສດ (ເມ) ນັກສະແດງຊື່ດັງຂອງປະເທດໄທ ແລະ ອ້າຍເອື້ອຍນ້ອງອາສາກູ້ໄພຂອງສອງອົງກອນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ວັດຖຸທີ່ນຳມາຊ່ອຍເຫຼືອໃນຄັ້ງນີ້ປະກອບມີ ຕຽງສຸກເສີນປະຈຳລົດພະຍາບານພ້ອມຖານຄົບຊຸດ ຊຸດແຜ່ນກະດານຂະໜາດຍາວສຳລັບເຄື່ອນຍ້າຍຄົນເຈັບ ຫຸ່ນຈຳລອງເຝິກຫັດ ແລະ ສອນການຊ່ອຍຊີວິດ ເຜືອກດາມຄໍ ເຜືອກດາມແຂນ-ຂາ ກະເປົາປະຖົມພະຍາບານຂັ້ນຕົ້ນ ທັງຂະໜາດໃຫຍ່ ແລະນ້ອຍ ຜ້າພັນບາດແຜຫຼາຍຂະໜາດ ນ້ຳເກືອ ເບຕາດິນ ຖົງມືຫຼາຍຂະໜາດ ຊຸດດາມຂາແບບຍາວ ຊຸດດາມຫຼັງ ເຄື່ອງວັດແທກຄວາມດັນໄຟຟ້າ ເຄື່ອງຊ່ອຍຫາຍໃຈຊະນິດໃຊ້ມືບີບ ດອກໄຟສະປ໋ອດໄລພ້ອມຂາຕັ້ງ ແລະ ເຄື່ອງປັ່ນໄຟ ອົກຊີແຊນຖັງເຫຼັກ ແລະ ອຸປະ ກອນຈັບງູ ໂດຍການປະກອບສ່ວນຂອງຜູ້ໃຈບຸນຢູ່ປະເທດໄທ ຜ່ານໂຄງການ “ເພາະຮັກຄືການໃຫ້” ດ້ວຍເປົ້າໝາຍກູ້ໄພ ແລະ ຊ່ອຍເຫຼືອສັງຄົມ.

ທ່ານຮອງຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຂອບໃຈຕໍ່ຄະນະອາສາມູນນິທິປໍເຕັກຕຶງຈຸດລຸມພິນີ ບາງກອກ ທີ່ໃຫ້ການຊ່ອຍເຫຼືອໃນຄັ້ງນີ້ ເຊິ່ງທ່ານກໍຫວັງວ່າ ຈະມີການສືບຕໍ່ຮ່ວມມືຂອງທັງສອງອົງກອນ ເພື່ອສ້າງສັງຄົມແຫ່ງນ້ຳໃຈ ແລະ ການບິແບ່ງສິ່ງດີໆໃຫ້ຜູ້ດ້ອຍໂອກາດ ກໍຄືຜູ້ປະສົບໄພ ເຊິ່ງຖືເປັນການສ້າງບຸນ ສ້າງກຸສົນໃຫຍ່ຫຼວງ.

ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ເປັນອົງການຈັດຕັ້ງສັງຄົມນຶ່ງທີ່ສ້າງຂຶ້ນບົນພື້ນຖານຄວາມສະໝັກໃຈຂອງບຸກຄົນໃນສັງຄົມ ເພື່ອເຄື່ອນໄຫວທາງດ້ານມະນຸດສະທໍາເຊັ່ນ ການຊ່ອຍເຫຼືອຜູ້ປະສົບໄພຕາມທ້ອງຖະໜົນ ຊ່ອຍເຫຼືອຜູ້ປະສົບໄພທຸກຍາກ ແລະ ຊ່ອຍຜູ້ປະສົບໄພຕ່າງໆໃນນະຄອນຫຼວງວຽງຈັນ ເຊິ່ງກໍ່ຕັ້ງຂຶ້ນໃນວັນທີ 22 ກໍລະກົດ 2014 ຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 771/ຈນວ ລົງວັນທີ 22 ກໍລະກົດ 2014 ປັດຈຸບັນມີອາສາກູ້ໄພທີ່ເປັນໄວໜຸ່ມປະມານ 100 ຄົນທັງຍິງ ແລະຊາຍຈາກຫຼາກຫຼາຍສາຂາອາຊີບມາຮ່ວມເຄື່ອນໄຫວວຽກງານເພື່ອມະນຸດສະທໍາ ທັງນີ້ ຖືເປັນນຶ່ງໃນອົງການຈັດຕັ້ງທີ່ສາມາດຫຼໍ່ຫຼອມໄວໜຸ່ມໃຫ້ມີຄວາມຮູ້ພື້ນຖານດ້ານປະຖົມພະຍາບານ ແລະ ມີຈິດໃຈເຂັ້ມແຂງ ດີງາມ.

ແຫລ່ງຂ່າວ: ສົມຈັນ ບົວພາ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...