Homeຂ່າວທ້ອງຖິ່ນຊາວນາແຂວງບໍລິຄຳໄຊ ຂຸ້ນຂ້ຽວປັກດຳເຂົ້ານາປີ ໃຫ້ສຳເລັດໃນທ້າຍເດືອນນີ້

ຊາວນາແຂວງບໍລິຄຳໄຊ ຂຸ້ນຂ້ຽວປັກດຳເຂົ້ານາປີ ໃຫ້ສຳເລັດໃນທ້າຍເດືອນນີ້

Published on

ຂປລ. ປັດຈຸບັນກະສິກອນ​ທົ່ວ​ແຂວງ​ບໍລິ​ຄຳ​ໄຊ ກຳລັງ​ຂຸ້ນຂ້ຽວ​ປັກ​ດຳ​ເຂົ້ານາ​ປີ ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ​ ເພື່ອ​ໃຫ້​ທວງ​ທັນຕາ​ມລະດູ​ການ ​ໂດຍ​ຈະ​ໃຫ້​ສຳ​ເລັດ​ໃນ​ທ້າຍ​ເດືອນ​ກໍລະກົດ 2017 ນີ້ ​ເຊິ່ງມີ​ເນື້ອ​ທີ່ນາປີທັງໝົດ 37.254 ​ເຮັກ​ຕາ ແລະ  ສາມາດປັກດຳສຳເລັດແລ້ວ ປະມານ 30.180 ກວ່າ​ເຮັກຕາ ເທົ່າກັບ 81.01% ໃນນີ້ມີນາດຳປະມານ 25.000 ກວ່າ​ເຮັກຕາ, ນາຫວ່ານ ​ເກືອບ 5.000 ​ເຮັກຕາ. ​​

ໄປ​ພ້ອມໆ​ກັນ​ນີ້, ກະສິກອນຍັງ​ໄດ້ຜະລິດພືດລະດູຝົນໃນເນື້ອທີ່ 15.400 ເຮັກຕາ ​ເຊິ່ງປັດຈຸບັນສາມາດປະຕິບັດສຳເລັດແລ້ວ 6.704 ເຮັກຕາ ​ໂດ​ຍສະ​ເພາະແມ່ນປູກສາລີຫວານ, ສາລີແຂງ, ອ້ອຍ, ກ້ວຍ, ມັນຕົ້ນ ແລະ ພືດຜັກສະອາດຈຳນວນໜຶ່ງ ທີ່ສາມາດປູກ ເພື່ອບໍລິໂພກໃນຄອບຄົວ ແລະ ຈຳໜ່າຍຕາມທ້ອງຕະຫລາດ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...