Homeຂ່າວຕ່າງປະເທດເຮືອບິນ - ເຮລິຄອບເຕີ້ ກອງທັບອູແກຣນ ຖືກກຸ່ມແບ່ງແຍກດິນແດນຍິງຕົກ

ເຮືອບິນ – ເຮລິຄອບເຕີ້ ກອງທັບອູແກຣນ ຖືກກຸ່ມແບ່ງແຍກດິນແດນຍິງຕົກ

Published on

 

ເຮືອບິນ ແລະ ເຮລິຄອບເຕີ້ຂອງກອງທັບອູແກຣນ ຖືກກຸ່ມແບ່ງແຍກດິນແດນຍິງຕົກ ໃນມື້ວັນພຸດ (20 ສິງຫາ)

ຜ່ານມານີ້ ເຊິ່ງຍັງບໍ່ຮູ້ຊາຕາກຳຂອງຜູ້ທີ່ຢູ່ໃນເຮືອບິນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21 ສິງຫາ ນີ້ວ່າ ໃນມື້ວັນພຸດ 20 ສິງຫາ 2014 ເຮືອບິນຮົບ SU-25 ແລະ

ເຮລິຄອບເຕີ ມີ-24 ຂອງກອງທັບອູແກຣນ ຖືກຍິງຕົກດ້ວຍລະບົບຕໍ່ສູ້ອາກາດສະຍານເຄື່ອນທີ່ ໃນແຂວງລູຮານ

ທາງພາກຕາເວັນອອກຂອງປະເທດ ໂດຍກຸ່ມແບ່ງແຍກດິນແດນ ທີ່ເອີ້ນຕົນເອງວ່າ ກອງທັບຕາເວັນອອກສ່ຽງໃຕ້

ໄດ້ອອກມາອ້າງເປັນຜູ້ຢູ່ເບື້ອງຫຼັງຂອງເຫດການດັ່ງກ່າວນີ້.

 

ມີລາຍງານອີກວ່າ ເຮລິຄອບເຕີ ມີ-24 ອີກລຳໜຶ່ງ ໃນແຂວງລູຮານ ກໍຖືກຍິງອີກ ແຕ່ຍັງບໍ່ທັນຊັດເຈນວ່າ ເຮລິຄອບ

ເຕີ້ລຳດັ່ງກ່າວຖືກຍິງຈົນຕົກ ຫຼື ບໍ່ ເຊິ່ງກ່ອນໜ້ານີ້ໃນວັນອາທິດ ທີ 17 ສິງຫາ 2014 ຜ່ານມາ ເຮືອບິນຮົບລຳໜຶ່ງຂອງ

ອູແກຣນ ກໍຫາກໍຖືກຍິງຕົກໃນແຂວງລູຮານເຊັ່ນດຽວກັນ ແຕ່ນັກບິນສາມາດດີດໂຕອອກຈາກເຮືອບິນໄດ້ຢ່າງປອດ

ໄພ.

 

ທັງນີ້ ການຕໍ່ສູ້ໃນພາກຕາເວັນອອກຂອງອູແກຣນ ເຊິ່ງໄດ້ເລີ່ມຕົ້ນຈາກການປະທ້ວງທາງການເມືອງ ທີ່ເກີດຂຶ້ນຈາກ

ຄວາມຂັດແຍ່ງລະຫວ່າງຝ່າຍທີ່ສະໜັບສະໜູນຣັດເຊຍ ແລະ ອີກຝ່າຍນິຍົມສະຫະພາບເອີລົບ ໃນໄລຍະທ້າຍປີກາຍນີ້

ໄດ້ບານປາຍກາຍເປັນສົງຄາມພາຍໃນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ ຫຼາຍກ່ວາ 2 ພັນຄົນ ແລະ ບາດເຈັບເກືອບ 5 ພັນ

ຄົນ.

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...