spot_img
Home​ຂ່າວທ່ອງທ່ຽວຂີ່ສະລິງດື່ມກາເຟ ບໍລິການໃໝ່ເອົາໃຈຄົນມັກຄວາມທ້າທາຍ

ຂີ່ສະລິງດື່ມກາເຟ ບໍລິການໃໝ່ເອົາໃຈຄົນມັກຄວາມທ້າທາຍ

Published on

ນັ່ງດື່ມກາເຟຢູ່ນຳຮ້ານມັນຄົງເປັນເລື່ອງທຳມະດາໄປແລ້ວ ຫາກໃຜຕ້ອງການຄວາມແປກໃໝ່ເພື່ອເຮັດໃຫ້ຫົວໃຈຕື່ນເຕັ້ນຕ້ອງມາທີ່ນີ້ເລີຍ ປະຈຸບັນ ນ້ຳຕົກຕາດຟານ ເປີດບໍລິການໃໝ່ ເອົາໃຈຄົນມັກຄວາມທ້າທາຍກັບສູງໂດຍສະເພາະ ນັ້ນກໍ່ຄືການ ຂີ່ສະລິງນັ່ງດື່ມກາເຟຊົມວິວກາງນ້ຳຕົກຕາດຟານ ທີ່ມີຄວາມຈາກລະດັບພື້ນດິນສູງຂຶ້ນມາກວ່າ 220 ແມັດ ຫາກໃຜມັກຄວາມທ້າທາຍ ໃຈກ້າຢາກລອງກໍ່ສາມາດໄປສຳພັດໄດ້ທຸກເມື່ອ.

ນໍ້າຕົກຕາດຟານ ກໍາເນີດມາຈາກສາຍຫ້ວຍບັ້ງລຽງ ແລະ ຫ້ວຍຈິບ ຕັ້ງຢູ່ເຂດບ້ານຫຼັກ 38 ກຸ່ມ 3 ເມືອງປາກຊ່ອງ,
ແຂວງຈຳປາສັກ, ຫ່າງຈາກຕົວເມືອງປາກຊ່ອງ ໄປທາງທິດຕາເວັນອອກ ປະມານ 12 ກິໂລແມັດ, ມີເດີ່ນຮາບພຽງເນື້ອທີ່ 3.250 ຕາແມັດ ແລະ ມີສາລາຮ້າງ 1 ຫຼັງ (ເຮັດດ້ວຍໄມ້) ແລະ ມີເນື້ອທີ່ສະຫງວນທັງໜົດ 16 ເຮັກຕາ, ກັບ 3.250 ຕາແມັດ,  ຕາດຟານ  ໄດ້ໃຊ້ເປັນແຫຼ່ງທ່ອງທ່ຽວມາແຕ່ກ່ອນການປົດປ່ອຍ ເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງບ້ານດັ່ງກ່າວ. 

SONY DSC

ໃນແຕ່ລະປີ ເມື່ອຮອດເດືອນ 3 ປະຊາຊົນໃນບ້ານດັ່ງກ່າວ ເຄີຍຈັດບຸນສະຫຼອງ ຫຼື ບຸນນະມັດສະການປະຈຳປີຂຶ້ນ ເພື່ອບວງສວງສິ່ງສັກສິດໃນບໍ່ລິເວນຕາດຟານ (ຕາມຄວາມເຊື່ອຂອງປະຊາຊົນ) ຕາດຟານ ຕັ້ງຢູ່ທິດໃຕ້ຂອງບ້ານຫຼັກ 38 ໄລຍະຫ່າງປະມານ 1 ກິໂລແມັດ, ສາມາດນຳພາຫະນະເຂົ້າ-ອອກ, ໄດ້ຢ່າງສະດວກສະບາຍ, ຕາດແຫ່ງນີ້ ນອນໃນປ່າປ້ອງກັນ ກັບແຫຼ່ງນ້ຳ 2.415 ເຮັກຕາ, ເປັນຕາດສູງຊັນປະມານ 220 ແມັດ,ລັກສະນະເປັນນ້ຳສອງສາຍຄື: ສາຍຫ້ວຍບັງລຽງ ແລະ ສາຍຫ້ວຍຈິບຕົກໃສ່ຫ້ວຍດຽວກັນ,  ບາງບ່ອນກໍ່ເປັນສວນກະເຟ,  ໝາກແໜ່ງຂອງປະຊາຊົນບ້ານຫຼັກ 40 ນັບແຕ່ປາກນ້ຳຕົກຕາດລົງມາສອງຟາກຝັ່ງ ຍັງເປັນປ່າໄມ້ກົມໄມ້ປ່ອງ ເປັນປ່າເຫວຊັນ ຂື້ນ-ລົງຍາກ, ສ່ວນບ່ອນທີ່ເປັນເນີນຈ້າຍ ແລະ ບ່ອນທີ່ເປັນຮາບພຽງ ກໍ່ເປັນສວນກະເຟ, ໝາກແໜ່ງ ຂອງປະຊາຊົນບ້ານຫຼັກ 38 ແລະ ບ້ານຫຼັກ 40. ເອີ້ນຕາດຟານ ກໍ່ຍ້ອນວ່າ: ໃນເມື່ອກ່ອນ ເວົ້າລວມ ປະເພດສັດປ່າ; ຟານ  ແມ່ນຫຼາຍກ່ວາສັດອື່ນ, ມັນໄດ້ທ່ຽວຊອກຫາກີນ ແລະ ໄດ້ໄລ່ຢອກກັນຫຼິ້ນ ຂ້າມໄປ – ມາ ຕາມຫ້ວຍບັງລຽງຫາຫ້ວຍຈິບ (ເບື້ອງຫົວຕາດ) ມີມື້ໜຶ່ງ ເກິີດມີຝົນຕົກແຮງ ເຮັດໃຫ້ນ້ຳໃນຫ້ວຍຫຼາຍ ແລະ ໄຫຼແຮງ, ແຕ່ຟານ  ຍັງຂ້າມໄປມາໃນສາຍຫ້ວຍດັ່ງກ່າວ,  ດ້ວຍຄວາມຂາດສະຕິ ຟານໂຕໜຶ່ງ ຖືກນ້ຳພັດຕົກລົງຕາດ ຫົວຟາດໃສ່ກ້ອນຫີນ ແລະ ຕາຍໃນເຂດຕາດແຫ່ງນີ້,  ເມື່ອລະດູໃບໄມ້ປົ່ງນັບແຕ່ມື້ນັ້ນມາ ຊາວບ້ານຫຼັກ 38 (ບ້ານຜັກກູດແກ້ວສິງຄຳໃນເມື່ອກ່ອນ) ກໍ່ຄື: ປະຊາຊົນໃນເຂດດັ່ງກ່າວ ຈຶ່ງພາກັນໃສຊື່ ແລະ ເອີ້ນຕາດນີ້ວ່າ “ຕາດຟານ” ຈົນເທົ່າທຸກວັນນີ້.

 

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...