Homeຂ່າວທ້ອງຖິ່ນເຈົ້າເມືອງບໍລິຄັນ ຊີ້ນໍາປະຊາຊົນຢູ່ພື້ນທີ່ຕໍ່າໃຫ້ລະວັງໄພນໍ້າຖ້ວມ

ເຈົ້າເມືອງບໍລິຄັນ ຊີ້ນໍາປະຊາຊົນຢູ່ພື້ນທີ່ຕໍ່າໃຫ້ລະວັງໄພນໍ້າຖ້ວມ

Published on

​ເມື່ອ​ມໍ່​ມາ​ນີ້, ທ່ານ ເລື່ອນວິໄລ ຈັນທະລາພັນ ເຈົ້າເມືອງບໍລິຄັນ ​ແຂວງ​ບໍລິ​ຄຳ​ໄຊ​ ​ໄດ້ລົງຊີ້ນໍາອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຜູ້ທີ່ອາ​ໄສ ຢູ່ພື້ນທີ່ຕໍ່າຈົ່ງມີຄວາມ ລະມັດລະວັງອຸທົກ ກະໄພນໍ້າຖ້ວມ ຫລັງຈາກມີຝົນຕົກຕິດຕໍ່ກັນຫລາຍວັນ ເຮັດໃຫ້ມີນໍ້າປ່າໄຫລນອງ ຖ້ວມບ່ອນ ທໍາການຜະລິດ ແລະ ບ້ານເຮືອນຂອງພໍ່ແມ່ປະຊາຊົນບາງຈຸດ ເປັນ​ຕົ້ນ ບ້ານປາກເຫືອງ, ບ້ານໂພນມຸງຄຸນ, ບ້ານຫາດດອນຄູນ, ບ້ານວັດທາດ ແລະ ບ້ານນາແຫນ.​

ໃນ​ໂອກາດ​ນີ້, ທ່ານເຈົ້າເມືອງ ຍັງໄດ້ເນັ້ນໃຫ້ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງມີຄວາມອຸ່ນອຽງທຸ່ນທ່ຽງ ເຊື່ອໜັ້ນຕໍ່ການຊີ້ນໍາ-ນໍາພາ ຂອງພັກຮັກສາຄວາມ ສາມັກຄີເປັນ​ປຶກແຜ່ນ ແໜ້ນໜາຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນຕິດຕາມຮັບຟັງ ການແຈ້ງເຕືອນຂ່າວ ຈາກສະຖານີວິທະຍຸໂທລະພາບ, ໂທລະໂຄ່ງ ແລະ ສື່ຕ່າງໆ ໃຫ້ທັນຕາມເຫດການ ທີ່ຈະເກີດຂຶ້ນໃນຕໍ່ໜ້າທັງ​ນີ້ ກໍເພື່ອປ້ອງກັນການເສຍຫາຍ ທາງ​ຊັບສິນຂອງຄອບຄົວ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...