Homeຂ່າວຕ່າງປະເທດອົງການຢູເນສໂກ ຂຶ້ນທະບຽນຜາສາດຫີນໂບໄພກຸກ ເປັນມໍລະດົກໂລກແຫ່ງທີ 3 ຂອງກຳປູເຈຍ

ອົງການຢູເນສໂກ ຂຶ້ນທະບຽນຜາສາດຫີນໂບໄພກຸກ ເປັນມໍລະດົກໂລກແຫ່ງທີ 3 ຂອງກຳປູເຈຍ

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 9 ກໍລະກົດຜ່ານມານີ້ວ່າ ອົງການຢູເນສໂກ (UNESCO) ຂອງສະຫະປະຊາຊາດ ໄດ້ຂຶ້ນທະບຽນຜາສາດຫີນໂບໄພກຸກ ຕັ້ງຢູ່ແຂວງກຳປົງທົມ ຫ່າງຈາກນະຄອນຫລວງພະນົມເປັນ ໄປທາງທິດເໜືອປະມານ 206 ກິໂລແມັດ ເປັນມໍລະດົກໂລກແຫ່ງທີ 3 ຂອງກຳປູເຈຍແລ້ວ ໂດຍລະບຸວ່າ ພື້ນທີ່ດັ່ງກ່າວຄືເມືອງອິສານປຸຣະ ເມືອງຫລວງຂອງອານາຈັກເຈນລະ ອາລະຍະທຳຂອມທີ່ຈະເລີນຮຸ່ງເຮືອງ ໃນທ້າຍສະຕະວັດທີ 6 ເຖິງຕະສະວັດທີ 7.

ທັງນີ້ ການປະກາດຂຶ້ນທະບຽນດັ່ງກ່າວ ໄດ້ເຮັດໃຫ້ກຳປູເຈຍມີແຫລ່ງມໍລະດົກໂລກລວມ 3 ແຫ່ງ ໂດຍສອງແຫ່ງທຳອິດແມ່ນ ຜາສາດຫີນນະຄອນວັດ ແລະ ຜາສາດຫີນພະວິຫານ ຊຶ່ງຖືກຂຶ້ນທະບຽນໃນປີ 2004 ແລະ ປີ 2008 ຕາມລຳດັບ.


.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...