Homeຂ່າວທ້ອງຖິ່ນສຸດສະເທືອນໃຈ ດິນໄຫຼທັບເຮືອນປະຊາຊົນ ເສຍຊີວິດຍົກຄອບຄົວ

ສຸດສະເທືອນໃຈ ດິນໄຫຼທັບເຮືອນປະຊາຊົນ ເສຍຊີວິດຍົກຄອບຄົວ

Published on

ວັນທີ 09 07 2017 ເວລາປະມານ 01:30 ນາທີ ໄດ້ເກີດເຫດສະຫຼົດໃຈເກີດຂຶ້ນທີ່ ບ້ານເພຍລວງ ເມືອງສຳພັນ ແຂວງຜົ້ງສາລີ ເປັນເຫດດິນເຈື່ອນລົງຖືກເຮືອນປະຊາຊົນ ແລະ ທັບຖົມເອົາຄົນທີ່ອາໄສໃນເຮືອນເສຍຊີວິດໝົດຄອບຄົວ ລວມມີ 6 ຄົນ ລວມມີພໍ່ແມ່ ແລະ ລູກອີກ 4 ຄົນ.

ຫຼັງຈາກເກີດເຫດເຈົ້າໜ້າທີ່ ແລະ ປະຊາຊົນທີ່ຢູ່ບໍລິເວນໃກ້ຄຽງຕ່າງກໍ່ພາກັນຊ່ວຍເຫຼືອຢ່າງສຸດຄວາມສາມາດ ແຕ່ກໍ່ຕ້ອງພົບກັບຄວາມເສົ້າສະຫຼົດໃຈ ເມື່ອພົບວ່າ ຄົນໃນຄອບຄົວຖືກດິນຖົມ ແລະ ຊາກຫັກພັງຂອງເຮືອນໄດ້ທັບເອົາຮ່າງຈົນເສຍຊີວິດ.

ຂໍຝາກເຕືອນເຖິງພໍ່ແມ່ປະຊາຊົນທຸກທ່ານທີ່ຢູ່ໃນຈຸດສ່ຽງໄພໃຫ້ມີສະຕິລະມັດລະວັງ ເຮືອນທີ່ຢູ່ແຄມຕາມຕະຝັ່ງ ແຄມພູທີ່ມີຄວາມສ່ຽງຄວນຫາສິ່ງປ້ອງກັນ ຫຼື ຍົກຍ້າຍທີ່ຢູ່ອາໄສຈຸດທີ່ປອດໄພ ໂດຍສະເພາະແມ່ນໃນລະດູຝົນ.

ແຫຼ່ງຂ່າວ: Dee Motherland ແລະ ນາທີຊີວິດ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...