ຄວາມກົດດັນອາກາດຕໍ່າຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມພາກເໜືອ ແລະ ພາກກາງ. ຊຶ່ງລັກສະນະເຊັ່ນນີ້, ຍັງເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງຢູ່ບາງທ້ອງຖີ່ນແຂວງພາກກາງເໜືອ ຫາ ພາກກາງ ພ້ອມມີລົມພັດແຮງເປັນບາງໂອກາດ.




ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ