Homeຂ່າວຕ່າງປະເທດຫວຽດນາມວາງແຜນ ເນັ້ນຜະລິດເຂົ້າຄຸນນະພາບສູງສົ່ງອອກ ແນເປົ້າຂາຍຕະຫລາດນອກອາຊີເພີ່ມຂຶ້ນ

ຫວຽດນາມວາງແຜນ ເນັ້ນຜະລິດເຂົ້າຄຸນນະພາບສູງສົ່ງອອກ ແນເປົ້າຂາຍຕະຫລາດນອກອາຊີເພີ່ມຂຶ້ນ

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 7 ກໍລະກົດນີ້ວ່າ ຫວຽດນາມ ຜູ້ຜະລິດເຂົ້າລາຍໃຫຍ່ອັນດັບ 3 ຂອງໂລກ ໄດ້ວາງແຜນທີ່ຈະເພີ່ມການຜະລິດເຂົ້າຄຸນນະພາບສູງ ແລະ ວາງເປົ້າຈຳໜ່າຍນອກພາກພື້ນອາຊີໃຫ້ຫລາຍຂຶ້ນ, ແຜນການດັ່ງກ່າວລະບຸວ່າ ຫວຽດນາມຈະຜະລິດເຂົ້າຄຸນນະພາບສູງປະສົມເຂົ້າຫັກ 5% ແລະ 10% ແລ້ວຫລຸດການຜະລິດເຂົ້າປະສົມເຂົ້າຫັກ 15% ລົງ ພ້ອມຕັ້ງເປົ້າເພີມມູນຄ່າການສົ່ງອອກເຂົ້າຂອງປະເທດ ໃຫ້ໄດ້ 2.3 – 2.5 ຕື້ໂດລາຕໍ່ປີ ໃນລະຫວ່າງປີ 2021-2030.

ໃນປີ 2030 ຫວຽດນາມຍັງວາງແຜນຈະສົ່ງອອກເຂົ້າ ໄປຍັງປະເທດຕ່າງໆໃນພາກພື້ນອາຊີ ໃຫ້ເຫລືອພຽງແຕ່ 50% ຈາກອັດຕາສ່ວນ 60% ໃນປີ 2020, ສ່ວນທະວີບອາຟຣິກາ ຈະເພີ່ມອັດຕາສ່ວນການສົ່ງອອກ ຈາກ 22% ເປັນ 25%, ທະວີບອາເມຣິກາ ເພີ່ມຂຶ້ນຈາກ 8% ເປັນ 10% ແລະ ສົ່ງຂາຍໃນເອີຣົບ ເພີ່ມຈາກ 5% ເປັນ 6%.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...