Homeສຸຂະພາບ ແລະ ສີ່ງແວດລ້ອມສັນ​ຍານ​ຮ້າຍ​ ທີ່ໃຫ້ຮູ້ວ່າ​ມີຜິດສະສົມໃນຮ່າງກາຍຫລາຍ​

ສັນ​ຍານ​ຮ້າຍ​ ທີ່ໃຫ້ຮູ້ວ່າ​ມີຜິດສະສົມໃນຮ່າງກາຍຫລາຍ​

Published on

114
ການ​ລ້າງ​ພິດ​ ຫລື Detox ນັ້ນ​ຫຍໍ້​ມາ​ຈາກ​ຄຳ​ວ່າ Detoxification ໝາຍ​ເຖິງ ກະ​ບວນ​ການ​ໃນ​ການ​ລ້າງ​ສານ​ພິດ (Toxin) ອອກຈາກ​ຮ່າງກາຍ​ດ້ວຍ​ວິທີ​ການ​ຕ່າງ ໆ ເພາະ​ກວ່າ 90% ຂອງ​ພະຍາດ​ເກີດ​ຈາກ​ການ​ສະ​ສົມ​ພິດ​ໃນ​ລຳ​ໄສ້​ໃຫຍ່ ນັກ​ວິທະຍາ​ສາດ​ຄົ້ນ​ພົບ​ວ່າ ການ​ສະ​ສົມ​ພິດ ເຊັ່ນ ອາໂຈມ​ຕົກ​ຄ້າງ ທີ່​ລຳ​ໄສ້​ໃຫຍ່ ເຮັດໃຫ້ຖ່າຍຍາກ ເປັນ​ສາ​ເຫດ​ຫລັກ​ທີ່​ເຮັດໃຫ້​ຮ່າງກາຍ​ເຮົາ​ອ່ອນແອ​ ແລະ​ ເກີດ​ພະຍາດ​ຕ່າງໆຕາມ​ມາ​ໄດ້​ງ່າຍ ​ເນື່ອງ​ຈາກ​ລຳ​ໄສ້​ເປັນ​ອະໄວຍະວະ​ທີ່​ຮ່າງກາຍ​ເຮົາ​ບໍ່​ສາມາດ​ເບິ່ງເຫັນ​ໄດ້ ຈຶ່ງ​ຖືກ​ລະ​ເລີຍ​ໃນ​ການ​ເບິ່ງແຍງ​
ໂດຍ​ປົກກະຕິ​ແລ້ວ​ຖ້າ​ພາຍ​ໃນ​ຮ່າງກາຍ​ຂອງ​ເຮົາ​ມີ​ຂອງ​ເສຍ ​ແລະ​ ສານ​ພິດ​ສະ​ສົມ​ໃນ​ປະລິມານ​ທີ່​ເປັນ​ອັນຕະລາຍ​ເຖິງ​ຂັ້ນ​ທີ່​ຈະ​ສາມາດ​ກໍ່​ໃຫ້​ເກີດ​ໂລກໄພ​ໄຂ້​ເຈັບ​ຂຶ້ນ​ໄດ້ ຮ່າງກາຍ​ຍ່ອມ​ຈະ​ສົ່ງ​ສັນ​ຍານ​ເຕືອນ​ອອກ​ມາ​ໃຫ້​ເຮົາ​ໄດ້ຮັບ​ຮູ້ວ່າ​ມັນ​ກຳ​ລັງ​ຕ້ອງ​ການ​ຄວາມ​ຊ່ວຍເຫລືອ ​ແລະ ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ເຮົາ​ໃຫ້​ຫລາຍ​ຂຶ້ນ​ກວ່າ​ເກົ່າ ຊຶ່ງ​ມີ​ຂໍ້​ສັງເກດ​ດັ່ງ​ຕໍ່ໄປ​ນີ້
• ນອນ​ຫລັບ​ຍາກ ຫລື​ຮູ້ສຶກ​ວ່າ​ນອນ​ບໍ່​ພໍ​ຮ່າງກາຍ​ອ່ອນ​ເພຍ ​ແລະ​ ເມື່ອຍ​ງ່າຍ, ຊືມເສົ້າ, ຫົດ​ຫູ່​ບໍ່​ກະ​ຕືລືລົ້ນ
• ປວດ​ຫົວ ມຶນ​ງົງ​ເລື້ອຍໆ ຫລື ​ອາດ​ປວດ​ເຖິງ​ຂັ້ນ​ເປັນ​ ໄມ​ເກນ​ອາລົມ​ປັ່ນປ່ວນ​ງ່າຍ ປະສາດ​ຕຶງ​ຄຽດ, ຂີ້​ລືມ, ສະຫມອງ​ບໍ່​ປອດ​ໂປ່ງ ຄິດ​ຫຍັງ​ບໍ່​ຄ່ອຍ​ອອກ
• ຜິວ​ໝອງ​ຄ້ຳ ເກີດ​ລິ້ວ​ຮອຍ​ງ່າຍ ຜິວ​ແຫ້ງ​ ແລະ ​ຫຍາບ​ກ້ານ ເບິ່ງ​ແກ່​ກວ່າ​ໄວ ມີ​ສິວ ​ແລະ​ຜົດ​ຜື່ນ​ຂຶ້ນ
• ມີ​ກິ່ນ​ປາກ ຫລື ​ມີ​ບາດແພ​ໃນ​ຊ່ອງ​ປາ​ກົມ​ຫາຍ​ໃຈ​ມີ​ກິ່ນ​ເໝັນ
•  ແໜ້ນ​ທ້ອງ ປວດ​ທ້ອງ​ເປັນ​ປະຈຳ ເນື່ອງ​ຈາກ​ລະບົບ​ການ​ຍ່ອຍ​ອາຫານ​ມີ​ບັນຫາ ມັກ​ເປັນ​ພະຍາດ​ກ່ຽວກັບ​ກະເພາະ​ອາຫານ​ ແລະ​ ລຳ​ໄສ້​ລະບົບ​ຂັບ​ຖ່າຍ​ມີ​ບັນຫາ ບໍ່ມັກຖ່າຍ​ເປັນ​ປະຈຳ ຫລື​ຖອກທ້ອງງ່າຍ
• ເສື່ອມ​ສະມັດຖະພາບ​ທາງ​ເພດ ໃຜ​ເຂົ້າ​ຂ່າຍ​ມີ​ອາການ​ຮ້າຍ​ໆ ດັ່ງ​ຂ້າງ​ຕົ້ນ ກໍ​ຮອດ​ເວລາ​ແລ້ວ​ທີ່ຈະ​ຫັນ​ກັບ​ມາ​ໃສ່​ໃຈ Detox ຮ່າງກາຍ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...