spot_img
Homeຂ່າວທ້ອງຖິ່ນນາຍົກລັດຖະມົນຕີ ຕ້ອນຮັບຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ

Published on

ເມື່ອ​ວັນ​ທີ 26 ມິຖຸນາ 2017, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ຕ້ອນຮັບ ທ່ານ ພົນ​ໂທ ​ເລຈຽມ ຮອງ​ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ປະ​ເທດ, ຫົວໜ້າຄະນະ​ປະຕິບັດ​ງານ​ພິ​ເສດ ລັດຖະບານ​ຫວຽດນາມ ພ້ອມ​ດ້ວຍຄະນະ ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມ ຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ ລະຫວ່າງ​ວັນ​ທີ 25-27 ມິຖຸນາ ​ນີ້.

​ໃນໂອກາດ​ດັ່ງກ່າວ, ທ່ານ ທອງລຸນ ສີ​ສຸ​ລິດ ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ, ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ ຕໍ່​ການ​ເດີນທາງ​ມາ​ຢ້ຽມ ຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ ຂອງ​ທ່ານ ພົນ​ໂທ ​ເລຈຽມ ພ້ອມ​ຄະນະ, ເປັນ​ການປະກອບສ່ວນ​ອັນ​ສຳຄັນ ​ເຂົ້າ​ໃນ​ການ​ເສີມ​ຂະ​ຫຍາ​ຍສາຍ​ພົວພັນ​ມິດຕະພາບ, ຄວາມສາມັກຄີແບບພິເສດ ​ແລະ ການ​ຮ່ວມ​ມືຮອບດ້ານ​ ລະຫວ່າງ​ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ​​ເວົ້າ​ລວມ​, ເວົ້າສະ​ເພາະ ​ເປັນ​ການ​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ-ຫວຽດນາມ ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນງອກ​ງາມຍິ່ງ​ໆຂຶ້ນ.

ພ້ອມ​ດຽວ​ກັນ​, ທ່ານ ພົນ​ໂທ ​ເລຈຽມ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບໃຈ ຕໍ່​ທ່ານ ທອງ​ລຸນ ສີ​ສຸ​ລິດ ທີ່​ໄດ້​ສະຫລະ​ເວລາ​ອັນ​ມີຄ່າ ​ໃຫ້ການ​ຕ້ອນຮັບອັນ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ແຈ້ງ​ຈຸດປະສົງ​ ຂອງ​ການ​ເດີນທາງ​ມາ ສປປ ລາວ ​ໃນ​ຄັ້ງ​ນີ້ ໃຫ້​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ຊາບຕື່ມ​ອີກ.

ຮຽບຮຽງຂ່າວ: ທະນູ​ທອງ
ຮູບປະກອບຂ່າວ: ​ສະຫວາດ
ແຫລ່ງຂ່າວ: ສຳນັກຂ່າວານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...