spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາການຂອງຄົນທີ່ມີຄວາມສ່ຽງຈະເປັນເນື້ອງອກໃນສະໝອງ

ອາການຂອງຄົນທີ່ມີຄວາມສ່ຽງຈະເປັນເນື້ອງອກໃນສະໝອງ

Published on

ໂຣກເນື້ອງອກໃນສະໝອງບໍ່ແມ່ນເລື່ອງທີ່ໄກຕົວ ໂດຍສະເພາະຄົນທີ່ມັກມີອາການປວດຫົວຮຸນແຮງ ຮ່ວມກັບມີອາການປວດຮາກ, ຮາກ ຕ້ອງລະວັງໄວ້ໃຫ້ດີ ໃນຄໍລຳ ສຸຂະພາບມື້ນີ້ ແອັດມິນເລີຍມີອາການສ່ຽງທີ່ຈະເປັນເນື້ອງອກໃນສະໝອງມາຝາກ ເຊິ່ງຈະມີອາການແນວໃດນັ້ນເຮົາມາອ່ານໄປພ້ອມກັນເລີຍ

ອາການຂອງຄົນທີ່ເປັນເນື້ອງອກໃນສະໝອງເຮົາສາມາດສັງເກດໄດ້ດັ່ງລຸ່ມນີ້: 
ມີອາການປວດຫົວຮຸນແຮງຊ້ຳເຮື້ອ ໂດຍສະເພາະປວດຫົວຕອນເຊົ້າຕອນຕື່ນນອນໃໝ່ໆ ພໍຮອດຕອນສວາຍອາການຈະດີຂຶ້ນ ລະດັບຄວາມຮຸນແຮງຂອງອາກາປວດຫົວນັ້ນຈະຄ່ອຍເພີ່ມຂຶ້ນທຸກໆມື້ ບາງຄົນອາດຕື່ນຂຶ້ນຕອນເດິກ ກິນຢາໃສ່ກໍ່ບໍ່ເຊົາປວດ
– ຮາກ ຢູ່ດີໆກໍ່ຮາກອອມາແບບບໍ່ປວດຮາກກໍ່ຮາກເອງ
– ຕາມົວ ຜູ່ປ່ວຍຈະເບິ່ງເຫັນພາບຊ້ອນ ຄວາມສາມາດໃນການເບິ່ງແຄບລົງ ດ້ານຂ້າງຈະເບິ່ງບໍ່ເຫັນ
ມີອາການຊັກກະຕຸກ ຈົນເຖິງຂັ້ນໝົດສະຕິ
ກ້າມເນື້ອອ່ອນແຮງຕັ້ງແຕ່ໃບໜ້າຮອດແຂນ, ຂາ, ລີ້ນແຂງ, ໜ້າຊາ, ເວົ້າບໍ່ຊັດ, ຖ່າຍເອງບໍ່ໄດ ຫຼື ມີອາການຊາສະເພາະບາງຈຸດ ຮ່ວມກັບມີອາການສັບສົນ ຄວາມຈຳຜິດປົກກະຕິ ແລະ ໝົດສະຕິແບບກະທັນຫັນ

ອາການປວດຫົວບໍ່ແມ່ນສິ່ງຕ້ອງເບິ່ງຂ້າມ ບາງເທື່ອເຮົາຄິດວ່າເລື່ອງເລັກນ້ອຍ ແຕ່ມັນອາດຈະກາຍເປັນເລື່ອງທີ່ອັນຕະລາຍຮອດຊີວິດໄດ້

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...