spot_img
Homeຂ່າວທ້ອງຖິ່ນເຊື່ອງໄມ້ໃນລົດບັນທຸກເກືອບແສນແມັດກ້ອນ ແຕ່ໄປບໍ່ລອດ

ເຊື່ອງໄມ້ໃນລົດບັນທຸກເກືອບແສນແມັດກ້ອນ ແຕ່ໄປບໍ່ລອດ

Published on

ເຫດການຢືດໄມ້ດັ່ງກ່າວນີ້ເກີດຂຶ້ນໃນ 13: 30 ນາທີ ຂອງວັນທີ 16 ມິຖຸນາ 2017 ຜ່ານມານີ້ ໂດຍມີພົນລະເມືອງດີລາຍງານຂໍ້ມູນການເຄື່ອນໄຫວຕໍ່ເຈົ້າໜ້າທີ່ໃນເຂດເສດຖະກິດສະເພາະບໍ່ເຕັນແດນງາມຈິ່ງໄດ້ສະກັດຈັບຢູ່ດ່ານໃນຂະນະທີ່ຂະບວນລົດກຳລັງຂົນໄມ້ອອກໄປຈີນລວມ 6 ຄັນເປັນລົດບັນທຸກທັງໝົດ ຈາກນັ້ນເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນພາຍໃນລົດພົບເຫັນໄມ້ຈຳນວນຫຼາຍຊຸກເຊື່ອງຢູ່ມີນ້ຳໜັກລວມ 115.730 ກິໂລ ຫຼືເທົ່າກັບ 96.245 ແມັດກ້ອນ ລ້ວນບໍ່ມີເອກະສານການສົ່ງອອກທີ່ຖືກຕ້ອງ ໃນນັ້ນມີທັງໄມ້ດູ້ທີ່ແປຮູບແລ້ວ, ໄມ້ທີ່ຍັງເປີດທ່ອນ ແລະເປັນແຜ່ນໃຫຍ່.

ພາຍຫຼັງກວດພົບໄມ້ເປັນຈຳນວນຫຼາຍຄືດັ່ງກ່າວນີ້ທາງເຈົ້າໜ້າທີ່ແມ່ນໄດ້ກັກຕົວໂຊເຟີລົດຊື່ທ້າວ ເກ ອາຍຸ 32 ປີຢູ່ບ້ານດອນໄຊ ເມືອງໄຊແຂວງອຸດົມໄຊ ຊຶ່ງໃຫ້ການວ່າເປັນພຽງຜູ້ຮັບຈ້າງຂົນສົ່ງໄມ້ໃນລາຄາ 3 ລ້ານກີບຕໍ່ຄັນ ເພື່ອໄປສົ່ງໃຫ້ນາຍຈ້າງເປັນຈີນບໍ່ຮູ້ຊື່ ແລະທີ່ຢູ່ ແຕ່ມີນາຍໜ້າລາວສອງຄົນເປັນຜູ້ອຳນວຍຄວາມສະດວກໃຫ້ສາມາດເອົາໄມ້ອອກຈາກດ່ານໄດ້.

ຄະດີນີ້ເຫັນວ່າມີຄວາມກ່ຽວໂຍງກັບຫຼາຍຄົນຖ້າເປັນໄປຕາມໂຊເຟີລົດໃຫ້ການແມ່ນຜູ້ຖືກຈັບໄດ້ເປັນພຽງປາຍແຖວ ສ່ວນຜູ້ຢູ່ຫົວແຖວ ເຈົ້າໜ້າທີ່ຕ້ອງໄດ້ສືບສາວຕໍ່ໄປອີກ.

 

ແຫລ່ງຂ່າວ: ລາວອັບເດດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...