Homeປ່ອງຢ້ຽມດວງດາວ"ອີເອສເອ" ແຈ້ງໃຫ້ປະເທດຕ່າງໆເປີດເຜີຍຂໍ້ມູນກ່ຽວກັບຂີ້ເຫຍື້ອອາວະກາດ

“ອີເອສເອ” ແຈ້ງໃຫ້ປະເທດຕ່າງໆເປີດເຜີຍຂໍ້ມູນກ່ຽວກັບຂີ້ເຫຍື້ອອາວະກາດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ປາຣີສ ປະເທດຝຣັ່ງ ເມື່ອວັນທີ 20 ມິຖຸນາ 2017ວ່າ ຜູ່ອຳນວຍການຝ່າຍປະຕິບັດການສຳນັກງານອາວະກາດຢຸໂຣບ (ອີເອສເອ) ເປີດເຜີຍຕໍ່ຜູ່ສື່ຂ່າວໃນງານສະແດງສະຖານີອາວະກາດນານາຊາດປາຣີສວ່າ ຂໍໃຫ້ປະເທດຕ່າງໆຊ່ວຍເປີດເຜີຍຂໍ້ມູນກ່ຽວກັບຂີ້ເຫຍື້ອອາວະກາດເຊິ່ງມີຫຼາຍແສນສິ້ນ ມີຢູ່ບ່ອນໃດແດ່ ເພາະພວກມັນທຽບໄດ້ກັບລະເບີດເວລາທີ່ກຳລັງທຳງານເຊິ່ງອາດເປັນອັນຕະລາຍຕໍ່ຍານອາລະກາດທີ່ໂຄຈອນຮອບໂລກໃນເວລານີ້.

ມີພຽງສະຫະລັດອາເມລິກາ ກັບ ປະເທດໃນຢຸໂຣບເທົ່ານັ້ນທີ່ຍັງຄົງຕິດຄ້າງຂໍ້ມູນກ່ຽວກັບຂີ້ເຫຍື້ອອາວະກາດເຫຼົ່ານີ້ ສາເຫດສ່ວນໜຶ່ງເພາະກັງວົນວ່າ ຫາກເປີດເຜີຍຂໍ້ມູນໄປແລ້ວອາດກະທົບຕໍ່ຍຸດທະສາດ ແລະ ຄວາມລັບທາງການທະຫານ.

ຜູ່ອຳນວຍການອີເອສເອກ່າວເພີ່ມອີກວ່າ ຂະນະນີ້ມີຂີ້ເຫຍື້ອອາວະກາດປະມານ 750,000 ສິ້ນທີ່ລອຍຢູ່ໃນວົງໂຄຈອນ ສາເຫດທີ່ມີຈຳນວນນັ້ນເປັນເພາະເກີດການລະເບີດຂອງດາວທຽມ ແລະລຳຕົວຈະຫຼວດທີ່ບໍ່ໄດ້ໃຊ້ງານແລ້ວ ແຕ່ຕົວເລກຂີ້ເຫຍື້ອອາວະກາດອາດເພີ່ມເປັນ 1.2 ລ້ານສິ້ນພາຍໃນປີ 2029 ນອກຈາກນັ້ນຍັງມີຂີ້ເຫຍື້ອຫຼາຍສິ້ນທີ່ເປັນຂີ້ເຫຍື້ອອາວະກາດຂະໜາດໃຫຍ່ ແຕ່ຄວບຄຸມ ຫຼື ໃຊ້ງານບໍ່ໄດ້ ແຕ່ສຳລັບອາວະກາດ ຫຼື ດາວທຽມຍັງໃຊ້ງານໄດ້ຢູ່ ຮວມເຖິງສະຖານນີອາວະກາດນານາຊາດນັ້ນ ມີຈຳນວນ 1,500 ລຳ

ທັງນີ້ ສະຫະັລດອາເມລິກາໄດ້ເຮັດການທຳລາຍກ່ຽວກັບຂີ້ເຫຍື້ອເຊິ່ງມີຢູ່ 20,000 ສິ້ນ ສ່ວນຢຸໂຣບເຊິ່ງໝາຍເຖິງສຳນັກງານອາວະກາດຢຸໂຣບ ແລະ ຊາດຕ່າງໆໃນຢຸໂຣບໄດ້ເຮັດການທຳລາຍໄວ້ແລ້ວຢ່າງໜ້ອຍ 10,000 ສິ້ນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...