spot_img
Homeນານາສາລະໄພ​ງຽບ​ຈາກ​ກ່ອງ​ໂຟມ

ໄພ​ງຽບ​ຈາກ​ກ່ອງ​ໂຟມ

Published on

2

   ຫລາຍ​ຄົນ​ອາດຈະ​ເຄີຍ​ຊິນ​ກັບ​ການ​ຮັບປະທານ​ອາຫານ​ແບບ​ໃສ່​ກ່ອງ​ໂຟມ​ ເພາະ​ສະ​ດວກ ວ່ອງໄວ ກິນ​ທີ່​ໃດ​ກໍ​ໄດ້ ປະ​ຫຍັດ​ເວລາ​ເຮັດ​ອາຫານ ແລະ ​ທີ່​ສຳຄັນ​ກິນແລ້ວ ກໍ​ບໍ່​ຕ້ອງ​ລ້າງ​ອີກ​​ ແຕ່​ຫລາຍໆຄົນ ຮູ້ຫລືບໍ່ວ່າ ການ​ຄວາມສະດວກ​ສະບາຍ ກ່ອງ​ໂຟມ​ກໍ​ແຝງ​ໄປ​ດ້ວຍ​ໄພ​ຮ້າຍ​ທີ່​ອາດ​ຂ້າຊີວິດ​ທ່ານໄດ້​ໃນ​ທີ່​ສຸດ

ແພດ​ຜູ້​ຊ່ຽວຊານ​ດ້ານ​ບັນ​ຈຸ​ພັນທ໌ ບໍລິສັດ​ບັນ​ຈຸ​ພັນເພື່ອ​ສິ່ງ​ແວດ​ລ້ອມ ໄດ້​ໃຫ້​ຄວາມ​ຮູ້​ວ່າ ກ່ອງ​ໂຟມ​ທີ່​ໃຊ້​ຕາມ​ທ້ອງຕະຫລາດທົ່ວໄປເປັນ​ຂອງ​ເສຍ​ເຫລືອສີດຳໆ​ ຈາກ​ກະ​ບວນ​ການ​ກັ່ນ​ນ້ຳ​ມັນ​ປິ​ໂຕ​ລຽມ ປະກອບ​ກັບ​ສານສະໄຕລີນ (Styrene) ມີ​ໂຄງ​ສ້າງ​ໂມ​ເລ​ກຸນ​ຄ້າຍ​ຮອລ໌​ໂມນ​ເອດ​ໂຕ​ເຈນ (Estrogen) ໃນ​ເພດ​ຍິງ ອາຫານ​ຕາມ​ສັ່ງ​ທີ່​ບັນ​ຈຸ​ກ່ອງ​ໂຟມ ຈຶ່ງ​ເປັນ​ແຫລ່ງ​ສະ​ສົມ​ສານສະໄຕລີນ ຊຶ່ງ​ເປັນ​ສານ​ທີ່​ອອກ​ລິດ​ເຮັດໃຫ້​ສະຫມອງ​ມຶນ​ງົງ ສະຫມອງ​ເສື່ອມ​ງ່າຍ ​ຫງຸດ​ຫງິດ​ງ່າຍ ມີ​ຜົນ​ເຮັດໃຫ້​ປະຈຳ​ເດືອນ​ມາ​ບໍ່​ປົກກະຕິ ແລະ ​ເປັນ​ສານ​ກໍ່​ມະ​ເຮັງ​ອີກ 3 ຊະນິດ ຖ້າ​ເປັນ​ຜູ້​ຊາຍ​ຮັບປະທານ​ເຂົ້າໄປ​ຫລາຍ​ໆ ມີ​ໂອ​ກາດ​ສ່ຽງ​ເປັນ​ພະຍາດ​ມະ​ເຮັງຕອ່ມລູກໝາກ ຂະນະ​ທີ່​ຜູ້ຍິງ​ມີ​ໂອ​ກາດ​ເປັນ​ມະ​ເຮັງ​ເຕົ້າ​ນົມ ແລະ ​ທັງ​ສອງ​ເພດບໍ່ວ່າຍິງຊາຍ​ມີ​ໂອ​ກາດ​ສູງ​ຕໍ່​ການ​ເປັນ​ມະ​ເຮັງ​ຕັບ ເຖິງແມ່ນວ່າ ຈະ​ບໍ່​ໄດ້​ດື່ມ​ແອນ​ກໍ​ຮອລ໌​ເປັນ​ປະຈຳ​ກໍ​ຕາມ

ສຳລັບ​ສານສະ​ໄຕ​ລີນ ຖື​ເປັນ​ສານ​ອັນຕະລາຍ​ທີ່ປະເທດ​ສະຫະ​ລັດອາເມລິກາ ຫາກໍ່​ປະ​ກາດ​ຂຶ້ນ​ບັນ​ຊີ​ວ່າເປັນສານ​ກໍ່​ມະ​ເຮັງ ແມ່ຍິງ​ມີ​ລູກ​ທີ່​ຮັບປະທານ​ອາຫານ​ບັນ​ຈຸ​ໃນ​ກ່ອງ​ໂຟມ ລູກ​ມີ​ໂອ​ກາດ​ສະຫມອງ​ເສື່ອມ​ ອະໄວຍະວະ​ບາງ​ສ່ວນ​ພິ​ການ  ສ່ວນ​ຄົນ​ທົ່ວ​ໄປ​ຖ້າ​ຮັບປະທານ​ອາຫານ​ກ່ອງ​ໂຟມ​ທຸກ​ມື້ ມື້​ລະກ່ອງ ຕິດ​ຕໍ່​ກັນ​ເປັນ​ເວລາ 10 ປີ ຈະ​ມີ​ໂອ​ກາດ​ສ່ຽງ​ເປັນ​ມະ​ເຮັງ​ສູງ​ກວ່າ​ຄົນ​ປົກກະຕິ​ເຖິງ 6 ເທົ່າ
ທັງ​ນີ້ ຜູ້​ບະ​ຫລິ​ໂພກ​ມີ​ໂອ​ກາດ​ໄດ້ຮັບສານສະ​ໄຕ​ລີນ ໃນ​ກ່ອງ​ໂຟມ​ໄດ້​ງ່າຍ​ເຖິງ 5 ປັດ​ໄຈ​ໄດ້​ຄື:
1. ອຸນຫະພູມ​ທີ່​ຮ້ອນ​ຂຶ້ນ​ ຫລື ​ເຢັນ​ລົງ ເຮັດໃຫ້​ສະ​ໄຕ​ລີນ​ຊຶມ​ເຂົ້າ​ສູ່​ອາຫານ​ໄດ້​ສູງ
2. ຖ້າ​ປຸງ​ອາຫານ​ໂດຍ​ໃສ່​ນ້ຳ​ມັນ, ນ້ຳ​ສົ້ມ​ສາຍ​ຊູ​, ແອນ​ກໍ​ຮອລ໌ ຈະ​ດູດ​ສານສະ​ໄຕ​ລີນ ຈາກ​ກ່ອງ​ໂຟມ​ໄດ້​ຫລາຍກວ່າ​ປົກກະຕິ
3. ຖ້າ​ຊື້​ອາຫານ​ໃສ່​ກ່ອງ​ຖິ້ມ​ໄວ້​ດົນ​ໆ ບໍ່​ໄດ້​ຮັບປະທານ ອາຫານ​ຈະ​ດູດ​ສານສະ​ໄຕ​ລີນ ​ໄດ້​ຫລາຍ
4. ຖ້າ​ນຳ​ອາຫານ​ທີ່​ບັນ​ຈຸ​ໂຟມ​ເຂົ້າ​ໄມ​ໂຄ​ເວ​ຟ ສະ​ໄຕ​ລີນ​ຈະ​ໄຫລ​ອອກ​ມາ​ໃນ​ປະລິມານ​ຫລາຍ
         

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...