spot_img
Homeຂ່າວຕ່າງປະເທດເກີດເຫດລະເບີດໂຮງຮຽນອະນຸບານໃນຈີນ ມີຄົນຕາຍ ແລະ ບາດເຈັບຈຳນວນຫຼາຍ

ເກີດເຫດລະເບີດໂຮງຮຽນອະນຸບານໃນຈີນ ມີຄົນຕາຍ ແລະ ບາດເຈັບຈຳນວນຫຼາຍ

Published on

ສຳນັກຂ່າວເອເອຟພີລາຍງານເມື່ອວັນທີ 15 ມິຖຸນາ 2017 ທີ່ຜ່ານມາວ່າ ເກີດເຫດລະເບີດໂຮງຮຽນອະນຸບານ ໃນເມືອງທາງຕະເວັນອອກຂອງຈີນ ສົ່ງຜົນໃຫ້ມີຜູ່ເສຍຊີວິດຢ່າງໜ້ອຍ 7 ຄົນ ແລະ ຜູ່ໄດ້ຮັບບາດເຈັບກວ່າ 59 ຄົນ ດ້ານສື່ທ້ອງຖິ່ນຂອງຈີນ ໄດ້ເຜີຍຄລິບວິດີໂອໃນເຫດການ.

ລາຍງານລະບຸວ່າເຫດລະເບີດເກີດຂຶ້ນທີ່ປະຕູຂອງໂຮງຮຽນອະນຸບານ ໃນເມືອງ ເຟິງຊຽນ ມົນທົນຈຽງຊູ ເມື່ອຕອນເຊົ້າຂອງວັນທີ 15 ມິຖຸນາ ສົ່ງຜົນໃຫ້ຜູ່ເສຍຊີວິດ ແລະ ບາດເຈັບຈຳນວນຫຼາຍ ຢ່າງໃດກໍ່ຕາມໃນຂະນະນີ້ເຈົ້າໜ້າທີ່ຍັງຢູ່ໃນລະຫວ່າງການສືບສວນຫາສາເຫດຂອງການລະເບີດດັ່ງກ່າວ

ທ່ານສາມາດເບິ່ງສະພາບເຫດການໃນວິດີໂອນີ້ ກະລຸນາໃຊ້ວິຈາລະນະຍານໃນການຊົມວິດີໂອດັ່ງກ່າວ ເພາະອາດເປັນພາບທີ່ບໍ່ເໝາະສົມ ແລະ ສະເທືອນໃຈ.

https://www.facebook.com/shanghaiist/videos/10155860807806030/

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...