spot_img
Homeຂ່າວພາຍ​ໃນລະວັງ! ໄວລັດຕັບອັກເສບຊະນິດ ເອ ກຳລັງລະບາດຢູ່ເມືອງໄຊທານີ ແລະເມືອງທຸລະຄົມ

ລະວັງ! ໄວລັດຕັບອັກເສບຊະນິດ ເອ ກຳລັງລະບາດຢູ່ເມືອງໄຊທານີ ແລະເມືອງທຸລະຄົມ

Published on

ວັນທີ 13 ມິຖຸນາ 2017 ທີ່ຜ່ານມາ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເລື່ອງ: ມາຕະການຄວບຄຸມແລະປ້ອງກັນການລະບາດຂອງໄວລັດຕັບອັກເສບ ຊະນິດເອ.

ພາຍຫຼັງກວດພົບວ່າ ມີການລະບາດຂອງໄວລັດຕັບອັກເສບຊະນິດ ເອ ຢູ່ 6 ບ້ານ ຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ເມືອງທຸລະຄົມແຂວງວຽງຈັນ ດັ່ງນັ້ນ, ທາງພະນແກສາທາລະນະສຸກ ນະຄອນຫຼວງວຽງຈັນຈຶ່ງໄດ້ອອກແຈ້ງການ ເຖິງຫຼາຍພາກສ່ວນທີ່ກ່ຽວຂ້ອງດັ່ງນີ້:

  1. ຫົວໜ້າຫອງການສາທາລະນະສຸກເມືອງ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ, ໃຫ້ເອົາໃຈໃສ່ຕິດຕາມກວດກາເຜີຍແພ່ຂໍ້ມູນຂ່າວສານ ບັນດາໂຮງງງານຜະລິດນໍ້າດື່ມ, ນໍ້າກ້ອນ ຕ້ອງປະຕິບັດຫຼັກສຸຂານາໄມໃນການຜະລິດ ພະນັກງານທຸກຄົນທີ່ພົວພັນກັບການຜະລິດຕ້ອງໄດ້ມາກວດຊອກຫາເຊື້ອພະຍາດດັ່ງກ່າວຢ່າງເຄັ່ງຄັດ.
  2. ໃຫ້ສຸຂະສຶກສາແພດເມືອງ ແລະສຸກສາລາ ພ້ອມອາສາສະໝັກບ້ານ ໃນການປະຕິບັດຫຼັກອະນາໄມສາມສະອາດ ໃນບ້ານຫຼືຊຸມຊົນໃຫ້ທົ່ວເຖິງ, ແພດປິ່ນປົວຕ້ອງໃຫ້ຂໍ້ມູນຂ່າວສານກັບຄົນເຈັບ ດ້ານວິທີປ້ອງກັນຕົນເອງ ແລະຜູ້ອື່ນ ເພື່ອຫຼີກລ່ຽງພະຍາດດັ່ງກ່າວ.
  3. ແພດປິ່ນປົວຕ້ອງກວດກາແຫຼ່ງນໍ້າດື່ມນໍ້າໃຊ້ໃນເຂດຊຸມຊົນ ໃຫ້ມີຫຼັກສຸຂາພິບານຢ່າງຖືກວິທີ.
  4. ຖ້າພົບເຫັນກໍລະນີສົງໄສ ໃຫ້ເກັບຕົວຢ່າງ ເຊຣອມເລືອດ ພ້ອມແຈ້ງໃຫ້ພະນັກງານລະບາດເມືອງ ພ້ອມປະຕິບັດການແຍກປ່ຽວຄົນເຈັບ.

ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ
ດຣ ພອນປະເສີດ ອຸນາພົມ

ຂໍ້ແນະນຳວິທີປ້ອງກັນການຕິດຕໍ່ຂອງໄວລັດຕັບອັກເສບ ເອ ໃນເບື້ອງຕົ້ນ:
1. ລ້າງມືໃຫ້ສະອາດຢູ່ສະເໝີ, ລ້າງມືໃສ່ສະບູທຸກເທື່ອຫຼັງເຂົ້າຫ້ອງນໍ້າ.
2. ດື່ມນໍ້າທີ່ຕົ້ມສຸກແລ້ວຫຼືນໍ້າດື່ມທີ່ສະອາດ, ກິນອາຫານທີ່ປຸງສຸກໃໝ່ໆ.
3. ບໍ່ກິນນໍ້າຫຼືເຄື່ອງດື່ມຮ່ວມຈອກດຽວກັນ.
4. ເວລາກິນເຂົ້າຕ້ອງໃຫ້ມີບ່ວງກາງ (ບໍ່ຄວນໃຊ້ບ່ວງ, ໃຊ້ຖູ່ ຮ່ວມກັນ ຫຼືຈຸ່ມລົງໃນຖ້ວຍດຽວກັນ).
5. ຜູ້ເບິ່ງແຍງຄົນເຈັບທີ່ເປັນໄວລັດຕັບອັກເສບ ເອ ຄວນໃສ່ຜ້າອັດດັງອັດປາກ, ຫຼີກລ່ຽງບໍ່ໃຫ້ສຳຜັດກັບກັບຂີ້ມູກ ນໍ້າລາຍ … ຂອງຜູ້ປ່ວຍ.
6. ເຄື່ອງນຸ່ງ, ເຄື່ອງນອນ ແລະບ່ອນນັ່ງບ່ອນນອນ ຕ້ອງສະອາດ

ອາການຂອງຄົນເປັນພະຍາດ ໄວລັດຕັບອັກເສບ ເອ
ໃນເດັກອາຍຸນ້ອຍກວ່າ 6 ປີ ມັກຈະບໍ່ມີອາການສະແດງຫຍັງອອກມາ ສຳລັບໄວລຸ້ນຂຶ້ນໄປພົບວ່າ 70-90% ຈະມີອາການຂອງຕັບອັກສອບ ອາການທີ່ສຳຄັນໄດ້ແກ່:

  • ມີໄຂ້
  • ອ່ອນເພຍ
  • ເບື່ອອາຫານ
  • ປວດຮາກ, ຮາກ
  • ແໜ້ນໜ້າເອິກເບື້ອງຂວາ (ບໍລິເວນຕັບ)
  • ຖອກທ້ອງ
  • ປັດສາວະສີເຂັ້ມ ອາຈົມຊີດ
  • ແລະມີອາການໂຕເຫຼືອງ ຕາເຫຼືອງ ທີ່ເຮົາເອີ້ນວ່າ ບີຮົ່ວ

ໂດຍປົກກະຕິອາການຈະຫາຍໄປເອງພາຍໃນ 2 ເດືອນ ຫຼືບາງຄົນອາການຢູ່ໄດ້ 6 ເດືອນ ຄົນເຈັບມັກຈະມີອາການສະແດງອອກຫຼັງຈາກໄດ້ຮັບເຊື້ອ 28 ວັນ (ໃນຂອບເຂດ 15-50 ວັນ). ເຊິ່ງຜູ້ໃຫຍ່ຈະມີອາກນແລະຄວາມຮຸນແຮງຫຼາຍກວ່າເດັກນ້ອຍ ຄົນເຈັບສ່ວນຫຼາຍອາກນຈະບໍ່ເປັນຄົບທຸກຢ່າງ (ເປັນບາງອາການຫຼືຫຼາຍອາການຮ່ວມກັນ).

ອາການຂອງໄວລັດຕັບອັກເສບ ເອ ແບ່ງອອກເປັນ 4 ໄລຍະ

  1. ໄລຍະທຳອິດເອີ້ນວ່າ ໄລຍະຟັກໂຕ ເປັນໄລຍະຕັ້ງແຕ່ໄດ້ຮັບເຊື້ອຈົນຮອດມື້ເກີດອາການຂອງພະຍາດ ໂດຍປົກກະຕິປະມານ 28 ວັນ ໄລຍະນີ້ຈະເປັນໄລຍະທີ່ສຳຄັນໃນການແພ່ເຊື້ອ.
  2. ໄລຍະເກີດອາກສານທົ່ວໆໄປ ຄົນເຈັບຈະເກີດອາການທົ່ວໄປດັ່ງກ່າວຂ້າງເທິງ ແຕ່ຍັງບໍ່ມີອາການໂຕເຫຼືອງ ຕາເຫຼືອງ.
  3. ໄລຍະໂຕເຫຼືອງ ຕາເຫຼືອງ ໄລຍະນີ້ຈະເລິ່ມຫຼັງຈາກໄລຍະທີ່ສອງປະມານ 10 ວັນ ຫຼັງຈາກໂຕເຫຼືອງຕາເຫຼືອງອາດຈະມີໄຂ້ໄດ້ອີກ 2-3 ມື້ ເມື່ອມີອາການໂຕເຫຼືອງຕາເຫຼືອງແລ້ວ ເຮົາມັກຈະບໍ່ພົບເຊື້ອໃນກະແສເລືອດ ແຕ່ຍັງສາມາດພົບເຊື້ອໃນອາຈົມແລະຍັງສາມາດຕິດຕໍ່ໃສ່ຜູ້ອື່ນໄດ້ອີກ 2-3 ອາທິດ.
  4. ໄລຍະຟື້ນໂຕ ເຖິງແມ່ນວ່າການຟື້ນໂຕຂອງຄົນເຈັບໄວລັດຕັບອັກເສບ ເອ ຈະຊ້າ ແຕ່ສ່ວນຫຼາຍຈະຫາຍຂາດໂດຍທີ່ບໍ່ມີພະຍາດແຊກຊ້ອນ.

ຖ້າຫາກແພດກວດຮ່າງກາຍຈະພົບວ່າຕັບ ມ້າມໃຫຍ່ ມີບີຮົ່ວ ປະມານ 10-15% ຈະມີການກຳເລີບໃນໄລຍະເວລາ 6 ເດືອນ ຕັ້ງແຕ່ເກີດອາການອັກເສບຂອງຕັບ, ພະຍາດແຊກຊ້ອນທີ່ສຳຄັນ ຄື ອາການຕັບວາຍ ແຕ່ພົບໄດ້ໜ້ອຍຫຼາຍ ປະມານ 0.5% ເທົ່ານັ້ນ.

ການປິ່ນປົວແມ່ນ ຖ້າຮູ້ວ່າໂຕເອງມີອາການຄືດັ່ງກ່າວຂ້າງເທິງນັ້ນ (ໂດຍສະເພາະແມ່ນບຸກຄົນທີ່ຢູ່ໃນພື້ນທີ່ການລະບາດຂອງໄວລັດດັ່ງກ່າວ) ໃຫ້ໄປໂຮງໝໍເພື່ອກວດກາແລະບົ່ງມະຕິ ແລະຮັບການປິ່ນປົວຢ່າງຖືກຕ້ອງຈາກໂຮງໝໍ. (ລະວັງຢ່າກິນຢາປາລາເຊຕາໂມນ ເພາະຈະຊໍ້າເຕີມຕັບ).

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...