Homeຂ່າວພາຍ​ໃນໂຄງການນ້ຳລີກ1 ມອບເງິນຊົດເຊີຍໃຫ້ແກ່ປະຊາຊົນ

ໂຄງການນ້ຳລີກ1 ມອບເງິນຊົດເຊີຍໃຫ້ແກ່ປະຊາຊົນ

Published on

ໂຄງການເຂື່ອນໄຟຟ້ານ້ຳລີກ1 ໄດ້ນຳເອົາເງິນຈຳນວນ 4 ຕື້ກວ່າກີບ ໄປມອບໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳລີກ 1 ຈຳນວນ 112 ຄອບຄົວ ເມື່ອວັນທີ 13 ມິຖຸນາ 2017 ທີ່ຜ່ານມານີ້ ທີ່ຫ້ອງວ່າການເມືອງຫີນເຫີບ ແຂວງວຽງຈັນ ໂດຍຜ່ານອົງການປົກຄອງເມືອງເຊິ່ງແມ່ນ ທ່ານ ອຸດົງ ວົງສະຫວາດ ເຈົ້າເມືອງໆຫີນເຫີບເປັນຜູ້ມອບໂດຍຊ້ອງໜ້າ ທ່ານ ນາງຈັນແພງ ວິພາວັນ ຄະນະປະຈຳພັກແຂວງຕາງໜ້າໃຫ້ແກ່ເຈົ້າແຂວງໆວຽງຈັນ,ມີບັນດາພະນັກງານຂັ້ນສູງຂອງໂຄງການເຂື່ອນໄຟຟ້ານ້ຳລີກ1ເຂົ້າຮ່ວມ.

ທ່ານ ພິພັດພົງ ຈັນດີ ຜູ້ອຳນວຍການບໍລິຫານບໍລິສັດໄຟຟ້ານ້ຳລີກ1ຈຳກັດກ່າວວ່າ:ໂຄງການກໍ່ສ້າງເຂື່ອນນ້ຳລີກ1ມີຜູ້ຖືກຜົນກະທົບທັງໝົດ489ຄອບຄົວລວມເປັນມູນຄ່າຊົດເຊີຍທັງໝົດ11.7 ລ້ານໂດລາສະຫະລັດ ຫລື ຫຼາຍກວ່າ 90 ຕື້ກີບ ໃນນີ້ຖືກກະທົບເປັນສິ່ງປຸກສ້າງປະເພດທີ່ຢູ່ອາໄສຈຳນວນ 112 ຄອບຄົວ ແມ່ນໄດ້ຍົກຍ້າຍອອກໄປຢູ່ບ້ານຫີນເຫີບເໜືອ,ບ້ານຫີນເຫີບໃຕ້ແລະບ້ານໂພນທອງແລະປຸກສ້າງເຮືອນໃຫ້ແທນສຳເລັດ100%ແລ້ວ.

ການມອບເງິນຊົດເຊີຍຄັ້ງນີ້ແມ່ນເປັນປະເພດດິນທຳການຜະລິດ, ຕົ້ນໄມ້ໃຫ້ໝາກແລະຕົ້ນໄມ້ອຸດສາຫະກຳ,ສ່ວນຄອບຄົວທັງຍັງຫຼືອຈະໄດ້ສືບຕໍ່ຊົດເຊີຍໃຫ້ສຳເລັດໃນທ້າຍປີນີ້.

ທ່ານກ່າວຕໍ່ອີກວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳລີກ 1 ປັດຈຸບັນມີຄວາມຄືບຫນ້າໄປແລ້ວ 58% ໂດຍມີມູນຄ່າການກໍ່ສ້າງ 153.7 ລ້ານໂດລາສະຫະລັດ ຫລື ປະມານ 1,200 ຕື້ກວ່າກີບ ມີກຳລັງການຜະລິດ 65 ເມກາວັດ.

 

ແຫລ່ງຂ່າວ: ລາວອັບເດດ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...