spot_img
Homeຂ່າວຕ່າງປະເທດທະຫານ ແລະ ຕຳຫຼວດ ຟີລິບປິນເສຍຊິວິດແລ້ວ 58 ຄົນ

ທະຫານ ແລະ ຕຳຫຼວດ ຟີລິບປິນເສຍຊິວິດແລ້ວ 58 ຄົນ

Published on

ເຈົ້າໜ້າທີ່ກອງທັບຟີລິບປິນກ່າວໃນວັນທີ 10 ມິຖຸນາ 2017ວ່າ ທະຫານທະເລສູ້ຮົບເທິງບົກຂອງປະເທດ 13 ຄົນໄດ້ເສຍຊີວິດໃນການກວາດລ້າງຜູ້ປະກອບອາວຸດກຸ່ມເມົາເຕ ແລະ ກຸ່ມຫົວຮຸນແຮງອື່ນໆຢູ່ເມືອງ ມາລາວີ ໃນວັນທີ 9 ມິຖຸນາທີ່ຜ່ານມາ ແລະ ມີປະຊາຊົນອີກ 40 ກວ່າຄົນບາດເຈັບ ມາຮອດປັດຈຸບັນ, ທະຫານ ແລະ ຕຳຫຼວດຟີລິບປິນໄດ້ເສຍຊີວິດໃນການສູ້ຮົບຢູ່ມາລາວີໄດ້ເພີ່ມຂຶ້ນເປັນ 58 ຄົນ.

ທ່ານ ໂຈອາ ເຮີຣີຣາ ໂຄສົກກອງທັບຟີລິບປິນກ່າວວ່າ: ການສູ້ຮົບໃນມື້ດຽວກັນ, ກອງທັບລັດຖະບານຟີລິບປິນໄດ້ໂຈມຕີຜູ້ປະກອບອາວຸດຢ່າງໜັກໜ່ວງ ເຮັດໃຫ້ຜູ້ປະກອບອາວຸດເສຍຊີວິດຈຳນວນບໍ່ໜ້ອຍແຕ່ກໍບໍ່ສາມາດຢືນ ຢັນໄດ້ຢ່າງຈະແຈ້ງວ່າມີເທົ່າໃດ.

ປັດຈຸບັນ, ກອງທັບລັດຖະບານຟີລິບປິນພວມເພີ່ມຂອບເຂດການປິດລ້ອມຜູ້ປະກອບອາວຸດຢູ່ເມືອງມາລາວີຕື່ມອີກ ແລະຈະສືບຕໍ່ກວາດລ້າງຢ່າງເດັດຂາດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...