Homeປ່ອງຢ້ຽມດວງດາວນາຊ່າເລືອກນັກບິນອາວະກາດຊຸດໃໝ່ 12 ຄົນສົ່ງຂຶ້ນດາວອັງຄານ

ນາຊ່າເລືອກນັກບິນອາວະກາດຊຸດໃໝ່ 12 ຄົນສົ່ງຂຶ້ນດາວອັງຄານ

Published on

ສຳນັກຂ່າວເອພີລາຍງານຈາກແຫຼມ ຄານາຣັລ ລັດຟໍຣິດາ ປະເທດສະຫະລັດອາເມລິກາ ເມື່ອວັນທີ 8 ມິຖຸນາ 2017 ວ່າ ຮອງປະທານາທິບໍດີໄມຄ໌ ເພນຊ໌ ຂອງສະຫະລັດ ເຂົ້າຮ່ວມການປະກາດຜົນການຄັດເລືອກ ນັກບິນອາວະກາດສະຫະລັດປີ 2017 ທີ່ສູນອາວະກາດຈອນສັນ ໃນເມືອງ ຮິວສະຕັນ ລັດເທກຊັສ ເມື່ອວັນພຸດທີ່ຜ່ານມາ ໂດຍເຈົ້າໜ້າທີ່ໄດ້ເປີດເຜີຍວ່າ ມີຜູ່ສົນໃຈຍື່ນໃບສະໝັກເຂົ້າຮ່ວມການຄັດເລືອກເປັນນັກບິນອາວະກາດຂອງນາຊາ ໃນປີນີ້ຫຼາຍກວ່າ 18,300 ຄົນ ເຊິ່ງນັບວ່າເປັນສະຖິຕິທີ່ສູງເປັນ 2 ເທົ່າ

ນັກບິນອາວະກາດຊຸດໃໝ່ຂອງນາຊ່າ ປະກອບດ້ວຍຜູ່ຊາຍ 7 ຄົນ ແລະ ແມ່ຍິງ 5 ຄົນ ທີ່ຜ່ານການຄັດເລືອກຮອບສຸດທ້າຍ ເຊິ່ງຈະເປັນນ້ອງໃໝ່ເຂົ້າຮ່ວມງານກັບນັກບິນອາວະກາດຂອງນາຊ່າທີ່ມີຢູ່ໃນຕອນນີ້ 44 ຄົນ

ຫຼັງຈາກຝຶກອົບຮົມເປັນເວລາ 2 ປີ ນັກບິນອາວະກາດຊຸດໃໝ່ອາດໄດ້ຂັບຂີ່ຈະຫຼວດພານີຊ ເດີນທາງໄປສູ່ສະຖານີ້ອາວະກາດນານາຊາດ (ໄອເອສເອສ) ຫຼື ເດີນທາງໄປໄກກວ່າດວງຈັນ ກັບຍານສຳຫຼວດ “ອໍຣຽນ” ຂອງນາຊ່າ ເຊິ່ງເປົ້າໝາຍສຸດທ້າຍອາດຢູ່ທີ່ດາວອັງຄານ.

https://youtu.be/w8jvVH76Tu0

ວິດີໂອຈາກ: Wochit News

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...