Homeຂ່າວຕ່າງປະເທດມຽນມາເລັ່ງກູ້ສົບຜູ່ເສຍຊີວິດເຫດເຮືອບິນທະຫານຕົກໃນທະເລອັນດາມັນ

ມຽນມາເລັ່ງກູ້ສົບຜູ່ເສຍຊີວິດເຫດເຮືອບິນທະຫານຕົກໃນທະເລອັນດາມັນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຢ່າງກຸ້ງ ປະເທດ ມຽນມາ ເມືອວັນທີ 9 ມິຖຸນາ 2017 ກ່ຽວກັບຄວາມຄືບໜ້າຫຼັງເກີດເຫດເຮືອບິນຂົນສົ່ງແບບໃບພັດຂັບເຄື່ອງດ້ວຍ 4 ເຄື່ອງຍົນ “ຊານຊີ ວາຍ-8” ພ້ອມຜູ່ໂດຍສານ 122 ຄົນ ເກືອບທັງໝົດເປັນທະຫານ ແລະ ສະມາຊິກໃນຄອບຕົວຕົກໃນທະເລອັນດາມັນ ເມື່ອວັນພຸດທີ 8 ມິຖຸນາ ທີ່ຜ່ານມາ ລະຫວ່າງເດີນທາງຈາກເມືອງ ມະຣິດສູ່ເມືອງ ຢ່າງກຸ້ງ.

ກອງທັບມຽນມາອອກຖະແຫຼງການວ່າ ເຈົ້າໜ້າທີ່ກູ້ໄພ ແລະ ອາສາສະໝັກຮ່ວມກັນລຳລຽງສົບຜູ່ເສຍຊີວິດຂຶ້ນຝັ່ງໄດ້ແລ້ວ 31 ສົບ ເປັນແມ່21 ສົບ, ຜູ່ຊາຍ 2 ສົບ ແລະ ເດັກນ້ອຍ 8 ສົບ ໂດຍຫຼັງຈາກນີ້ເຈົ້າໜ້າທີ່ຈະລຳລຽງສົບທັງໝົດໄປຝາກໄວ້ທີ່ໂຮງໝໍທະຫານໃນເມືອງ ທວາຍ ເພື່ອຮັບການພິສູດເອກະລັກບຸກຄົນຕໍ່ໄປ

ຂະນະທີ່ທຳນຽບຂາວມຽນມາເຜີຍແຜ່ຖະແຫຼງການຂອງທ່ານ ນາງ ອອງຊານ ຊູຈີ ປະທານສະພາແຫ່ງຊາດ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ສະແດງຄວາມເສຍໃຈຢ່າງສຸດຊຶ້ງໄປເຖິງຄອບຄົວຜູ່ເສຍຊີວິດ ແລະ ໃຫ້ຄຳໝັ້ນວ່າລັດຖະບານຈະມອບຄວາມຊ່ວຍເຫຼືອຢ່າງເຕັມທີ່ໃຫ້ແກ່ທຸກຝ່າຍທີ່ກ່ຽວຂ້ອງ ດ້ານນາຍົກລັດຖະມົນຕີ ເຣນທຣາ ໂມດີ ຜູ່ນຳອິນເດຍ ສະເໜີມອບຄວາມຊ່ວຍເຫຼືອໃນພາລະກິດຄົ້ນຫາສິ້ນສ່ວນຂອງເຮືອບິນ ແລະ ລຳລຽງຮ່າງຜູ່ເສຍຊີວິດ ສ່ວນບໍລິສັດນຳເຂົ້າ ແລະ ສົ່ງອອກເທັກໂນໂລຢີອາກາດສະຍານແຫ່ງຊາດຂອງຈີນ (ເຊຕິກ) ອອກຖະແຫລງການສະແດງຄວາມເສຍໃຈຢ່າງສຸດຊຶ້ງເຊັ່ນດຽວກັນ ແລະ ພ້ອມໃຫ້ຄວາມຮ່ວມມືຢ່າງເຕັມທີ່ແກ່ພະນັກງານສືບສວນ

https://youtu.be/OJmcSNyuUqs

ວິດີໂອຈາກ: NTDTV

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...