Homeຄລິບ-ວິດີໂອຄວາມໄວຂອງໄຟອຳນາດໃນລາວ

ຄວາມໄວຂອງໄຟອຳນາດໃນລາວ

Published on

ຫວ່າງບໍ່ດົນມານີ້ນັກຂ່າວໂທລະພາບຍີ່ປຸ່ນໄດ້ມາເກັບກໍາຂ່າວຢູ່ ສປປ ລາວ ເຊິ່ງເຂົາເຈົ້າກ່າວວ່າເສດຖະກິດລາວຂະຫຍາຍຕົວໄວ ແຕ່ປະກົດວ່າໄຟອໍານາດ ຫລື ແມ່ນແຕ່ໄຟສັນຍານຄົນຍ່າງກໍ່ໄວຄືກັນ ເພາະຄົນທີ່ຍ່າງຂ້າມທາງມ້າລາຍທັງຍ່າງທັງແລ່ນ

ເຊິ່ງການນຳສະເໜີຂ່າວຂອງນັກຂ່າວຈາກທາງຍີ່ປຸ່ນ ມັນສະທ້ອນໃຫ້ເຫັນໜຶ່ງເລື່ອງໃນສັງຄົມລາວ ເບິ່ງຜ່ານໆອາດຈະບໍ່ແມ່ນເລື່ອງໃຫຍ່ ແຕ່ເນື້ອໃນເລິກໆແລ້ວສຳລັບປະເທດທີ່ເຂົາພັດທະນາແລ້ວ ນີ້ແມ່ນບັນຫາທີ່ໃຫຍ່ຫຼາຍ ສະນັ້ນວິດີໂອນີ້ມັນກໍ່ແມ່ນກະບອກສຽງໜຶ່ງທີ່ຊ່ວຍສະທ້ອນໃຫ້ເຫັນຈຸດບົກຜ່ອງບາງຢ່າງທີ່ຄວນໄດ້ຮັບການພິຈາລະນາແກ້ໄຂ.

https://www.facebook.com/421087478095038/videos/665451373658646/

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...