spot_img
Homeຂ່າວທ້ອງຖິ່ນທ່ານ ທອງລຸນ ສີສຸລິດ ຮ່ວມພິທີປູກຕົ້ນໄມ້ ແລະ ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ

ທ່ານ ທອງລຸນ ສີສຸລິດ ຮ່ວມພິທີປູກຕົ້ນໄມ້ ແລະ ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ

Published on

ວັນທີ 1 ມິຖຸນາ 2017 ຢູ່ທີ່ ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ມີພິທີປູກຕົ້ນໄມ້ ແລະ ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ; ບັນດາທ່ານລັດຖະມົນຕີປະຈຳ ສຳນັກງານນາຍົກລັດຖະມົນຕີ; ບັນດາ ທ່ານຮອງລັດຖະມົນຕີ ພ້ອມດ້ວຍ ພະນັກງານ-ລັດຖະກອນ ແລະ ຫຼານນ້ອຍເຍົາວະຊົນ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກນາຍົກລັດຖະມົນຕີ ກ່າວວ່າ: ການປູກຕົ້ນໄມ້ໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການ ແລະ ສ້າງບັນຍາກາດ ໃຫ້ແກ່ວັນເດັກນ້ອຍສາກົນ ທັງເປັນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມິຖຸນາ 2017 ໃຫ້ມີຄວາມໝາຍເລິກເຊິ່ງ ແລະ ມີບັນຍາກາດເບີກບານມ່ວນຊື່ນ. ທີ່ສຳຄັນ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ທີ່ວ່າ: “ສ້າງປະເທດລາວ ໃຫ້ເປັນພື້ນທີ່ສີຂຽວ” ທັງເປັນການສ້າງສໍານັກງານນາຍົກລັດຖະມົນຕີ ໃຫ້ກາຍເປັນ “ສີຂຽວ, ມີສະເໜ່ ແລະ ສີວິໄລ”. ພ້ອມດຽວກັນນັ້ນ, ກໍ່ເພື່ອເປັນການປົກປັກຮັກສາ ແລະ ອະນຸລັກ ພັນໄມ້ພື້ນບ້ານ ທີ່ມີຄຸນຄ່າ ໄວ້ໃຫ້ຄົນລຸ້ນຫຼັງ, ແຂກພາຍໃນ ແລະ ຕ່າງປະເທດທີ່ມາຢ້ຽມຢາມ ສໍານັກງານນາຍົກລັດຖະມົນຕີ ໄດ້ທ່ຽວຊົມ ແລະ ສຶກສາ. ທັງເປັນການປັບປຸງ ທັດສະນີຍະພາບ, ສ້າງສະພາບແວດລ້ອມ ພາຍໃນ ສໍານັກງານນາຍົກລັດຖະມົນຕີ ໃຫ້ມີຄວາມສວຍງາມ, ຮົ່ມເຢັນ, ສະຫງ່າຜ່າເຜີຍ ແລະ ມີສະເໜ່ ສົມກັບເປັນສະຖານທີ່ເຮັດວຽກ ຂອງການນຳຂັ້ນສູງຂອງປະເທດ. ຄຽງຄູ່ກັນນັ້ນ, ກໍ່ເປັນການສ້າງໂອກາດທີ່ດີ ໃຫ້ຫຼານນ້ອຍເຍົາວະຊົນ, ລູກຫຼານ ຜູ້ທີ່ຈະເປັນອະນາຄົດຂອງຊາດ ໄດ້ມີໂອ ກາດຮູ້ຈັກ, ຄຸ້ນເຄີຍ ແລະ ໃກ້ສິດກັບ ທ່ານນາຍົກລັດຖະມົນຕີ, ທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະ ມົນຕີ ແລະ ຜູ້ນໍາອື່ນໆ. ຕິດພັນກັບ ການປູກຈິດສຳນຶກ ກ່ຽວກັບຄວາມສຳຄັນ ຂອງຕົ້ນໄມ້ ແລະ ການປົກປັກຮັກສາ ສິ່ງແວດລ້ອມທີ່ດີ ໃຫ້ມີຄວາມຍືນຍົງ. ສຳລັບຕົ້ນໄມ້ ທີ່ນໍາມາປູກໃນຄັ້ງນີ້ ແມ່ນຕົ້ນໄມ້ປະດັບ (ຕົ້ນຈໍາປາ ແລະ ຕົ້ນຄູນ).

ໂອກາດດັ່ງກ່າວນີ້, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດຕັດແຖບຜ້າ ເພື່ອເປີດພິທີຢ່າງເປັນທາງການ ແລະ ດຳເນີນການປູກຕົ້ນໄມ້ຮ່ວມກັບຜູ້ເຂົ້າຮ່ວມ ເຮັດໃຫ້ພິທີ່ດັ່ງກ່າວເຕັມໄປດ້ວຍບັນຍາກາດ ຟົດຟື້ນ, ມ່ວນຊື່ນ, ບັນດາທ່ານການນຳ ແລະ ຫຼານນ້ອຍເຍົາວະຊົນ ກໍ່ມີຄວາມສະໜິດສະໜົມກັນເປັນຢ່າງດີ.

ນອກຈາກມີພິທີປູກຕົ້ນໄມ້ແລ້ວ, ຍັງໄດ້ມີການຈັດກິດຈະກໍາ ຖາມ-ຕອບ ແລະ ໂອ້ລົມ ຕໍ່ເດັກນ້ອຍລູກຫຼານເຍົາວະຊົນ ທີ່ເຂົ້າຮ່ວມ ແລະ ມອບຂອງຂວັນໃຫ້ແກ່ເຂົາເຈົ້າ ອີກດ້ວຍ.

 

ແຫລ່ງຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...