ທ່ານຮອງນາຍົກ ສົ່ງສານເນື່ອງໃນ ວັນປູກຕົ້ນໄມ້ແຫ່ງຊາດແລະວັນເດັກນ້ອຍສາກົນ

ສານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ ໃນວັນທີ 1 ມິຖຸນາ 2017 ທັງເປັນວັນ ປູກຕົ້ນໄມ້ແຫ່ງຊາດ ແລະ ວັນ ຕ້ານການໃຊ້ ແຮງງານເດັກສາກົນ ວັນທີ 12 ມິຖຸນາ 2017

ພີ່ນ້ອງ​ຮ່ວມ​ຊາດ ທີ່​ຮັກ​ແພງ​ທັງຫລາຍ,
​ໃນ​ບັນຍາກາດ ທີ່​ບັນດາ​ປະຊາ​ຊາດ ​ສະ​ເຫລີ​ມສະຫລອງ ວັນ​​ເດັກ​ສາກົນ ເພື່ອ​ສັນລະ​ເສີນ ແລະ ປົກ​ປ້ອງ​ເດັກ​ໃນ​ທົ່ວ​ໂລກ, ພວກ​ເຮົາພ້ອມ​ກັນ ສະ​ເຫລີ​ມສະຫລອງ ວັນ​ເດັກ​ສາກົນ ວັນ​ທີ 1 ມິຖຸນາ 2017 ທັງ​ເປັນວັນ​ ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ​ແລະ ວັນ​ຕ້ານການ​ໃຊ້​ ແຮງ​ງານ​​ເດັກສາກົນ ວັນ​ທີ 12 ມິຖຸນາ 2017 ຢ່າງ​ເປັນຂະບວນການ ອັນ​ຟົດ​ຟື້ນ. ​ໃນ​ປີ​ນີ້ ຄະນະ​ກຳມາ​ທິການແຫ່ງ​ຊາດ ​ເພື່ອຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ​ແມ່-​ເດັກ ໄດ້​ຮ່ວມ​ກັບ ກະຊວງກະສິກຳ ​ແລະ ປ່າ​ໄມ້; ກະຊວງແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ, ນະຄອນຫລວງ​ວຽງ​ຈັນ ພ້ອມກັບບັນດາ​ກະຊວງ​, ຂະ​ແໜງ​ການທີ່​ກ່ຽວຂ້ອງ ​ແລະ ບັນດາ​ແຂວງ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຮ່ວມ​ກັນສະ​ເຫລີ​ມສະຫລອງ 2 ວັນ​ສຳຄັນ​ດັ່ງກ່າວ.

ໃນ​ໂອກາດ ທີ່​ມີຄວາມ​ໝາຍ​ສຳຄັນ​ນີ້, ຂ້າ​ພະ​ເຈົ້າ ຂໍ​ຕາງຫນ້າ​ໃຫ້ການ​ນຳ​ພັກ​ ແລະ ລັດ ອວຍ ພອນໃຫ້​ເດັກນ້ອຍທຸກ​ຄົນ ທີ່​ເປັນ​ລູກ, ​ເປັນ​ຫລານ ​ແລະ ​ເປັນ​ອານາ​ຄົດ​ ຂອງ​ຊາດ​ລາວ ຂອງ​ພວກ​ເຮົາ ​​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ແລະ ຕັ້ງໜ້າ​ໃນ​ການ​ຝຶກ​ຝົນ ຫລໍ່​ຫລອມ​ຕົນ​ເອງ ​ໃຫ້​ກາຍ​ເປັນ​ຜູ້​ໃຫຍ່ ທີ່​ມີ​ຄວາມ​ຮູ້, ຄວາມ​ສາມາດ, ມີ​ຄວາມ​ຮັບຜິດຊອບ, ມີ​ຄຸນສົມບັດສິນ​ທຳ​ປະຕິວັດ ປະກອບສ່ວນ​ເຂົ້າ​ໃນ ການ​ປົກປັກຮັກສາ ແລະ ສ້າງສາ​ພັດທະນາ​ປະ​ເທດຊາດ​ ໃນ​ອານາ​ຄົດ. ອີກ​ດ້ານ​ໜຶ່ງ ພວກ​ເຮົາ​ຈະ​​ໄດ້​ພ້ອມ​ກັນ ທົບ​ທວນຄືນ ການຈັດຕັ້ງປະຕິບັດ ບັນດາ​ແນວທາງ​ ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ເຮົາ ທີ່​ມີ​ຕໍ່​ເດັກນ້ອຍ​ທຸກ​ຄົນ ​ໃນ ສປປ ລາວ ກໍ​ຄື ການ​ກະກຽມ​ພື້ນຖານ ດ້ານ​ຊັບພະຍາກອນ​ມະນຸດ ​ເພື່ອ​ສືບ​ທອດ​ ພາລະກິດ ປົກປັກ​ຮັກສາ ​ແລະ ສ້າງ​ສາ​ປະ​ເທດ​ເຮົາ, ທັງ​ເປັນ​ການ​ທົບ​ທວນຄືນ ການຈັດຕັ້ງປະຕິບັດ ພັນທະ​ຕໍ່​ສາກົນ ​ແລະ ພາກ​ພື້ນອາ​ຊຽນ ​ໃນ​ວຽກ​ສິິດທິ​ເດັກນ້ອຍ, ວຽກ​ປ້ອງ​ກັນ ​ແລະ ລຶບ​ລ້າງ​ການ​ໃຊ້ຄວາມ​ຮຸນ​ແຮງ​ຕໍ່​ເດັກນ້ອຍ, ລວມທັງການ​ໃຊ້​ ແຮງ​ງາ​ນເດັກນ້ອຍ. ເພື່ອ​ຮັບ​ປະກັນການ​ຢູ່​ລອດ, ການ​ພັດທະນາ, ການ​ປົກ​ປ້ອງ ​ແລະ ການ​ມີ​ສ່ວນ​ຮ່ວມ​ ຂອງ​ເດັກນ້ອຍ​ທຸກ​ຄົນ, ​ເຮັດ​ໃຫ້​ເດັກ​ນ້ອຍລາວ ​ບັນດາ​ເຜົ່າ ​ໄດ້​ມີ​ໄວ​ເດັກ​ທີ່​ເຕັມ​ໄປດ້ວຍ​ຄວາມ​ຜາ​ສຸກ, ຄວາມ​ຮັກ​ອັນ​ອົບ​ອຸ່ນ ​ແລະ ​ໄດ້​ຮັບ​ການ​​ເບິ່​ງ​ແຍງ​ດູ​ແລ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ດີ ຈາກ​ພໍ່​ແມ່, ຄອບຄົວ, ຊຸມ​ຊົນ, ສັງຄົມ ​ແລະ ການຈັດຕັ້ງທຸກ​ຂັ້ນ. ​ນອກຈາກ​ນັ້ນ, ພວກ​ເຮົາ​ຍັງ​ຈະ​ໄດ້ ທົບ​ທວນຄືນບັນ ດາ​ຄາດ​ໝາຍ​ຕ່າງໆ ​ໃນ​ລະດັບ​ຊາດ, ພາກ​ພື້ນ ​ແລະ ​ສາກົນ ກ່ຽວ​ກັບວຽກ​ສິດທິ​ເດັກ, ວຽກ​ເປົ້າໝາຍ​​ ການ​ພັດທະນາແບບ​ຍືນ​ຍົງ ທີ່​ຕິດ​ພັນ​ກັບ​ວຽກຕ້ານການໃຊ້ ຄວາມ​ຮຸນ​ແຮງ​ຕໍ່​ເດັກນ້ອຍ, ວຽກ​ປົກ​ປ້ອງ​ ແລະ ຊ່ວຍ​ເຫລືອ​ເດັກນ້ອຍ ທີ່​ຖືກ​ເຄາະ​ຮ້າຍ ຕິດ​ພັນ​ກັບການສົ່ງ​ເສີ​ມ​ໃຫ້​ເດັກນ້ອຍ ​ໄດ້​ເຂົ້າຮ່ວມ​ ໃນ​ການ​ປູກ​ຕົ້ນ​ໄມ້ ເພື່ອ​ປົກ​ປັກ​ຮັກສາ ​ສະພາບ​ແວດ​ລ້ອມ ແລະ ສືບ​ຕໍ່​ປູ​ກຕົ້ນ​ໄມ້​ໃຫ້​ເປັນ​ປ່າໃນ​ອານາ​ຄົດ ເພື່ອບັນລຸເປົ້າໝາຍໃຫ້ມີປ່າໄມ້ ປົກຫຸ້ມໃນທົ່ວປະເທດ ກວມ 70% ໃນປີ 2020.

ພີ່​ນ້ອງ​ຮ່ວມ​ຊາດ ທີ່​ຮັກ​ແພງ​ທັງຫລາຍ,
ຜ່ານ​ການຈັດຕັ້ງປະຕິບັດ ວຽກ​ງານ​ຕົວ​ຈິງ ທີ່​ກ່ຽວຂ້ອງ​ກັບ​ເດັກ​​ ໃນ​ໄລຍະ​ຜ່ານ​ມາ, ພວກ​ເຮົາມີ​ຄວາມ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ ທີ່​ເຫັນ​ວ່າພວກເຮົາ ສາມາດຍາດ​ມາ​ໄດ້ ຜົນສຳ​ເລັດ​ຫລາຍ​ດ້ານ​ ໃນ​ວຽກ​ງານເດັກ ເຊັ່ນ: ສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ​ເອົາກົດໝາຍ​ວ່າ​ດ້ວຍ​ ການ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດ ຂອງ​ເດັກ ​ໃນ​ປີ 2016, ກົດໝາຍ​ວ່າ​ດ້ວຍ ​ການ​ດຳ​ເນີນ​ຄະດີ​ເດັກ ​ໃນ​ປີ 2013, ກົດໝາຍວ່າ​ດ້ວຍການ​ຕ້ານ​ ແລະ ​ສະກັດ​ກັ້ນ ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​ ແລະ ​ເດັກ ​ໃນ​ປີ 2014, ກົດໝາຍວ່າ​ດ້ວຍການ​ຕ້ານ​ການ​ຄ້າ​ມະນຸດ ​ໃນ​ປີ 2015; ລັດຖະບານ​ໄດ້ຮັບຮອງ​ເອົາ​ ແຜນ​ຍຸດ​ທະ​ສາດ ວຽກ​ແມ່​ ແລະ ​ເດັກ ​2016-2025, ວິ​ໄສ​ທັດ​ຮອດ ​ປີ 2030; ​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ ວຽກ​ແມ່​ ແລະ ​ເດັກ ​ໄລຍະ 2016-2020 ​ໃນ​ປີ 2015; ​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ ​ເພື່ອ​ປ້ອງ​ກັນ​ ແລະ ​ລຶບ​ລ້າງ​ການ​ໃຊ້​ ຄວາມ​ຮຸນ​ແຮງຕໍ່​ແມ່ຍິງ ​ແລະ ​ເດັກ 2014-2020; ​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ ​ເພື່ອ​ປ້ອງ​ກັນ ​ແລະ​ ລຶບ​ລ້າງ​ການ​ໃຊ້​ແຮງ​ງານ​ເດັກ 2014-2020 ​ໃນ​ປີ 2014.

ນອກຈາກ​ນັ້ນ, ບັນດາ​ຂະ​ແໜງ​ການ​ຕ່າງໆ ທັງ​ໃນ​ລະດັບ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ກໍ​ໄດ້​ລົງທຶນ​ໃສ່ ວຽກ ​ຈົດ​ທະບຽນ​ການ​ເກີດ, ວຽກ​ສຸຂະພາບ​ແມ່​ ແລະ ​ເດັກ, ວຽກ​ໂພຊະ​ນາ​ການ, ວຽກ​ສັກ​ຢາ​ກັນ​ພະຍາດ, ວຽກ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່, ວຽກ​ສຶກສາ, ວຽກ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມ, ວຽກ​ສານ, ​ໄອ​ຍະ​ການ, ຍຸຕິ​ທຳ, ສະຫະ​ພັນ​ແມ່ຍິງ ​ໃນວຽກ​ປົກ​ປ້ອງ​ ແລະ ​ຊ່ວຍ​ເຫລືອ​ເດັກ ຈາກ​ຄວາມ​ຮຸນ​ແຮງ​ ທຸກ​ຮູບ​ແບບ ລວມທັງ​ການ​ຂູດ​ຮີດ ​ທາງ​ເພດ​ເດັກ, ການ​ຄ້າ​ປະ​ເວ​ນີ​ເດັກ ​ແລະ ການ​ໃຊ້​ແຮງ​ງານ​ເດັກ, ສ້າງຕັ້ງສານ​ເດັກ, ໜ່ວຍ​ໄກ່​ເກ່ຍ, ຕາງໜ້າ​ປົກ​ປ້ອງ​ເດັກ, ​ເປີດ​ສາ​ຍດ່ວນ ​ແລະ ສູນ​ໃຫ້ການ​ຊ່ວຍ​ເຫລືອ​ ຜູ້​ຖືກ​ເຄາະ​ຮ້າຍ​ຕ່າງໆ ​ເຊິ່​ງທັງ​ໝົດ​​ເຫລົ່າ​ນີ້ ​ແມ່ນ​ການ​ລົງທຶນ​ເບື້ອງ​ຕົ້ນ​​ໃສ່​ ວຽກ​ພັດທະນາ​ເດັກ ຢູ່ ສປປ ລາວ ​ເພື່ອສ້າງ​ຊັບພະຍາກອນ​ມະນຸດ ທີ່​ເປັນ​ຄົນ​ລຸ້ນ​ໃໝ່​ທີ່​ຈະ​ກາຍ​ເປັນ​ຄູ, ​ເປັນ​ແພດ​ເປັນ​ໝໍ, ​ເປັນ​ນັກວິທະຍາ ສາດ, ​ເປັນ​ຜູ້ນຳ ​ແລະ ​ເປັນ​ຫົວໜ້າ​ຄອບຄົວ​ ໃນ​ສັງຄົມ​ລາວ ​ເພື່ອປະກອບສ່ວນ​ ພັດທະ​ນາ​ປະ​ເທດ ​ໃຫ້​ຫລຸດ​ພົ້ນອອກ ​ຈາກຄວາມ​ດ້ອຍ​ພັດທະນາ​ ໃນ​ປີ 2020 ຕາມ​ທີ່​​ໄດ້​ກຳນົດ​ໄວ້​ໃນ ​​ແຜນ​ພັດທະນາ ເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ 8 ​ໄລ​ຍະ 2016-2020.

ສິ່ງ​ທີ່​ພົ້ນ​ເດັ່ນ​ແມ່ນ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຂອງ​ສັງຄົມ ທີ່​ເຫັນ​ວ່າ​ເດັກນ້ອຍ​ ມີ​ບົດບາດ​ສຳຄັນໃນ​ສັງຄົມ ​ເຊິ່ງນອກຈາກ​ເດັກນ້ອຍ​ ຈະ​ເປັນ​ລູກຮັກ,​ ຫລານ​ແພງ​ຂອງ​ຄອບຄົວ, ຊຸມ​ຊົນ ​ແລະ ສັງຄົມ​ແລ້ວ, ເດັກ​ນ້ອຍຍັງ​ເປັນ​ຕົວ​ແທນ ​ຂອງ​ການ​ປ່ຽນ​ແປງ ​ເພື່ອ​ສືບ​ທອດ​ການ​ພັດທ​ະນາ​​ ແລະ ​ສ້າງສາ​ປະ​ເທດ ໃນ​ອານາ​ຄົດຢ່າງ​ໝັ້ນຄົງ. ຍ້ອນ​ຄວາມ​ສໍາຄັນ​ດັ່ງກ່າວ, ​ໃນ​​ແຕ່​ລະປີ ການ​ນຳ​ພັກ ແລະ ລັດ ​ໄດ້​ຖື​ເອົາ​ໂອກາດ ວັນ​ເດັກນ້ອຍ​ສາກົນ ​ເພື່ອ​ສະ​ເຫລີ​ມສະຫລອງ ​ໃຫ້​ເດັກນ້ອຍ​ລາວ​ບັນດາ​ເຜົ່າ ທັງ​ເປັນ​ການ​ປູກ​ຈິດ​ສຳນຶກ ໃຫ້​ທົ່ວ​ປວງ​ຊົນ ​ເພື່ອ​ລະນຶກ​ເຖິງ​ຄວາມ​ສຳຄັນ ​ຂອງເດັກນ້ອຍ ​ແລະ ເຫັນ​ໄດ້​ສະພາບ​ຂອງ​ເດັກນ້ອຍ​ລາວ​ບັນດາ​ເຜົ່າ ​ກັບ​ເດັກນ້ອຍ​ຊາດ​ອື່ນໆ​ ໃນ​ພາກ​ພື້ນ​ ແລະ ​ໃນ​​ໂລກ ຕິດ​ພັນ​ກັບການ ສະ​ເຫລີ​ມສະຫລອງ ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ​ເພື່ອ​ໃຫ້​ຄົນ​ໃນສັງຄົມ ມີ​ນ້ຳ​ໃຈ​ຮັກ​ປ່າ​ໄມ້ ​ຄື​ກັບ​ຮັກ​ລູກ​ຫລານ​ຂອງຕົນ.

ຕໍ່​ຜົນສຳ​ເລັດ​ດັ່ງກ່າວ, ຕາງໜ້າ​ໃຫ້​ລັດຖະບານ ​​ແຫ່ງ​ ສປປ ລາວ, ຂ້າ​ພະ​ເຈົ້າ ຂໍ​ສະ​ແດງຄວາມ​ຍ້ອງຍໍ​ ສັນລະ​ເສີນ​ມາ​ຍັງ ຄະນະ​ກຳມາ​ທິການ​ແຫ່ງ​ຊາດ ​ເພື່ອຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ​ແມ່-​ເດັກ ​​​ແຕ່​ຂັ້ນສູນ​ກາງ ລົງ​ຮອດ​ທ້ອງ​ຖິ່ນ, ບັນດາ​ຂະ​ແໜງ​ການ​ຕ່າງໆ ​ແລະ ອຳນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ​ແນວ​ລາວ​ສ້າງ​ຊາດ ​ແລະ ບັນດາ​ອົງການ​ຈັດຕັ້ງມະຫາຊົນ, ບັນດາ​ການຈັດຕັ້ງ ​ແລະ ​ຫົວໜ່ວຍ​ທຸລະ​ກິດ ທັງ​ພາກ​ລັດ​ ແລະ ​ເອກະ​ຊົນ ຕະຫລອດ​ຮອດ​ພີ່ນ້ອງ ​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ລວມທັງ​ເດັກນ້ອຍ​ທຸກ​ຄົນ ທີ່​ໄດ້​ປະກອບສ່ວນ​ ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ແມ່​ ແລະ ​ເດັກ ​ເພື່ອ​ຮັບປະກັນ​ໃຫ້​ເດັກນ້ອຍ​ລາວ ​ທຸກ​ຄົນ​ໄດ້​ຢູ່​ລອດ, ມີ​ກາ​ນພັດທະນາ​ບຸກຄະ​ລິກ, ພອນ​ສະຫວັນ, ກໍາລັງວັງຊາ ​ແລະ ສະຕິ​ປັນຍາ ​​ເຕັມ​ຄວາມ​ສາມາດ​ ຂອງ​ເດັກນ້ອຍ​ແຕ່ລະຄົນ, ສ້າງ​ສັງຄົມທີ່ມີ​ສິ່ງ​ແວດ​ລ້ອມ ​ໃນ​ຄອບຄົວ, ຊຸມ​ຊົນ ​ແລະ ສັງຄົມທີ່​ມີ​ບັນຍາ​ກາດ ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ, ຄວາມ​ອົບ​ອຸ່ນ, ຄວາມ​ເຂົ້າ​ໃຈ ​ແລະ ​ໃຫ້​ໂອກາດ​ເດັກນ້ອຍ ເພື່ອ​ຮັບ​ຮູ້​ຂໍ້​ມູນ​ຂ່າວສານ​ທີ່​ເໝາະ​ສົມ ທັງ​ໄດ້​ເຂົ້າຮ່ວມ​ໃນ​ທຸກ​ວຽກ​ງານ​ ທີ່​ກ່ຽວຂ້ອງ​ກັບ​ເດັກນ້ອຍ.

ໃນ​​ໂອກາດ​ນີ້, ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ ມາ​ຍັງ​ບັນດາ​ປະ​ເທດ​ເພື່ອ​ນມິດ, ອົງການ​ຈັດຕັ້ງສາກົນ ຕະຫລອດ​ຮອດ ອົງການ​ຈັດຕັ້ງທາງ​ສັງຄົມ ທີ່​ໄດ້​ໃຫ້ການ​ ສະໜັບສະໜູນຊ່ວຍ​ເຫລືອ ​ເພື່ອ​ຈັດຕັ້ງປະຕິບັດ ບັນດາ​ນະ​ໂຍບາຍຂອງ ສປປ ລາວ ​ແລະ ຫວັງ​ວ່າ​ບັນດາທ່ານ ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫລືອ ເພື່ອ​ພັດທະນາ​ ເດັກນ້ອຍ​ລາວ​ບັນດາ​ເຜົ່າ ​ໃຫ້​ໄດ້​ຮັບ​ສິດ ​ແລະ ​ໂອກາດ​ເທົ່າ​ທຽມ​ກັບ ​ເດັກນ້ອຍ​ຊາດ​ອື່ນໆ ​ໃນ​ພາກ​ພາກ​ພື້ນ ບັນດາປະເທດອາ​ຊຽນ ​ແລະ ​ໃນ​ໂລກ.
ບັນດາ​ທ່ານ​ທີ່​ຮັກ​ແພງ​ທັງຫລາຍ,
​ເຖິງຈະ​ມີ​ຜົນສຳ​ເລັດ​ ທີ່​ເປັນພື້ນຖານດັ່ງກ່າວ, ພວກ​​ເຮົາ​ຍັງ​ປະ​ເຊີນ​ໜ້າ ກັບ​ສິ່ງ​ທ້າ​ທາຍ ​ຫລາຍ​ປະການ ກ່ຽວ​ກັບ​ເດັກນ້ອຍທີ່​ຍັງ​ ຕ້ອງ​ໄດ້​ຮັບ​ການ​ປັບປຸງ ​ເປັນຕົ້ນ ບັນຫາ​ໂພຊະນາການ ລວມທັງ​ການ​ລ້ຽງ​ລູກ​ ດ້ວຍ​ນົມ​ແມ່​ພຽງ​ຢ່າງ​ດຽວ, ອັດຕາສັກ​ຢາ​ກັນ​ພະຍາດ ອັດຕາ​ການ​ຕາຍ​ຂອງ​ແມ່ ​ແລະ ​ເດັກ, ອັດຕາ​ການ​ເຂົ້າຮຽນ ​​ແລະ ການຮຽນຕໍ່ຂອງ​ເດັກ​ຊັ້ນຕ່າງໆ, ສະພາບ​ການ​ໃຊ້​ ຄວາມ​ຮຸນ​ແຮງ​ຕໍ່​ເດັກ, ການ​ຄ້າ​ປະ​ເວ​ນີ​ເດັກ, ການ​ໃຊ້​ແຮງ​ງານ​ເດັກ, ລວມທັງຄວາມ​ເຂົ້າ​ໃຈ ​ຂອງ​ຄົນໃນສັງຄົມ ​ແລະ ​ຮີດຄອງ​ປະ​ເພນີ​ຂອງ​ບັນດາເຜົ່າ​ຕ່າງ​ໆ ຕໍ່​ເດັກ​​ນ້ອຍໂດຍ​ລວມ,​ ​ໂດຍ​ສະ​ເພາະ​ ແມ່ນ​ໃນ​ເຂດ​ທຸກ​ຍາກ, ຫ່າງ​​ໄກ​ສອກຫລີກ ຍັງ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ ເປັນ​ພິ​ເສດ ​ແລະ ​ຕ້ອງ​ເພີ່ມການ​ລົງທຶນ ​ໃສ່​ໃນ​ວຽກ​ປູກ​ຈິດ​ສຳນຶກ​ທົ່ວ​ປວງ​ຊົນ, ວຽກ​ສ້າງ​ຄວາມ​ເຂັ້ມ​ແຂງ​ ໃຫ້ຄົນ​ໃນການ​ຈັດຕັ້ງຕ່າງໆ​ ແຕ່ລະ​ຂັ້ນ ​ແລະ ວຽກ​ລົງທຶນ​ໃສ່​ເດັກນ້ອຍ ຕິດ​ພັນ​ກັບ​ການ​ປັບປຸງ​ ຂອດ​ປະສານ​ງານ, ການ​ສ້າງ​ແຜນ​ວຽກ​, ​ແຜນ​ຄົນ, ​ແຜນ​ເງິນ ຕິດ​ພັນ​ກັບ​ ການຕິດຕາມ​ກວດກາ, ສະຫລຸບ​ລາຍ​ງານ ຢ່າງ​ເປັນ​ປົກກະຕິ ​ແລະ ຕໍ່​ເນື່ອງ. ນອກຈາກ​ສິ່ງ​ທ້າ​ທາຍພາຍ​ໃນ​ປະ​ເທດ, ພວກ​ເຮົາ​ຍັງ​ຕ້ອງ​ເອົາ​ໃຈ​ໃສ່ ​ໃນ​ການ​ສ້າງ​ບຸກຄະລາ​ກອນ ທີ່​ເປັນ​ຄົນ​ລຸ້ນ​ໃໝ່ ທີ່​ມີ​ຄວາມ​ສາມາດ​ ທາງ​ດ້ານ​ພາສາ​ອັງກິດ ​ແລະ ວິຊາ​ສະ​ເພາະ ​ໃນການ​ເຊື່ອມ​ໂຍງ​ ພາກ​ພື້ນ​ ແລະ ໃນອາ​ຊຽນ.
ໃນ​ໂອກາດ​ ສະ​ເຫລີ​ມສະຫລອງ ວັນ​​ເດັກ​ສາກົນ ​ແລະ ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ 1 ມິຖຸນາ 2017, ລວມທັງວັນ​ຕ້ານ​ການ​ໃຊ້​ ແຮງ​ງານ​ເດັກ​ສາກົນ 12 ມິຖຸນາ 2017 ນີ້, ຕາງໜ້າ​ໃຫ້ລັດຖະບານ, ຂ້າພະ​ເຈົ້າ ຂໍ​ຮຽກຮ້ອງ​ມາ​ຍັງ ບັນດາ​ການຈັດຕັ້ງ ພັກ-ລັດ, ​ແນວ​ລາວ​ສ້າງ​ຊາດ ​ແລະ ອົງການຈັດຕັ້ງມະຫາຊົນ, ບັນດາ​ການຈັດຕັ້ງ ​ແລະ ​ຫົວໜ່ວຍ​ທຸລະ​ກິດ ​ທັງ​ພາກ​ລັດ​ ແລະ ​ເອກະ​ຊົນ ຕະຫລອດ​ເຖິງປະຊາຊົນ​ ລວມທັງ​ເດັກນ້ອຍລາວ​ບັນດາ​ເຜົ່າ​ ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ ຂອງ​ຕົນ ​ແລະ ​​ເພີ່​ມທະວີອອກ​ແຮງ​ ຈັດຕັ້ງປະຕິບັດ ​ວຽກ​​ກ່ຽວກັບ​ເດັກ ເພື່ອ​ຮັບປະກັນ​ ການ​ດູ​ແລ​ເອົາ​ໃຈ​ໃສ່, ການ​ພັດທະນາ, ການ​ປົກ​ປ້ອງ ແລະ ການມີ​ສ່ວນ​ຮ່ວມ ຂອງ​ເດັກນ້ອຍ ທີ່​ເປັນ​ລູກ​ຫລານ ຂອງພວກ​ເຮົາ​ ໃຫ້​ມີ​ໄວ​ເດັກທີ່ສົດ​ໃສ ​ເພື່ອ​ກ້າວ​ເປັນ​ຜູ້​ໃຫຍ່ ທີ່​ມີ​ອານາ​ຄົດ​, ​ເປັນ​ກຳລັງ​ຕົ້ນຕໍ​ຂອງ​ຊາດ ​ໃນ​ການ​ປະກອບ​ສ່ວນ ​ນຳ​ເອົາ​ປະ​ເທດ​ໃຫ້​ຫລຸດ​ພົ້ນ ຈາກ​ຄວາມ​ດ້ອຍ​ພັດທະນາ ​ໃນ​ປີ 2020.

ສຸ​ດທ້າຍ​ນີ້, ຂ້າ​ພະ​ເຈົ້າ ຂໍ​ອວຍພອນ​ໃຫ້ ການ​ສະ​ເຫລີ​ມສະຫລອງ​ ວັນ​ເດັກ​ສາກົນ, ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ​ແລະ ວັນ​ຕ້ານ​ການ​ໃຊ້​ ແຮງ​ງານ​ເດັກ​ສາກົນ ຈົ່ງ​ປະສົບ​ຜົນສຳ​ເລັດ ​ຢ່າງ​ຈົບ​ງາມ.

ຂໍ​ຂອບ​ໃຈ