spot_img
Homeຂ່າວພາຍ​ໃນຄຳເຕືອນສະ​ພາບອ​າ​ກາດນັບຕັ້ງແຕ່​ວັນ​ທີ 29/05/-03/06/2017

ຄຳເຕືອນສະ​ພາບອ​າ​ກາດນັບຕັ້ງແຕ່​ວັນ​ທີ 29/05/-03/06/2017

Published on

ພະ​ຍາ​ກອນ​ອາ​ກາດ ປະ​ຈຳ​ວັນ​ທີ 30 ພຶດ​ສະ​ພາ 2017 ບໍລິເວນຄວາມກົດດັນອາກາດຕໍ່າຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນຢູ່ຕື່ມອີກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຕົກໃນລະດັບປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ ຫາ ພາກໃຕ້.

ຄຳເຕືອນ: ເນື່ອງຈາກວ່າໄລຍະວັນທີ 1-3 ມິຖຸນາ 2017 ລົມມໍລະສຸມຕາເວັນຕົກສຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼືອມ ແລະ ມີລົມແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ດັ່ງນັ້ນຈິ່ງແຈ້ງເຕືອນມາເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ຈົ່ງມີສະຕິຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼືອມ, ລົມແຮງ, ດິນເຈື່ອນ ແລະ ນ້ຳຖ້ວມ ທີ່ອາດຈະເກີດຂຶ້ນໃນໄລຍະນີ້.

ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມປານກາງຫາຫຼາຍ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 28-30 ອົງສາ.

ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກຟ້າຮ້ອງຟ້າເຫຼືອມຫຼາຍຂຶ້ນໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກພ້ອມມີລົມແຮງຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 30-32 ອົງສາ.

ນະຄອນຫຼວງວຽງຈັນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼືອມຫຼາຍຂຶ້ນໃນລະດັບຄ່ອຍຫາປານກາງ ພ້ອມມີລົມແຮງຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 31-33 ອົງສາ.

ພາກກາງ: ຈະມີຝົນຕົກຟ້າຮ້ອງຟ້າເຫຼືອມຫຼາຍຂຶ້ນໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ເຂດວຽງຈັນ, ບໍລິຄຳໄຊ, ໄຊສົມບູນ ແລະ ຄຳມ່ວນ ຈະມີລົມແຮງບາງໂອກາດ, ອຸນຫະພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 31-33 ອົງສາ.

ພາກໃຕ້:​ ຈະມີຝົນຕົກຟ້າຮ້ອງຟ້າເຫຼືອມຫຼາຍຂຶ້ນໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ພ້ອມມີລົມແຮງຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 31-33 ອົງສາ.

 

ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...