Homeສຸຂະພາບ ແລະ ສີ່ງແວດລ້ອມອາການຂອງໂຣກອະຫິວາ ແລະ ວິທີປ້ອງກັນໂຣກອະຫິວາ

ອາການຂອງໂຣກອະຫິວາ ແລະ ວິທີປ້ອງກັນໂຣກອະຫິວາ

Published on

ໂຣກອະຫິວາ (Cholera) ຄືໂຣກທີ່ເກີດຈາກການຕິດເຊື້ອແບດທີເຣຍພາຍໃນລຳໄສ້ ສົ່ງຜົນໃຫ້ເກີດການຖອກທ້ອງກະທັນຫັນຢ່າງຮຸນແຮງ ເຮັດໃຫ້ຮ່າງກາຍເສຍນ້ຳ ແລະ ເກືອແຮ່ຢ່າງໄວວາຈົນເຂົ້າຂັ້ນອັນຕະລາຍ ສົ່ງຜົນໃຫ້ເກີດພາວະເລືອດເປັນກຣົດ ເຊິ່ງເປັນສາເຫດຂອງພາວະລະບົບໄຫລວຽນໂລຫິດລົ້ມເຫຼວ ສຳລັບຄົນທີ່ມີອາການຮຸນແຮງຫາກບໍ່ໄດ້ຮັບການຮັກສາທັນເວລາອາດຈະເຮັດໃຫ້ຜູ່ປ່ວຍເສຍຊີວິດພາຍໃນເວລາ 2-3 ຊົ່ວໂມງ ໂດຍສະເພາະໂຣດອະຫິວານີ້ຈະມັກລະບາດໃນລະດູຮ້ອນ ໂຣດນີ້ແມ່ນສາມາດແຜ່ເຊື້ອໃຫ້ຄົນອື່ນໄດ້ ເຊິ່ງຖືກຈັດຢູ່ໃນໂຣດຕິດຕໍ່ອີກຊະນິດໜຶ່ງ.

ອາການຂອງໂຣກອະຫິວາ

ໂດຍປົກກະຕິແລ້ວເມື່ອເຊື້ອໂຣກຂອງອະຫິວາເຂົ້າສູ່ຮ່າງກາຍແລ້ວ ຈະສະແດງອາການຂື້ນພາຍໃນ 24 ຊົ່ວໂມງ – 5 ມື້ ແຕ່ເທົ່າທີ່ມີອາການທີ່ເຄີຍພົບໂດຍສະເລ່ຍຢູ່ທີ່ 1-2 ມື້ ເຊິ່ງອາການຈະແບ່ງອອກເປັນ 2 ກຸ່ມຄື: ກຸ່ມອາການທີ່ບໍ່ຮຸນແຮງຈະເລີ່ມຈາກການຖ່າຍອຸຈະຣະເຫລວເປັນນ້ຳມື້ລະຫຼາຍເທື່ອ ແລະ ອາດຈະມີອາການປວດຮາກຮ່ວມນຳ

ສ່ວນກຸ່ມທີ່ມີອາການຮຸນແຮງນັ້ນ ຈະມີອາການຖອກທ້ອງແ ລະ ມີເນື້ອອຸຈະຣະຫຼາຍໃນຊ່ວງທຳອິດ ຕໍ່ມາຈະມີລັກສະນະຄ້າຍນ້ຳເຂົ້າໝ່າ ມີມູກຫຼາຍ ແລະ ມີກິ່ນຄາວ ອາດຈະຖ່າຍອອກໂດຍບໍ່ມີອາການປວດທ້ອງ ຫຼື ຖ່າຍອອກມາແບບບໍ່ຮູ້ເມື່ອ ແລະ ກໍ່ຖ່າຍເລື່ອຍໆ ທັງຖ່າຍທັງຮາກແຕ່ບໍ່ປວດຮາກ ໂດຍອາການເຫຼົ່ານີ້ຈະຢຸດໄປເອງພາຍໃນ 7 ມື້ ຫາກໄດ້ຮັບການຮັກສາ ແຕ່ຫາກບໍ່ໄດ້ຮັບການຮັກສາແມ່ນຈະເກີດພາວະຂາດນ້ຳຢ່າງຮຸນແຮງ ຈົນເຮັດໃຫ້ລຸກບໍ່ໄຫວ ປັດສະວະໜ້ອຍລົງ ຫຼື ບໍ່ປັດສະວະເລີຍ ຮວມທັງມີອາການໜ້າມືດ ເປັນລົມ ສລັບຄົນທີ່ເປັນພະຍາດນີ້ຮຸນແຮງເຖິງຂັ້ນສຸດແມ່ນຈະເກີດພາວະຊັອກ ແລະ ເສຍຊີວິດໄດ້.

ວິທີປ້ອງກັນໂຣກອະຫິວາ

ອະຫິວາເປັນໂຣກພະຍາດທີ່ສາມາດປ້ອງກັຮໄດ້ ຄວາມສ່ຽງຂອງການເກີດໂຣກນີ້ແມ່ນຂຶ້ນກັບຕົວທ່ານເອງ ເຊິ່ງມີວິທີປ້ອງກັນດັ່ງນີ້:​ ຮັກສາອານະໄມຕົນເອງໃຫ້ສະອາດ, ຫຼີກລ່ຽງການກິນອາຫານສຸກໆດິບໆ ຫຼື ອາຫານດອງ, ຫຼີກລ່ຽງການສຳພັດຕົວ ຫລື ເຄື່ອງໃຊ້ຂອງຜູ່ປ່ວຍໂຣກນີ້ໂດຍຕົງ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...