spot_img
Homeຂ່າວພາຍ​ໃນປະຫວັດສາດຊໍ້າຮອຍ ລົດເມຫວຽດແກ່ໝາກກະໂພກ ບົດຮຽນທີ່ບໍ່ຮູ້ຈັກຈື່

ປະຫວັດສາດຊໍ້າຮອຍ ລົດເມຫວຽດແກ່ໝາກກະໂພກ ບົດຮຽນທີ່ບໍ່ຮູ້ຈັກຈື່

Published on

ຈາກສາເຫດລົດເມຫວຽດນາມ ທີ່ໄດ້ເກີດລະເບີດແລະໄຟລຸກໄໝ້ຂຶ້ນທີ່ບ້ານ ນາລ້ອມ (ຂ່າວເກົ່າບອກວ່າບ້ານດົງບັງ) ເມືອງໄຊທານີ້ ນະຄອນຫຼວງວຽງຈັນ ເມື່ອວັນທີ 28 ພຶດສະພາ 2017 ທີ່ຜ່ານມາ ເປັນເຫດໃຫ້ມີຜູ້ບາດເຈັບແລະເສຍຊີວິດ ພ້ອມທັງບ້ານເຮືອນປະຊາຊົນໄດ້ຮັບຄວາມເສຍຫາຍນັບ 10 ຫຼັງ.

ໜັງສືພິມລາວພັດທະນາລາຍງານຂ່າວກໍລະນີດັ່ງກ່າວ ເມື່ອວັນທີ 29 ພຶດສະພາ 2017 ທີ່ຜ່ານມາ ໂດຍອ້າງອີງຈາກການໃຫ້ສຳພາດຂອງທ່ານ ພັນຕີ ເກດສະໜາ ພິຈິດ ຮອງຫົວໜ້າພະແນກສືຍສວນ-ສອບສວນ ຄະດີອາຍາ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ ເວລາປະມານ 18:00 ນາທີ ລົດໂດຍສານຄັນດັ່ງກ່າວແມ່ນ ເປັນລົດເມໂດຍສານສາຍ ວຽງຈັນ-ຮາໂນຍ ທະບຽນ ບຂ 5762 ກຳແພງນະຄອນ ໂດຍມີ ທ້າວ ໂງ ສີ ຢາງ (ສັນຊາດຫວຽດນາມ) ເປັນເຈົ້າຂອງລົດ ແລະມື້ເກີດເຫດ ພາຍຫຼັງໄດ້ນຳສົ່ງຜູ້ໂດຍສານ ຈາກຄິວລົດສາຍໃຕ້ແລ້ວກໍ່ກັບເຂົ້າເຮືອນ (ຈຸດເກີດເຫດ). ຈາກນັ້ນຜູ້ເປັນເຈົ້າຂອງລົດ (ຜູ້ເສຍຊີວິດ) ກໍ່ໄດ້ນຳບັ້ງອົກຊີມາຈອດສ້ອມແປງຕຽງນອນພາຍໃນລົດ ແລະ ມີຍາດພີ່ນ້ອງອີກ 3 ຄົນ ຊ່ວຍກັນສ້ອມແປງຈຸດທີ່ເປ່ເພ. ເມື່ອທ້າວ ໂງ ສີ ຢາງ ຈອດໄປໄດ້ໄລຍະໜຶ່ງປະກົດວ່າ ສະເກັດໄຟໄດ້ລຸກໄໝ້ລາມໄປຫາກະໂພກທີ່ໄດ້ເກັບມ້ຽນພາຍໃນລົດ ເຮັດໃຫ້ເກີດລະເບີດຢ່າງຮຸນແຮງ ຄວາມແຮງຂອງລະເບີດໄດ້ຖືກຜູ້ເປັນເຈົ້າຂອງລົດ ເຮັດໃຫ້ເສຍຊີວິດຄາທີ່ ແລະ ພີ່ນ້ອງທີ່ໄດ້ຢູ່ຈຸດເກີດເຫດກໍ່ໄດ້ຮັບບາດເຈັບຮຸນແຮງ 3 ຄົນ.

ເຫດການດັ່ງກ່າວນີ້ ຊວນໃຫ້ຄິດຫວນຄືນຫຼັງໄປບໍ່ຮອດປີ ຄືໄດ້ເກີດມີເຫດການໃນລັກສະນະຄ້າຍຄືກັນນີ້ເກີດຂຶ້ນ ກັບລົດເມໂດຍສານຫວຽດນາມຄັນໜຶ່ງ ໃນວັນທີ 2 ມິຖຸນາ 2016 ທີ່ແຕກຕ່າງກໍຄື ຄັ້ງກ່ອນນັ້ນເປັນລົດເມຫວຽດລັກລອບບັນທຸກໄມ້ ແລະເຫດການດັ່ງກ່າວນັ້ນໄດ້ເຮັດໃຫ້ມີຜູ້ບາດເຈັບຈຳນວນຫຼາຍ ແລະເສຍຊີວິດອີກ 8 ຄົນ ທ່ານສາມາດອ່ານຂ່າວດັ່ງກ່າວຄືນໄດ້ລີ້ງນີ້: https://www.laopost.com/2016/07/01/63760

ຕໍ່ເຫດການດັ່ງກ່າວຂ້າງເທິງ ມັນໄດ້ກາຍເປັນປະຫວັດສາດຊໍ້າຮອຍ ເກີດຂຶ້ນມາແລ້ວຄັ້ງໜຶ່ງໃນປີກາຍ ແລ້ວມາເກີດອີກຄັ້ງທີສອງໃນປີນີ້ ເປັນຫຍັງຕ້ອງອະນຸຍາດໃຫ້ລົດເມທີ່ມີຄົນ ຂົນໝາກກະໂພກຂະໜາດໃຫຍ່ພໍທີ່ຈະເຮັດໃຫ້ຄົນຕາຍ ຫຼື ໄຟໄໝ້ລົດໄດ້ ໝາກກະໂພກ? ຫຼືວັດຖຸໄວໄຟດັ່ງກ່າວເອົາມາແຕ່ໃສ ແລະຈະເອົາໄປເຮັດຫຍັງ? ເຄື່ອງຂອງທີ່ໄວໄຟຫຼືເປັນອັນຕະລາຍຕໍ່ຄົນ ກໍຄວນໃຫ້ລົດຂົນສົ່ງທີ່ບໍ່ແມ່ນລົດເມເປັນຜູ້ຂົນສົ່ງ ບໍ່ແມ່ນຫວາ?

ລົດເມຫວຽດລະເບີດແລະເກີດໄຟໄໝ້ ວັນທີ 28 ພຶດສະພາ 2017 ທີ່ບ້ານນາລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ລົດເມຫວຽດລະເບີດແລະເກີດໄຟໄໝ້ ວັນທີ 28 ພຶດສະພາ 2017 ທີ່ບ້ານນາລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ເຫດລົດເມຂົນໄມ້ລະເບີດ ຢູ່ເສັ້ນທາງ 13B ຫ່າງຈາກດ່ານສາກົນນາເພົ່າ-ຈໍຫລໍ່ ເຂດບ້ານຫລັງຄັງ ເມືອງບົວລະພາ ແຂວງຄຳມ່ວນ ໃນວັນທີ 2 ມິຖຸນາ 2016 ມີຜູ້ເສຍຊີວິດ 8 ຄົນ
ເຫດລົດເມຂົນໄມ້ລະເບີດ ຢູ່ເສັ້ນທາງ 13B ຫ່າງຈາກດ່ານສາກົນນາເພົ່າ-ຈໍຫລໍ່ ເຂດບ້ານຫລັງຄັງ ເມືອງບົວລະພາ ແຂວງຄຳມ່ວນ ໃນວັນທີ 2 ມິຖຸນາ 2016 ມີຜູ້ເສຍຊີວິດ 8 ຄົນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...