Homeຂ່າວຕ່າງປະເທດເຈົ້າໜ້າທີ່ຟິລິບປິນຢຶດຢາໄອຊລັອດໃຫຍ່ມີນ້ຳໜັກກວ່າ 605 kg

ເຈົ້າໜ້າທີ່ຟິລິບປິນຢຶດຢາໄອຊລັອດໃຫຍ່ມີນ້ຳໜັກກວ່າ 605 kg

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມະນິລາ ປະເທດ ຟິລິບປິນ ເມື່ອວັນທີ 29 ພຶດສະພາ 2017 ເຈົ້າໜ້າທີ່ສຳນັກງານສືບສວນແຫ່ງຊາດຂອງຟິລິບປິນ ເປີດເຜີຍວ່າ ສາມາດຢຶດຢາເສບຕິດປະເພດຢາໄອຊ ມີນ້ຳໜັກກວ່າ 605 ກກ. ສົ່ງມາທາງເຮືອຈາກປະເທດຈີນ ມູນຄ່າຂອງຢາເສບຕິດຈຳນວນດັ່ງກ່າວ ຫາກນຳໄປຈຳໜ່າຍຈະໄດ້ລາຄາປະມານ 6,050 ລ້ານເປໂຊ ຢາເສບຕິດດັ່ງກ່າວ ເຈົ້າໜ້າທີ່ຢຶດມາໄດ້ຈາກສາງເກັບສິນຄ້າຂອງບໍລິສັດນາຍໜ້າໃນເຂດເມໂທຣມະນິລາ ອີກສ່ວນໜຶ່ງຢຶດມາໄດ້ຈາກບໍລິສັດຜູ່ຮັບຝາກຂາຍທາງເຮືອ

ປະຕິບັດການກວດຈັບຢາເສບຕິດເປັນປະຕິບັດການຮ່ວມກັນລະຫວ່າງໜ່ວຍປາບປາມຢາເສບຕິດຂອງຟິລິບປິນກັບສຳນັກງານຕຳຫຼວດແຫ່ງຊາດ ແລະ ກົມພາສີ-ອາກອນ ໂດຍທາງສຳນັກງານສືບສວນແຫ່ງຊາດຮັບແຈ້ງຂ່າວສານມາຈາກທາງຄະນະກົມການປາບປາມຢາເສບຕິດຂອງຈີນວ່າ ມີການຂົນສົ່ງຢາເສບຕິດມາທາງເຮືອນັບຄັ້ງແຕ່ປະທານາທິບໍດີເມື່ອປີທີ່ຜ່ານມາ ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ແຫ່ງຟິລິບປິນ ປະກາດສົງຄາມຢາເສບຕິດ ໂດບປາບປາມຂັ້ນເດັດຂາດເຖິງຂັ້ນຈັບຕາຍຜູ່ຄ້າຢາເສບຕິດ ແລະ ຜູ່ເສບຢາ.

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...