Homeຂ່າວທ້ອງຖິ່ນລົດສົ່ງຄົນເຈັບລາວຂວໍ້າຊໍ້າທີ່ປະເທດໄທ ບາດເຈັບທັງໝົດ 9 ຄົນ

ລົດສົ່ງຄົນເຈັບລາວຂວໍ້າຊໍ້າທີ່ປະເທດໄທ ບາດເຈັບທັງໝົດ 9 ຄົນ

Published on

ອີງຕາມການລາຍງານຂອງສຳນັກຂ່າວ ໄທລັດວ່າ ເມື່ອເວລາປະມານ 4 ໂມງແລງ ຂອງມື້ນີ້ ວັນທີ 28 ພຶດສະພາ 2017 ໄດ້ເກີດເຫດລົດໂຮງໝໍເມືອງແກ່ນທ້າວ ທີ່ນຳສົ່ງຄົນເຈັບໄປຍັງໂຮງໝໍຈັງຫວັດເລີຍປະເທດໄທ ໄດ້ພິກຂວໍ້າທີ່ຈັງຫວັດເລີຍ ເຊິ່ງມີທັງຄົນເຈັບ, ພີ່ນ້ອງ ແລະພະຍາບານ ທີ່ໄປນຳກັນ 9 ຄົນໄດ້ຮັບບາດເຈັບ ພາຍຫຼັງເກີດເຫດໜ່ວຍກູ້ໄພສະຫວ່າງສິລິທຳແລະຕຳຫຼວດອຳເພີທ່າລີ່ ຈັງຫວັດເລີຍໄດ້ເຂົ້າໃຫ້ການຊ່ວຍເຫຼືອແລະນຳສົ່ງໂຮງໝໍຈັງຫວັດເລີຍ.

ຜູ້ທີ່ຢູ່ໃນລົດທີ່ຮູ້ຊື່ມີ ທ້າວ ທອນ ສິນທະວົງ (ຄົນເຈັບ) ແລະ ນາງເຫຼືອ ຍອດແກ້ວ (ຄົນເຈັບ) ພ້ອມກັບ ນາງ ຈູມ ສິນທະວົງ, ນາງ ເປີ້ນ ສິນທະວົງ, ນາງ ສົ່ງ ຈັນທະວົງ ແລະ ນາງຈຽມ ສຸກກະເສີມ ທັງໝົດເປັນພີ່ນ້ອງກັນ ໂດຍມີ ທ້າວ ສິນໃຈ ສີສະອາດ ອາຍຸ 30 ປີ ເປັນຄົນຂັບລົດ ພ້ອມດ້ວຍໝໍແລະພະຍາບານອີກ ລວມກັນ 9 ຄົນ.

ຈາກການສອບຖາມ ທ້າວ ສິນໃຈ ສີສະອາດ ຜູ້ຂັບລົດ ເລົ່າວ່າໄດ້ຂັບລົດໂຮງໝໍ ໄປແຕ່ເມືອງແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເພື່ອໄປສົ່ງຄົນເຈັບ ຄື ທ້າວ ທອນ ສິນທະວົງ ແລະ ນາງ ເຫຼືອ ຍອດແກ້ວ ທີ່ຖືກຄວາຍຊົນຈົນບາດເຈັບສາຫັດ ພໍໄປເຖິງບ່ອນເກີດເຫດ ເສັ້ນທາງໂຄ້ງ ຈຶ່ງບໍ່ສາມາດຢຽບເບກໄດ້ ເຮັດໃຫ້ລົດເສຍຫຼັກຂ້າມເລນໄປຕົກອອກນອກທາງແລະພິກຂວໍ້າຄືດັ່ງກ່າວ.

ຂ່າວຫຼ້າສຸດຄົນເຈັບຜູ້ໜຶ່ງທີ່ຖືກຄວາຍຊົນແລະຢູ່ໃນຫ້ອງສຸກເສີນນັ້ນ ໄດ້ຖືກຍາດພີ່ນ້ອງຂໍເອົາກັບຄືນບ້ານແລ້ວ.

ຮູບຈາກ: ໜ່ວຍກູ້ໄພສະຫວ່າງສິລິທຳ ອຳເພີທ່າລີ້ ຈັງຫວັດຊຽງຮາຍ

ແຫຼ່ງຂ່າວ: ໄທລັດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...