spot_img
Home​ຂ່າວທ່ອງທ່ຽວບັນຍາກາດອົບອຸ່ນຍາມແລງທີ່ Walking Street

ບັນຍາກາດອົບອຸ່ນຍາມແລງທີ່ Walking Street

Published on

ສະຖານທີ່ພັກຜ່ອນຢ່ອນໃຈແຫ່ງໃໝ່ສຳລັບໄວໜຸ່ມໃນນະຄອນຫຼວງວຽງຈັນ

ຖ້າໃຜມີໂອກາດໄດ້ຍ່າງເລາະກາຍໄປແຖວ ແຄມຂອງ ຕອນແລງ ບໍລິເວນຕຶກໃໝ່ ວຽງຈັນນິວເວີນ (ແຖວຮ້ານອາຫານຊັນທາຣາ) ອາດຈະສັງເກດເຫັນ ໄຟສີເຫຼືອງນວນ ປະດັບປະດາ ຢ່າງສວຍງາມ, ແລະ ເມື່ອຍ່າງເຂົ້າໄປທາງໃນຕາມແຕ່ ລະຮ່ອມ ກໍ່ຈະພົບເຫັນຊຸ້ມຫ້າງຮ້ານຂະໜາດນ້ອຍ ຕັ້ງຢັ່ງຢາຍກັນໄປຢູ່ຕາມທາງ ໃນຮູບແບບແປກໃໝ່ ທີ່ບໍ່ຄ່ອຍພົບເຫັນໃນວຽງຈັນ; ຈະວ່າເປັນງານ ເທດສະການກໍ່ບໍ່ແມ່ນ, ເພາະຢູ່ນີ້ ເຂົາເຈົ້າຈັດຂຶ້ນທຸກໆ ແລງ, ແລະ ກໍ່ເປັນຮູບແບບທີ່ແຕກຕ່າງຈາກ ຕະຫຼາດມືດແຄມຂອງແຖວສວນເຈົ້າອານຸວົງຫຼາຍ. ສະຖານທີ່ພັກຜ່ອນຢ່ອນໃຈແຫ່ງໃໝ່ ທີ່ກຳລັງເປັນທີ່ນິຍົມໃນກຸ່ມໄວໜຸ່ມໃນປັດຈຸບັນນີ້ ມີຊື່ວ່າ Walking Street (ວອກຄິ້ງ ສຕຣີດ) ເຊິ່ງມີຄວາມໝາຍວ່າ ຖະໜົນຄົນຍ່າງ, ເປັນລານກາງແຈ້ງ ທີ່ລວມມີຫ້າງ
ຮ້ານຫຼາກຫຼາຍປະເພດ ເປັນຕົ້ນແມ່ນ ຊຸ້ມຂາຍ ອາຫານ, ຊຸ້ມຂາຍເຄື່ອງດື່ມ ແລະ ຮ້ານຂາຍເສື້ອຜ້າ ມືສອງ, ທັງຍັງມີສຽງເພງມ່ວນໆໃຫ້ໄດ້ຟັງ ໃນແບບ ທີ່ບໍ່ຟົດແຊວຫຼາຍ. ທຸກໆແລງ ຈະມີໄວໜຸ່ມລາວ ຈຳນວນຫຼາຍ ເຂົ້າມາຍ່າງເລາະ ພົບປະສັງສັນ ພ້ອມ ດ້ວຍນັກທ່ອງທ່ຽວຈຳນວນໜຶ່ງ ທີ່ເຂົ້າມາສຳຜັດກັບ ບັນຍາກາດອັນແປກໃໝ່ໃນວຽງຈັນ.

Walking Street Stalls

ຜູ້ທີ່ຢູ່ເບື້ອງຫຼັງ ການກໍ່ຕັ້ງສະຖານທີ່ພົບປະສັງສັນ ແຫ່ງໃໝ່ນີ້ ແມ່ນນັກທຸລະກິດໄວໜຸ່ມລາວ ອານຸຊາ ໂພທິສານ ຫຼື AJ ທີ່ຢາກຈະຈັດບ່ອນພັກຜ່ອນ ແຫ່ງໃໝ່ ໃຫ້ຄົນໄດ້ມາພົບປະສັງສັນ ໃນຮູບແບບທີ່ ບໍ່ຫຼູຫຼາຈົນເກີນໄປ. AJ ມີໂອກາດໄດ້ທ່ອງທ່ຽວໄປ ຫຼາຍໆບ່ອນໃນພາກພື້ນນີ້ ຈຶ່ງໄດ້ພົບເຫັນງານເທດ ສະການກາງແຈ້ງຕ່າງໆ ທີ່ຈັດຂຶ້ນໃນຍາມຄ່ຳຄືນຕາມ ແຕ່ລະແຫ່ງ ເຊິ່ງເປັນການນຳໃຊ້ພື້ນທີ່ໃນເມືອງໃຫ້ເກີດປະໂຫຍດ. AJ ກ່າວວ່າ ຄົນລາວຫຼາຍຄົນເດີນ ທາງໄປຕ່າງປະເທດ ເຊັ່ນ ປະເທດໄທ, ສິງກະໂປ ແລະ ຫວຽດນາມ ເພື່ອຢາກໄດ້ປະສົບການແບບນີ້ ແລ້ວເປັນຫຍັງເຮົາຄືບໍ່ຈັດແບບນີ້ຢູ່ປະເທດລາວ, ຄົນລາວ ຈຶ່ງບໍ່ຈຳເປັນຕ້ອງໄປປະເທດອື່ນ. AJ ເອງກໍ່ ມີພື້ນຖານ ການຈັດງານຢູ່ແລ້ວເຊິ່ງລາວເປັນຜູ້ບໍລິຫານ ບໍລິສັດຈັດງານ ລາວ-ພຣາຍ ແລະ ທີມເຕັ້ນ ລາວບັ້ງໄຟ ຈຶ່ງເຮັດໃຫ້ AJ ເລີ່ມຊອກຫາສະຖານທີ່ທີ່ເໝາະສົມ ພາຍຫຼັງທີ່ປະສົບຜົນສຳເລັດ ໃນການຈັດງານທົດລອງຢູ່ວຽງຈັນ ເຊັນເຕີ້ ປີກາຍນີ້. ເມື່ອລາວມາເຫັນບໍລິເວນ ວຽງຈັນ ນິວເວີນ, ລາວກໍ່ຮູ້ເລີຍວ່າ ສະຖານທີ່ນີ້ເໝາະ ສົມທີ່ສຸດ, ທັງຍັງຕັ້ງຢູ່ໃກ້ແຄມຂອງ, ລາວຈຶ່ງຢາກລອງລົງມືເຮັດເບິ່ງ. ທຳອິດເຈົ້າຂອງ ສະຖານທີ່ກໍ່ຍັງບໍ່ຄ່ອຍໝັ້ນໃຈ, ແຕ່ເມື່ອເຫັນງານທີ່ເປີດຂຶ້ນໃນໄລຍະທຳອິດແລ້ວ, ຄວາມລົງຕົວຂອງແສງໄຟ, ສຽງເພງ ແລະ ຫ້າງຮ້ານທີ່ຖືກຄັດສັນ ມາ ກໍ່ເຮັດໃຫ້ເຂົາເຈົ້າເຊື່ອໝັ້ນ, ແລະ ຈາກທີ່ເຄີຍຈັດຢູ່ແຕ່ເດີ່ນດຽວ, ມາຮອດປັດຈຸບັນ ກໍ່ໄດ້ ຂະຫຍາຍໄປ ຫຼາຍໆເດີ່ນຕາມແຕ່ລະຮ່ອມຢູ່ບໍລິເວນດັ່ງກ່າວ.

ເຖິງແມ່ນວ່າ AJ ຈະເຮັດທຸລະກິດຈັດງານ, ແຕ່ລາວ ກ່າວວ່າ ສິ່ງສໍາຄັນ ແມ່ນການດຶງດູດເອົາກຸ່ມໄວໜຸ່ມ ທີ່ມີຄວາມກະຕືລືລົ້ນ ເຂົ້າມາຕັ້ງຊຸ້ມຮ້ານອາຫານ ແລະ ເຄື່ອງດື່ມ. AJ ກ່າວວ່າ ສ່ວນໃຫຍ່ແລ້ວ ເຮົາສົ່ງເສີມນັກທຸລະກິດ ໄວໜຸ່ມ, ແລະ 70% ຂອງ ເຈົ້າຂອງຮ້ານຢູ່ນີ້ ກໍ່ແມ່ນ ບັນດານັກທຸລະກິດໄວໜຸ່ມ ແລະ ນັກສຶກສາທີ່ມາ ເປີດຮ້ານເປັນວຽກເສີມ.

ເຖິງແມ່ນວ່າບໍລິເວນ Walking Street ຈະບໍ່ໄດ້ຢູ່ໃຈກາງແຫຼ່ງທ່ອງທ່ຽວ, ແຕ່ປັດຈຸບັນ AJ ກໍ່ດີໃຈ ທີ່ໄດ້ ເຫັນນັກທ່ອງທ່ຽວ ແລະ ຄົນຕ່າງປະເທດທີ່ອາໄສຢູ່ໃນລາວ ເຂົ້າມາຍ່າງເລາະຢູ່ບໍລິເວນດັ່ງກ່າວຫຼາຍຂຶ້ນ. AJ ມີແຜນທີ່ຈະເປີດຕະຫຼອດປີ ໂດຍຈະ
ກະກຽມເຕັ້ນໄວ້ ໃຫ້ທົ່ວເຖິງທຸກຮ້ານ ສຳລັບລະດູຝົນທີ່ກໍາລັງໃກ້ເຂົ້າມາ .

ສຳລັບຜູ້ໃດທີ່ຢາກໄປພັກຜ່ອນຢ່ອນໃຈໃນຍາມແລງ ພາຍຫຼັງເຮັດວຽກມາເມື່ອຍໆ ກໍ່ສາມາດໄປລອງເບິ່ງສະຖານທີ່ພົບປະສັງສັນແຫ່ງໃໝ່ນີ້ໄດ້ ທີ່ Walking Street, ໄປຍ່າງເລາະເບິ່ງເຄື່ອງຂອງທີ່ວາງຂາຍ, ພົບປະກັບໝູ່ເພື່ອນ, ແລະ ນັ່ງກິນຂອງແກ້ແຊບໆ ຄຽງຄູ່ກັບເຄື່ອງດື່ມຫຼາກຫຼາຍຮູບແບບ. Walking Street ເປີດໃຫ້ບໍລິການທຸກໆມື້ ເລີ່ມແຕ່ເວລາ 6 ໂມງແລງເປັນຕົ້ນໄປ ຢູ່ບໍລິເວນ ວຽງຈັນ ນິວເວີນ.

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...