spot_img
Homeຂ່າວພາຍ​ໃນປະຊາຊົນນາແລດີໃຈ ໄດ້ຂົວຂ້າມນໍ້າທາໃໝ່ໆ

ປະຊາຊົນນາແລດີໃຈ ໄດ້ຂົວຂ້າມນໍ້າທາໃໝ່ໆ

Published on

ວິທະຍຸກະຈາຍສຽງແຫ່ງຊາດລາວ ລາຍງານເມື່ອວັນທີ 22 ພຶດສະພາ 2017 ທີ່ຜ່ານມາວ່າ ປະຊາຊົນ ບ້ານ ພູລວງ ແລະ ປະຊາຊົນອີກ 7 ບ້ານທີ່ຢູ່ໃກ້ຄຽງ, ເມືອງ ນາແລ, ແຂວງ ຫຼວງນ້ຳທາ ບໍ່ມີຄວາມສ່ຽງໃນການຂ້າມນ້ຳທາເພື່ອໄປມາຫາສູ່ກັນ, ລວມເຖີງການທຳມາຫາກິນປະຈຳວັນອີກແລ້ວ ຫລັງຈາກກອງທຶນຫຼຸດຜ່ອນຄວາມທຸກຍາກ ຫຼື ທລຍ ໄດ້ຊ່ວຍເຫຼືອກໍ່ສ້າງຂົວອູ່ແບບຖາວອນໃຫ້ສຳ ເລັດແລ້ວ ແລະ ໄດ້ເປີດນຳໃຊ້ຢ່າງເປັນທາງການໃນວັນທີ 04 ພຶດສະພາ 2017 ພາຍຫຼັງເລີ່ມລົງມືກໍ່ ສ້າງມາແຕ່ປີ 2013. ການກໍ່ສ້າງຂົວອູ່ແຫ່ງນີ້ແມ່ນໂຄງການໜຶ່ງທີ່ ທລຍ ຮ່ວມມືກັບອົງການເຮວວີຕັສລາວ ເພື່ອຖ່າຍທອດເຕັກນິກການກໍ່ສ້າງຂົວອູ່ແບບຖາວອນຈາກປະເທດເນປານ ທີ່ມີບົດຮຽນໃນການກໍ່ ສ້າງຂົວອູ່ມາແລ້ວຫຼາຍປີມາຮ່ວມຮັບຜິດຊອບ ໂດຍຜ່ານໂຄງການເຮວວິຕັສເນປານ ແລະ ນໍາໃຊ້ທຶນສົມ ທົບຈາກລັດຖະບານລາວ, ທະນາຄານໂລກ, ອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງປະເທດສະວິສ ແລະ ອົງການເຮວວິດຕັສ ລວມມູນຄ່າການກໍ່ສ້າງທັງໝົດ 657 ລ້ານກວ່າກີບ, ສາມາດຮັບນໍ້າໜັກໄດ້ 0,3 ໂຕນ, ກວ້າງ 1,2 ແມັດ, ຍາວ 118 ແມັດ ໂດຍຈະມີອາຍຸການນໍາໃຊ້ຫຼາຍກວ່າ 50 ປີ.
ທ່ານ ກວານ ຈັນທິສຸກ, ນາຍບ້ານຯ ພູລວງ ໃຫ້ຮູ້ວ່າ: ຂົວອູ່ແຫ່ງນີ້ ນອກຈາກປະຊາຊົນ 500 ກ່ວາຄົນພາຍໃນ ບ້ານ ພູລວງ ໄດ້ຮັບຜົນປະໂຫຍດແລ້ວ ຍັງມີປະຊາຊົນອີກ 7 ບ້ານທີ່ຢູ່ໃກ້ຄຽງໄດ້ຮັບຜົນປະໂຫຍດເຊັ່ນດຽວກັນ ເຮັດໃຫ້ປະຊາຊົນສາມາດໄປມາຫາສູ່ກັນ, ການຂົນສົ່ງສິນຄ້າຕ່າງຯ ອອກສູ່ຕະຫຼາດໄດ້ເປັນຢ່າງດີ, ພ້ອມນີ້ ຍັງເຮັດໃຫ້ການຂ້າມນ້ຳຂອງນັກຮຽນພາຍໃນບ້ານໃກ້ຄຽງທີ່ມາຮຽນໜັງສືຢູ່ໂຮງຮຽນ ມ.ສ ພູລວງ ສະດວກສະບາຍຫຼາຍ ແລະ ບໍ່ມີຄວາມສ່ຽງສູງຄືແຕ່ກ່ອນ ເນື່ອງຈາກກ່ອນການກໍ່ສ້າງຂົວອູ່ແຫ່ງນີ້ປະຊາຊົນ ແລະ ນັກຮຽນຕ້ອງໄດ້ໃຊ້ເຮືອ ຫຼື ແພ ຂ້າມນ້ຳໄປມາໃນແຕ່ລະວັນ ເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ມີຄວາມສ່ຽງສູງ ໂດຍສະເພາະໃນໄລຍະລະດູຝົນທີ່ມີນ້ຳນອງ ຊຶ່ງໄລຍະຜ່ານມາເຄີຍມີປະຊາຊົນເສຍຊີວິດຍ້ອນເຮືອຫຼົ່ມມາແລ້ວ 2 ຄົນໃນປີ 2000.
ນອກຈາກ ໄດ້ຊ່ວຍເຫຼືອກໍ່ສ້າງຂົວອູ່ຢູ່ ບ້ານ ພູລວງ ແລ້ວ. ທລຍ ຍັງໄດ້ຊ່ວຍເຫຼືອກໍ່ສ້າງຂົວອູ່ອີກ 2 ແຫ່ງທີ່ມີລັກສະນະດຽວກັນ ແລະ ສາມາດຮັບນ້ຳໜັກໄດ້ເທົ່າກັນຢູ່ ເມືອງ ນາແລ ຄື: ຂົວອູ່ບ້ານສະແກນ, ກວ້າງ 1,4 ແມັດ, ຍາວ 62,3 ແມັດ, ມູນຄ່າການກໍ່ສ້າງ 964 ລ້ານກວ່າກີບ, ມີຜູ້ໄດ້ຮັບຜົນປະໂຫຍດໂດຍກົງ 325 ຄົນ ແລະ ຂົວອູ່ ບ້ານ ຈ່າປີ, ກວ້າງ 1,4 ແມັດ, ຍາວ 65 ແມັດ, ມູນຄ່າການກໍ່ສ້າງ 1 ຕື້ 229 ລ້ານກວ່າກີບ, ມີຜູ້ໄດ້ຮັບຜົນປະໂຫຍດໂດຍກົງ 215 ຄົນ.

ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...