Homeຂ່າວຕ່າງປະເທດຈີນ-ຣັສເຊຍ ຈັບມືກັນສ້າງເຮືອບິນໂດຍສານ

ຈີນ-ຣັສເຊຍ ຈັບມືກັນສ້າງເຮືອບິນໂດຍສານ

Published on

ສຳນັກຂ່າວເອຟພີຈາກນະຄອນຊຽງໄຮ້ ປະເທດຈີນ ເມື່ອວັນທີ 22 ພຶດສະພາ ວ່າ ຜູ້ບໍລິຫານຂອງບໍລິສັດ ຄອມເມີຊຽວ ແອຣຄຣາຟ ຄຣອບເຣຊັ່ນ ອັອບ ໄຊນ່າ ຫຼື ໂຄແມດ ຂອງລັເຖະບານຈີນ ແລະ ບໍລິສັດ ຢູໄນເຕັດ ແອຣ ຄຣາຟ ຄຣອບເຣຊັ່ນ ຫຼື ຢູເອຊີ ຂອງຣັສເຊຍ ປະກາດກໍ່ຕັ້ງກິດຈະການຮ່ວມທຶນຢ່າງເປັນທາງການ ທີ່ເມືອງ ຊຽງໄຮ້ ເມື່ອວັນຈັນ ການປະກາດມີຂຶ້ນພຽງ 2 ອາທິດ ຫຼັງຈາກຈີນປະສົບຄວາມສຳເລັດໃນການທົດສອບບິນເຮືອບິນໂດຍສານຂະໜາດໃຫຍ່ລຳທຳອິດທີ່ຜະລິດຂຶ້ນເອງໃນປະເທດ.

ແຜນການຜະລິດເຮືອບິນໄປພົ່ນໂດຍສານຂະໜາດໃຫຍ່ລຳຕົວກວ້າງ ຖືກເຜີຍເຜີນຄັ້ງທຳອິດເມື່ອເດືອນ ມິຖຸນາ 2016 ເມື່ອປະທານາທິບໍດີ ວາລາດິເມຍ ປູຕິນ ຂອງຣັສເຊຍ ພົບປະກັບປະທານາທິບໍດີ ສີ ຈິ້ນຜິງ ຜູ່ນຳຈີນ ທີ່ນະຄອນຫຼວງປັກກິ່ງ ແລະ ສື່ທາງການຂອງຈີນລາຍງານກ່ອນໜ້ານີ້ ໂດຍອ້າງການເປີດເຜີຍຂອງເຈົ້າໜ້າທີ່ລັດຖະບານວ່າ ໂຄງການຮ່ວມທຶນນີ້ມີມູນຄ່າປະມານ 13,000-20,000 ລ້ານໂດລາ.

ລາຍງານຂອງສື່ຈີນລະບຸວ່າ ເຮືອບິນໂດຍສານຮຸ່ນໃໝ່ ຈີນ-ຣັສເຊຍ ຈະໃຊ້ຊື່ວ່າ 929 ຈະມີ  280 ບ່ອນນັ່ງ ພິໄສທັດການບິນ 12,0000 ກມ. ເຊິ່ງຄູ່ແຂ່ງໂດຍກົງກັບໂບອິ້ງ 787 ແລະ ແອຣບັສ ເອ350.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...