spot_img
Homeຂ່າວການພັດທະນາເປີດນຳໃຊ້ທາງຫຼວງແຫ່ງຊາດເລກທີ 11 ເຊື່ອມສີໄຄ - ສັງທອງ - ປາກລາຍ ຢ່າງເປັນທາງການ

ເປີດນຳໃຊ້ທາງຫຼວງແຫ່ງຊາດເລກທີ 11 ເຊື່ອມສີໄຄ – ສັງທອງ – ປາກລາຍ ຢ່າງເປັນທາງການ

Published on

 

ພິທີໄຂນຳໃຊ້ເສັ້ນທາງຫຼວງແຫ່ງຊາດເລກ 11 ແຕ່ສາມແຍກເກົ້າລ້ຽວ ຫາເມືອງສັງທອງ ນະຄອນຫລວງວຽງຈັນ

ມີຂຶ້ນ ໃນວັນທີ 15 ສິງຫາຜ່ານມານີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ

ແຫ່ງ ສປປ ລາວ, ພ້ອມນີ້ ຍັງມີພາກສ່ວນກ່ຽວຂ້ອງຈາກຝ່າຍລາວ ແລະ ໄທ ເຂົ້າຮ່ວມຢ່າງຫລວງຫລາຍ.

 

ເສັ້ນທາງດັ່ງກ່າວ, ໄດ້ຮັບການສະໜັບສະໜູນດ້ານການເງິນຈາກລັດຖະບານໄທກໍຄືອົງການນິດາ (NEDA) ໃນມູນ

ຄ່າ 1.392 ລ້ານບາດ (ສະກຸນເງິນໄທ) ຫລື ປະມານ 348 ຕື້ກີບ, ໃນນັ້ນ, 30% ແມ່ນຊ່ວຍເຫລືອລ້າ ແລະ 70% ແມ່ນ

ກູ້ຢືມດອກເບ້ຍຕ່ຳໄລຍະຍາວ ແລະ ຮັບເໝົາກໍ່ສ້າງໂດຍ ບໍລິສັດ ໄທວັດວິສະວະກອນ ຈຳກັດ ໃນໄລຍະເວລາ 3 ປີ ຈຶ່ງ

ສຳເລັດເສັ້ນທາງສາຍນີ້, ນອກຈາກຈະອຳນວຍໃຫ້ແກ່ການຄົມມະນາຄົມ, ໄປມາຫາສູ່ລະຫວ່າງປະຊາຊົນ, ການຂົນ

ສົ່ງພາຍໃນປະເທດມີຄວາມສະດວກຫລາຍຂຶ້ນແລ້ວ, ຍັງເປັນເສັ້ນທາງເຊື່ອມຕໍ່ກັບຊາຍແດນລາຊະອານາຈັກໄທ

ນຳດ້ວຍອັນຈະເປັນການປະກອບສ່ວນສຳຄັນໃນການຊຸກຍູ້ເສດຖະກິດ-ສັງຄົມ, ການຄ້າ, ການ ລົງທຶນ ແລະ ການ

ທ່ອງທ່ຽວຂອງລາວ ໃຫ້ມີການຂະຫຍາຍຕົວດີຍິ່ງຂຶ້ນ ແລະ ຊ່ວຍໃຫ້ລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ

ທີ່ດຳລົງຊີວິດລຽບຕາມເສັ້ນທາງນັບມື້ດີຂຶ້ນເປັນກ້າວໆ.

 

ຫົວໜ້າໂຄງການເສັ້ນທາງດັ່ງກ່າວໃຫ້ຮູ້ວ່າ: ເສັ້ນທາງຫລວງເລກທີ 11 ມີຈຸດເລີ່ມຕົ້ນແຕ່ສາມແຍກລະຫວ່າງທາງ

ຫລວງແຫ່ງຊາດເລກ 13 ເໜືອ ແລະ ທາງສີໄຄ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ລຽບຕາມແມ່ນ້ຳຂອງ

ໄປທາງທິດຕາເວັນຕົກສຽງເໜືອ ແລະ ຂ້າມຜ່ານນ້ຳຂອງໄປເຊື່ອມຈອດກັບເສັ້ນທາງເລກ 4 ຢູ່ບ້ານຄົກເຂົ້າດໍ ເມືອງ

ປາກລາຍ ແຂວງໄຊຍະບູລີ ມີຄວາມຍາວ 204 ກິໂລແມັດ, ລັດຖະບານໄດ້ກຳນົດເອົາເສັ້ນທາງສາຍນີ້ເປັນເສັ້ນທາງ

ຍຸດທະສາດທີ່ມີຄວາມສຳຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມເວົ້າລວມ, ເວົ້າສະເພາະຢູ່ບັນດາແຂວງທີ່ມີເສັ້ນ

ທາງຜ່ານ ແລະ ທັງເປັນເສັ້ນທາງເຊື່ອມຕໍ່ລະຫວ່າງບັນດາແຂວງເໜືອ, ພາກກາງ ແລະ ພາກໃຕ້ ແລະ ເຊື່ອມໄປຫາ

ປະເທດເພື່ອນບ້ານ ແລະ ອານຸພາກພື້ນນຳອີກ.

 

ເສັ້ນທາງສາຍນີ້ ເມື່ອກ່ອນເປັນທາງດິນແດງ, ແລວທາງຄົດໂຄ້ງຫລາຍ, ໜ້າທາງແຄບ ແລະ ເປັນຄື້ນເປັນຂຸມການ

ສັນຈອນໄປມາມີຄວາມຫຍຸ້ງຍາກລຳບາກ, ບາງປີເກີດນ້ຳຖ້ວມເສັ້ນທາງເປ່ເພເຮັດໃຫ້ການສັນຈອນຕິດຂັດເປັນ

ເວລາດົນ ແລະ ສ້າງຄວາມສິ້ນເປືອງຫລາຍຢ່າງ ດັ່ງນັ້ນລັດຖະບານລາວ ຈຶ່ງໄດ້ສະເໜີຕໍ່ລັດຖະບານໄທໃຫ້ການຊ່ວຍ

ເຫລືອໃນການກໍ່ສ້າງສ້ອມແປງເສັ້ນທາງດັ່ງກ່າວມີມາດຕະຖານ ແລະ ອຳນວຍຄວາມສະດວກສະບາຍໃນການຄົມ

ມະນາຄົມໃຫ້ດີຂຶ້ນເທື່ອລະກ້າວ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/11_19.html

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...