Homeຂ່າວຕ່າງປະເທດຈີນເປີດຕົວ "Z-19E" ເຮລິຄອບເຕີແບບໂຈມຕີ ເພື່ອສະໜອງຕະຫຼາດຕ່າງປະເທດ

ຈີນເປີດຕົວ “Z-19E” ເຮລິຄອບເຕີແບບໂຈມຕີ ເພື່ອສະໜອງຕະຫຼາດຕ່າງປະເທດ

Published on

ສຳນັກຂ່າວຣອຍເຕີລາຍງານຈາກນະຄອນຫຼວງ ປັກກິ່ງ ປະເທດຈີນ ເມື່ອວັນທີ 18 ພຶດສະພາ 2017 ຈີນສ້າງແຮງສັ່ນສະເທືອນໄປທົ່ວພາກພື້ນ ດ້ວຍແຜນການປະຕິຮູບກອງທັບ ເຊິ່ງມີຂະໜາດໃຫຍ່ທີ່ສຸດໃນໂລກ ໂດຍຈະເນັ້ນທາງດ້ານຄຸນນະພາບຫຼາຍກວ່າປະລິມານ ຮວມທັງທົດແທນອຸປະກອນ ແລະ ຍຸດທະວິທີແບບເກົ່າ ທີ່ີໃຊ້ມາຫຼາຍທົດສະວັດ ດ້ວຍການທຸ້ມງົບຄ່າໃຊ້ຈ່າຍຫຼາຍພັນລ້ານໂດລາ

ເຮລິຄອບເຕີຮຸ່ນ Z-19E ພັດທະນາໂດຍບໍລິສັດ AVIC Harbin Aircraft Industry ຂອງລັດຖະບານຈີນ ອອກບິນທ້ຽວທຳອິດເໜືອທ້ອງຟ້າເມືອງຮາບິນ ແລະ ຍັງເປັນເຮລິຄອບເຕີ ເພື່ອການສົ່ງອອກແບບທຳອິດຂອງຈີນ ທີ່ຜະລິດເພື່ອວັດຖຸປະສົງໂຈມຕີໂດຍສະເພາະ ເຮລິຄອບເຕີຮຸ່ນນີ້ ຖືກອອກແບບມາເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດຕ່າງປະເທດ

ທ່ານ ຫຼີ່ ເຊງເຫວີ່ຍ ຮອງຜູ່ອຳນວຍການຝ່າຍອອກແບບຂອງບໍລິສັດ ຮາບັນ ແອຮ໌ຄຣາຟ ອິນດັສຕຣີ ເຜີຍຕໍ່າຳນັກຂ່າວ ຊິນຫົວ ວ່າ ແຊດ-19 ອີ ສາມາດສົ່ງອອກສູ່ສະໜາມຮົບເພື່ອສະໜັບສະໜູນ ແລະ ໃນພາລະກິດຫຼາກຫຼາຍໃນສະພາບແວດລ້ອມສູ້ຮົບທີ່ຊັບຊ້ອນ ທັງກາງເວັນ ແລະ ກາງຄືນ.

ແຊດ-19ອີ ໂດຍຖືກອອກແບບເພື່ອໂຈມຕີລົດຖັງ ຍານຫຸ້ມເກາະ ແລະ ເປົ້າໝາຍພາກພື້ນດິນອື່ນໆ ສາມາດບິນໄດ້ໃນລະດັບຕ່ຳຫຼາຍ ແລະ ມີບ່ອນນັ່ງສຳລັບນັກບິນ 2 ຄົນ ສາມາດເບິ່ງເຫັນເສັ້ນທາງບິນໄດ້ເປັນຢ່າງດີ.

ວິດີໂອຂ່າວ: CGTN

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...