Homeຂ່າວພາຍ​ໃນເບິ່ງຊ່ອຍກັນ ຈະບໍ່ໃຫ້ລັດຖະບານສັ່ງຢຸດປູກກ້ວຍໄດ້ຈັ່ງໃດ?

ເບິ່ງຊ່ອຍກັນ ຈະບໍ່ໃຫ້ລັດຖະບານສັ່ງຢຸດປູກກ້ວຍໄດ້ຈັ່ງໃດ?

Published on

ເມື່ອສາມສີ່ປີທີ່ຜ່ານມາ ນັກລົງທຶນຈາກຈີນໄດ້ເຂົ້າມາເຮັດທຸລະກິດປູກກ້ວຍຢູ່ພາກເໜືອຂອງລາວ ໂດຍເຂົາເຈົ້າສະເໜີໃຫ້ຄ່າເຊົ່າທີ່ດິນປູກກ້ວຍກັບປະຊາຊົນ ໃນເຂດທຸລະກັນດານທາງພາກເໜືອ 720 ໂດລາ ຫຼືປະມານ 6 ລ້ານກີບຕໍ່ເຮັກຕາຕໍ່ປີ ພ້ອມຍັງສ້າງວຽກເຮັດງານທຳໃຫ້ປະຊາຊົນໃນເຂດດັ່ງກ່າວ ໃຫ້ໄດ້ເຂົ້າໄປເຮັດວຽກໃນສວນກ້ວຍ ສ້າງລາຍໄດ້ເຂົ້າຄອບຄົວອີກ ຂໍ້ສະເໜີດັ່ງກ່າວຈຶ່ງຖືກຕອບຮັບຈາກປະຊາຊົນທີ່ບໍ່ເຄີຍມີລາຍຮັບເປັນຢ່າງດີ.

ແຕ່ການເຮັດສວນປູກກ້ວຍຂອງນັກລົງທຶນຈີນນັ້ນ ພັດບໍ່ແມ່ນການປູກກ້ວຍແບບທີ່ປະຊາຊົນລາວເຄີຍເຫັນ ຄື ມີການໃຊ້ສານເຄມີສາລະພັດ ແລະຢາປາບສັດຕູພືດ ແບບບໍ່ມີຂອບເຂດຫຼືບໍ່ມີການຄວບຄຸມ ໃຫ້ຖືກຕ້ອງຕາມຫຼັກການເລີຍ. ດັ່ງນັ້ນ, ຕະຫຼອດການປູກກ້ວຍໃນ 3 ປີທີ່ຜ່ານມາ ຈຶ່ງເປັນການທຳລາຍທຳມະຊາດຢ່າງອັນຕະລາຍ ພື້ນດີນ, ອາກາດ, ປ່າທຳມະຊາດ ແລະສາຍນໍ້າ ຈຶ່ງເຕັມໄປດ້ວຍສານເຄມີອັນຕະລາຍ ລວມທັງຄວາມຮົກເຮື້ອຊຸດໂຊມຂອງທຳມະຊາດ ແລະປະຊາຊົນທີ່ເປັນແຮງງານໄດ້ຮັບຜົນກະທົບຕໍ່ສຸຂະພາບຈົນລົ້ມປ່ວຍ.

ສະພາບທຳມະຊາດບໍລິເວນສວນໝາກກ້ວຍ ທີ່ບໍ່ໄດ້ມີການຮັກສາອະນາໄມເລີຍ ຮູບ: ໄທຣັດ
ໝາກກ້ວຍຈະຖືກແຊ່ໃນສານເຄມີເພື່ອຄວາມສວຍງາມແລະບໍ່ເນົ່າງ່າຍ
ຫ້ວຍນໍ້າທຳມະຊາດຕິດກັບສວນກ້ວຍກຳລັງໄຫຼແບບບໍ່ປອດໄພ
ເດັກນ້ອຍຫລິ້ນຢ່າງມ່ວນຊື່ນໃນສວນກ້ວຍ ໂດຍບໍ່ຮູ້ເລີຍວ່າໃນນັ້ນເຕັມໄປດ້ວຍສານເຄມີອັນຕະລາຍ
ຈະອັນຕະລາຍຂະໜາດໃດ ຖ້າຕ້ອງເປ້ເດັກນ້ອຍເຮັດວຽກໃນປ່າກ້ວຍທີ່ເຕັມໄປດ້ວຍສານເຄມີ ຮູບ: ໄທຣັດ
ສຸຂະພາບຂອງຜູ້ອອກແຮງງານໃນສວນມີການຊຸດໂຊມ ຮູບ: ໄທຣັດ
ການດື່ມນໍ້າໃນສວນກ້ວຍແບບນີ້ ບໍ່ຮັບປະກັນຄວາມສະອາດເລີຍ ຮູບ: ໄທຣັດ
ສະພາບການກິນເຂົ້າກໍແບບນີ້ ຮູບ: ໄທຣັດ
ຊາວສວນເລິ່ມລົ້ມປ່ວຍ ຮູບ: ໄທຣັດ
ໝາກກ້ວຍທີ່ໄດ້ມີຄວາມສວຍງາມ ແຕ່ບໍ່ຮັບປະກັນວ່າຈະປອດໄພຕໍ່ຜູ້ບໍລິໂພກຫຼືບໍ່

ແຫຼ່ງຂ່າວ: ໄທຣັດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...