spot_img
Homeຂ່າວເຫດການຜູ້ລົງທຶນຟ້ອງ ດຣິມລີ້ງ ປິດກິດຈະການໜີ

ຜູ້ລົງທຶນຟ້ອງ ດຣິມລີ້ງ ປິດກິດຈະການໜີ

Published on

 ເວັບໄຊໂຕະນໍ້າຊາລາຍງານເມື່ອວັນທີ 13 ພຶດສະພາ 2017 ນີ້ວ່າ ບັນດາລູກຄ້າຫລາຍຮ້ອຍຄົນທີ່ເອົາເງິນ ໄປລົງທຶນນໍາ ບໍລິສັດ ວິສາຫະກິດ Dreamlink ຈໍາກັດ ໂດຍຫວັງວ່າ ຈະໄດ້ກໍາໄລສູງ ແຕ່ໃນ ທີ່ສຸດ ກໍຖືກຕົວະຕົ້ມ ໄດ້ພາກັນ ຮ້ອງຮຽນໄປຍັງ ກະຊວງປ້ອງກັນຄວາມສະຫງົບ ໃຫ້ສືບສວນ ບໍລິສັດ ເພື່ອທວງເອົາເງິນ ທີ່ເສຍໄປນັ້ນຄືນ, ຫລັງຈາກພວກຕົນ ບໍ່ສາມາດ ຖອນເງິນໄດ້ ແລະ ບໍລິສັດໄດ້ປິດ ກິດຈະການລົງ ໂດຍບໍ່ມີການແຈ້ງ ລ່ວງໜ້າ. ຜູ້ເສຍຫາຍ ຄົນຫນຶ່ງ ເວົ້າວ່າ:
“ຂ້າພະເຈົ້າ ກໍຜູ້ຫນຶ່ງ ທີ່ເສຍຫາຍ ໃນບໍລິສັດ ດຣີມລິງ ຄິດວ່າມັນ ຈະເປັນໄປໄດ້ ຕາມເຂົາເວົ້າຫັ້ນ ຂ້າພະເຈົ້າ ກໍໄດ້ຕັດສິນໃຈ ໄປລົງ ຂ້າພະເຈົ້າເອງ ກ່າລົງ 5 ພັນ ໂດລາ ອ້າຍ ຂ້າພະເຈົ້າລົງ 1 ພັນໂດລາ ແລະເອື້ອຍຮັກ ຂ້າພະເຈົ້າລົງ 5 ພັນໂດລາ ລວມ 11 ພັນໂດລາ ແຕ່ວ່າ ມາຮອດເດືອນ 12 ບໍລິສັດ ໂຕນີ້ບໍ່ໄດ້ ດໍາເນີນການ ເຄື່ອນໄຫວ ຫຍັງເລິຍ ສະນັ້ນ ຂ້າພະເຈົ້າ ເປັນຜູ້ເສັຍຫາຍ ກໍຢາກໃຫ້ ຂັ້ນເທິງ ພິຈາລະນາ ແກ້ໄຂ.”
ຜູ້ເສຍຫາຍອີກ ຄົນຫນຶ່ງ ເວົ້າວ່າ:
“ຂ້າພະເຈົ້າ ກໍເປັນຜູ້ຫນຶ່ງ ທີ່ເສຍຫາຍ ໃນບໍລິສັດ ດຣີມລິງເນາະ ຕອນນັ້ນເຮົາລົງ 3 ພັນໂດລາ ເອື້ອຮັກ ຂອງເຮົາລົງ 1 ແສນ 50 ພັນ ໂດລາ ຕອນນີ້ພວກຂ້າພະເຈົ້າ ກໍເສຍຫາຍ ແລະຍັງມີຜູ້ເສຍຫາຍ ອື່ນໆຫລາຍຄົນ.”
ຜູ້ເສຍຫາຍທ່ານນີ້ ເວົ້າຕື່ມວ່າ ຕອນທໍາອິດເຂົາເຈົ້າ ໄປຟັງສໍາມມະນາ ການເອົາເງິນ ໄປລົງທຶນນໍາ ບໍຣິສັດ ທີ່ໃຫ້ຄໍາໝັ້ນວ່າ ຈະໄດ້ກໍາໄລ ພາຍໃນ ສອງສາມເດືອນ.
ຫລັງຈາກຟັງແລ້ວ ຫລາຍໆຄົນ ກໍຕັດສິນໃຈ ເອົາເງິນໄປ ໂອນເຂົ້າບັນຊີ ຂອງ ບໍລິສັດ ທາງບໍລິສັດ ກໍເອົາໃບຮຸ້ນ ຈໍານວນ ລົງທຶນໃຫ້ ທີ່ເອີ້ນກັນວ່າ CHIP ຊຶ່ງບໍລິສັດ ເວົ້າວ່າ ສາມາດຂາຍ ເອົາເງິນສົດໄດ້ ໃນເວລາຣາຄາຮຸ້ນ ແລ່ນຂຶ້ນ.
ສອງສາມເດືອນ ທໍາອິດ ຣາຄາ CHIP ຊຶ່ງເລີ້ມຈາກ 75 ເຊັນ ໂດລາ ສະຫະຣັດ ກະໂດດຂື້ນ, ຫລາຍຄົນ ກໍຢາກຂາຍ, ແຕ່ພໍໄປຂາຍ ພັດບໍ່ໃຫ້ຂາຍ ຜູ້ອໍານວຍການ ບໍລິສັດ ກໍຫລົບຫລີກ ເລື້ອຍໆ.
ຕໍ່ມາໄລຍະຫນຶ່ງລາຄາ CHIP ຕົກຕໍ່າລົງ ຫຼາຍຄົນ ກໍຢາກໄປຖອນ ເງິນຄືນ ແຕ່ຖອນບໍ່ໄດ້, ຕົກມາຮອດເດືອນ ທັນວາ ປີ 2016 ທາງ ບໍລິສັດ ໄດ້ປິດກິດຈະການ ລູກຄ້າ ຈຶ່ງເລີ້ມ ພາກັນຮ້ອງຟ້ອງ ໄປຍັງກະຊວງ ປ້ອງກັນ ຄວາມສະຫງົບ.
ເຈົ້າໜ້າທີ່ ກະຊວງ ຄົນຫນຶ່ງເພິ່ນກໍວ່າ ເຫັນສໍາເນົາ ຮ້ອງຟ້ອງຢູ່, ແຕ່ເມື່ອຖາມ ໄປຍັງ ເຈົ້າໜ້າທີ່ ພະແນກ ນິຕິກຳ ເພີ່ນຕອບວ່າ:
“ອັນນີ້ເຮົາກ່າບໍ່ເຫັນຄໍາຮ້ອງຟ້ອງ ມີຫລາຍຄໍາຮ້ອງຟ້ອງ ຕາມຕົວຢ່າງ ໃບຮ້ອງຟ້ອງ ບາງສະບັບທີ່ ຜູ້ເສຍຫາຍ ສົ່ງໄປຫາ ກະຊວງ ປ້ອງກັນ ຄວາມສະຫງົບນັ້ນ.”
ບໍລິສັດ ດຣີມລິງ ຈໍາກັດ ມີສໍານັກງານຕັ້ງຢູ່ ຕຶກອໍາມະຕະ ຊັ້ນ 8 ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ເມື່ອບໍ່ນານມານີ້ ທາງການລາວ ໄດ້ກ່າວວ່າ ຈະກໍາຈັດບັນດາ ບໍລິສັດ ທີ່ລະດົມເງິນທຶນ ໃນລາວ ແບບຜິດກົດໝາຍ ເນື່ອງຈາກວ່າ ມັນແຜ່ລາມ ໄປຫລາຍແລ້ວ.
ໃນຂະນະທີ່ລັດຖະບານກໍໄດ້ຮີບຮ້ອນແຕ່ງຕັ້ງ ຄະນະສະເພາະກິດລະດັບຊາດເພື່ອແກ້ໄຂບັນຫາ ບັນດາບໍລິສັດທີ່ລະດົມທຶນຜິດກົດໝາຍ ພ້ອມທັງອອກແຈ້ງເຕືອນປະຊາຊົນໃຫ້ມີສະຕິກັບການລົງທຶນຮ່ວມກັບບໍລິສັດຕ່າງໆ ທີ່ມີການລະດົມທຶນ. ອ່ານຂ່າວດັ່ງກ່າວໄດ້ທີ່ນີ້: https://www.laopost.com/2017/05/12/89843
ແຫຼ່ງຂ່າວ: ໂຕະນໍ້າຊາ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...