spot_img
Homeນານາສາລະ5 ວິທີຊ່ວຍໃຫ້ນັກສຶກສາປະຢັດຄ່າໃຊ້ຈ່າຍ

5 ວິທີຊ່ວຍໃຫ້ນັກສຶກສາປະຢັດຄ່າໃຊ້ຈ່າຍ

Published on

ຊີວິດໃນຊ່ວງໄລຍະຢູ່ທີ່ມະຫາວິທະຍາໄລ ຖືວ່າເປັນໄລຍະທີ່ຕ້ອງໃຊ້ຈ່າຍສູງຫຼາຍທີ່ສຸດສຳລັບຄົນທີ່ເປັນພໍ່ແມ່ ບໍ່ວ່າຈະເປັນຄ່າຮຽນ, ຄ່າທີ່ພັກ, ຄ່າກິນ, ຄ່າເອກະສານ ແລະ ຄ່າໃຊ້ຈ່າຍຕ່າງໆຫຼາຍຢ່າງ ດັ່ງນັ້ນ ເພື່ອແບ່ງເບົາພາລະຂອງພໍ່ແມ່ທີ່ຕ້ອງແບກຫາບໄວ້ ຜູ້ເປັນລູກເອງກໍ່ຕ້ອງຄິດຫາວິທີທາງປະຢັດ ໃນຄໍລຳ ສາລະໜ້າຮູ້ ກັບ ລາວໂພສຕ໌ ມື້ນີ້ ແອັດມິນເລີຍມີ ເຄັດລັບດີໆໃນການປະຢັດຄ່າໃຊ້ຈ່າຍໃນເວລາຮຽນມາຝາກເຊິ່ງຈະມີວິທີໃດແນ່ນັ້ນເຮົາມາອ່ານພ້ອມກັນເລີຍ

1. ທີ່ພັກເວລາຮຽນ

ສຳລັບຄົນທີ່ໄດ້ນອນຢູ່ຫໍພັກໂຮງຮຽນກໍ່ໃຄແນ່ເພາະຄ່າຫໍພັກບໍ່ແພງປານໃດ ແຕ່ສຳລັບຄົນທີ່ພັກທາງນອກຕ້ອງໄດ້ຫາໝູ່ມາແຊຄ່າຫ້ອງນຳ ເພາະນອກຈາກຈະປະຢັດຄ່າໃຊ້ຈ່າຍເລື່ອງຄ່າຫ້ອງລົງໄປໄດ້ແລ້ວຍັງມີຄວາມປອດໄພເພີ່ມຂຶ້ນອີກດ້ວຍ

2. ພາຫະນະ

ຫາກທີ່ພັກໃກ້ກັບໂຮງຮຽນກໍ່ຄວນເລືອກທີ່ຈະຍ່າງໄປ ຫຼື ຂີ່ລົດຖີບໄປດີກວ່າ ນອກຈາກປະຢັດຄ່າໃຊ້ຈ່າຍເລື່ອງນ້ຳມັນລົດແລ້ວ ຍັງໄດ້ອອກກຳລັງກາຍໄປໃນຕົວພ້ອມ

3. ປ່ຽນພຶດຕິກຳການກິນ ຫຼິ້ນ

ອີກໜຶ່ງຄ່າໃຊ້ຈ່າຍທີ່ສິ້ນເປືອງຫຼາຍນັ້ນກໍ່ຄືການກິນຫຼິ້ນຊຸມແຊວ ຫຼື ຊື້ແຕ່ຂອງກິນສຸກມາກິນ ຫຼື ໄປກິນເຂົ້າແຕ່ໃນຮ້ານອາຫານ ລອງຫັນປ່ຽນພຶດຕິກຳໃໝ່ອົດໃຈງົດການໄປຫຼິ້ນກິນຟຸມເຟືອງລົງ ແລະ ຫັນມາແຕ່ງກິນເອງລອງເບິ່ງຮັບຮອງວ່າປະຢັດຄ່າໃຊ້ຈ່າຍໄດ້ຫຼາຍສ່ວນແນ່ນອນ

4. ວຽກນອກໂມງຮຽນ

ຫຼັງຈາກເລີກຮຽນນອກຈາກຄົ້ນຄ້ວາບົດຮຽນ, ຫຼິ້ນກິລາແລ້ວ ເຫຼືອນັ້ນກໍ່ຄືວ່າງ ຄວນຫາວຽກເສີມເຮັດໄປພ້ອມແມ່ນເປັນສິ່ງທີ່ດີ ເພາະນອກຈາກຈະໄດ້ເງິນແລ້ວ ຍັງເຮັດໃຫ້ຕົນເອງໄດ້ຮຽນຮູ້ປະສົບການໃໝ່ນອກຫ້ອງຮຽນອີກຕ່າງຫາກ ທີ່ສຳຄັນຍັງໄດ້ຮູ້ຈັກກັບຄົນຫຼາກຫຼາຍຊັ້ນຄົນ ຫຼາກຫຼາຍໜ້າທີ່ຕຳແໜ່ງ ເຊິ່ງມັນອາດເອື້ອຜົນປະໂຫຍດໃຫ້ກັບຕົນເອງໃນເວລາຮຽນຈົບ ຊອກວຽກເຮັດອາດງ່າຍຂຶ້ນນັ້ນເອງ.

5. ການດຳລົງຊີວິດ

ຢ່າລືມວ່າຕົນເອງກຳລັງເປັນນັກສຶກສາ ດັ່ງນັ້ນບໍ່ຈຳເປັນທີ່ຕ້ອງໃຊ້ຈ່າຍເງິນສິ້ນເປືອງໄປກັບກະແສແຟຊັ່ນ ເຊັ່ນ: ເສື້ອຜ້າ, ໂທລະສັບ, ກະເປົາ, ໂມງ, ລົດ ຫຼື ອື່ນໆ ເພາະມັນຈະເປັນການຜານເງິນພໍ່ແມ່ໄປໂດຍເກີນເຫດ

ທີ່ແອັດກ່າວມາທັງໝົດ 5 ຂໍ້ນີ້ກໍ່ເປັນພຽງທິດສະດີໜຶ່ງເທົ່ານັ້ນ ສ່ວນຈະປະຕິບັດຕາມ ຫຼື ບໍ່ນັ້ນມັນຂຶ້ນຢູ່ກັບຕົວທ່ານເອງ ສຳລັບຄົນທີ່ເກີດຢູ່ໃນຄອບຄົວທີ່ມີເງິນໃນຖານະຮັ່ງມີເປັນເສດຖີ ເລື່ອງການໃຊ້ຈ່າຍນັ້ນອາດບໍ່ເປັນບັນຫາສຳລັບພວກເຂົາ ແຕ່ສຳລັບຄົນຊ່ຳເຮົາເຈົ້າຂ້ອຍຖານະທຳມະດາເຖິງຂັ້ນຍາກຈົນນີ້ກໍ່ຄວນຄິດທົບທວນໃຫ້ຫຼາຍໃນການໃຊ້ຈ່າຍ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...