Homeອຸບັດເຫດແລະປາກົດການຫຍໍ້ທໍ້ແຮງຈູງໃຈທີ່ເຮັດໃຫ້ຄົນຮ້າຍລອບຍິງເຈົ້າຫນ້າທີ່ຕຳຫຼວດເສຍຊີວິດທີ່ອຸດົມໄຊ

ແຮງຈູງໃຈທີ່ເຮັດໃຫ້ຄົນຮ້າຍລອບຍິງເຈົ້າຫນ້າທີ່ຕຳຫຼວດເສຍຊີວິດທີ່ອຸດົມໄຊ

Published on

ໃນວັນທີ 9 ພຶດສະພາ 2017 ເຟສບຸກຂ່າວ ວາລະສານ ມະຫາຊົນ ໄດ້ນຳສະເໜີຂ່າວກ່ຽວກັບແຮງຈູງໃຈທີ່ຄົນຮ້າຍລອບຍິງ ພຕ ວິໄຊ ເຮີ ເສຍຊີວິດ ເມື່ອວັນທີ 4 ພຶດສະພາ ທີ່ຜ່ານມາ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້

ສະຫລຸບຜູ້ກໍ່ເຫດຍິງເຈົ້າຫນ້າທີ່ເສຍຊີວິດທີ່ອຸດົມໄຊ ຍ້ອນບໍ່ພໍໃຈທີ່ເອົາໄປບໍາບັດຢາເຫດການຍິງເຈົ້າຫນ້າທີ່ຕໍ່າຫລວດເສຍຊີວິດ ທີ່ເມືອງໄຊແຂວງອຸດົມໄຊ ເປັນຂ່າວສະເທືອນຂວັນທີ່ສຸດໃນອາທິດຜ່ານມາ.ຢ່າງໃດກໍຕາມໃຊ້ເວລາບໍ່ຮອດ20ຊົ່ວໂມງເຈົ້າຫນ້າທີ່ກໍສາມາດເກັບຕົວຜູ້ຖືກຫາ ມາສືບສວນສອບສວນໄດ້ ເຊິ່ງຜູ້ກໍເຫດເປັນພີ່ນ້ອງກັບຜູ້ຕາຍ, ລົງມືຄາດຄະກຳຍ້ອນມີແນວຄິດຄຽດແຄ້ນທີ່ເອົາໄປບຳບັດຢາ.

ເຫດການດັ່ງກ່າວເກີດຂຶ້ນ ໃນຕອນແລງວັນທີ 4 ພຶດສະພາ 2017 ເມື່ອ ພຕ ວິໄຊ ເຮີ ເຊິ່ງມີຊັ້ນເຖິງພັນຕີ ຖືກຍິງຢູ່ປະຕູ້ຮົ້ວເຂົ້າເຮືອນກ່ອນທີ່ຈະໄປເສຍຊີວິດຢູ່ໂຮງຫມໍ ເຮັດໃຫ້ສັງຄົມຕັ້ງຄຳຖາມເຖິງເຫດການອຸສະກັນຄັ້ງນີ້ວ່າແມ່ນໃຜເປັນຄົງລົງມື? ແມ່ນຫຍັງຄືແຮງຈູງໃຈ? ພາຍຫລັງເກີດເຫດເຈົ້າຫນ້າທີ່ກໍໄດ້ເລັ່ງຕິດຕາມຜູ້ຖືກສົງໄສ ຮອດເວລາປະມານ 10 ໂມງ ຂອງວັນທີ 5 ພືດສະພາ ກໍສາມາດຈັບຕົວຜູ້ຖືກຫາໄດ້.

ຕາມການເປີດເຜີຍຂອງເຈົ້າຫນ້າທີ່ຕໍາຫຼວດພະແນກສືບສວນ ສອບສວນ ແຂວງອຸດົມໄຊໃນວັນທີ 8 ພຶດສະພາໃຫ້ຮູ້ວ່າ: ທ້າວ ຄຳຫຼ້າ ເຢຍປໍເຮີ (ຜູ່ຖືກຫາ) ໃຫ້ການຮັບສາລະພາບວ່າ: ໃນເວລາ 16 ໂມງ ຂອງວັນທີ 4/5/2017 ຜູ່ກ່ຽວໄດ້ອອກຈາກເຮືອນ ຢູ່ບ້ານ ວັງໄຮ ເມືອງໄຊ ຈຸດປະສົງ ແມ່ນຈະໄປຂ້າ ທ້າວ ວິໄຊເຮີ ຍ້ອນວ່າ: ທ້າວ ວິໄຊເຮີ ເອົາຜູ່ກ່ຽວໄປບຳບັດຢາເສບຕິດ 02 ຄັ້ງ. ແລ້ວໄດ້ຂັບຂີ່ລົດວີໂກ ສີປອນທອງ ໝາຍເລກທະບຽນ ອຸດົມໄຊ ກກ 0655 ເຊິ່ງເປັນລົດຂອງຜູ່ກ່ຽວເອງ ແລ້ວຂີ່ໄປເຮືອນທ້າວ ວິໄຊເຮີ ຢູ່ບ້ານດອນໄຊ (ໄປຄົນດຽວ).
ພໍຂີ່ໄປຮອດເຮືອນທ້າວ ວິໄຊເຮີ ເວລາປະມານ 16 ໂມງ 50ນາທີ ໄດ້ແນມເຫັນ ທ້າວ ວິໄຊເຮີ ພວມອັດປະຕູຮົ້ວໜ້າບ້ານ ຜູ່ກ່ຽວກໍ່ໄດ້ເບກລົດ ແລ້ວເອົາແວ່ນລົດລົງ ຈາກນັ້ນກໍ່ໄດ້ເອົາປືນດັດ (ປືນກາບີນ) ຂອງຜູ່ກ່ຽວທີ່ຖືມາແຕ່ເຮືອນ ມີລູກປະມານ 4-5 ລູກ ຍິງໃສ່ທ້າວ ວິໄຊເຮີ ຈຳນວນ 01 ນັດ ເຮັດໃຫ້ທ້າວ ວິໄຊເຮີ ລົ້ມລົງພື້ນຄາທີ່ ຍິງຖຶກບ່ອນໃດຜູ່ກ່ຽວແມ່ນບໍ່ຮູ້. ຫຼັງຈາກນັ້ນຜູ່ກ່ຽວກໍ່ໄດ້ຂີ່ລົດຂຶ້ນໄປທາງເທິງບ້ານດອນໄຊ ແລ້ວຂີ່ໂຄ້ງກັບຄືນມາໃນເມືອງ ແລ້ວຂີ່ໄປທາງເມືອງນາໝໍ້, ພໍຂີ່ໄປຮອດບ້ານຫ້ວຍຫຍຳ ແລ້ວເອົາປືນທີ່ຜູ່ກ່ຽວຍິງທ້າວ ວິໄຊເຮີ ນັ້ນໄປເຊື່ອງໄວ້ຢູ່ແຄມທາງພູເກົ້າຊັ້ນ. ພາຍຫຼັງທີ່ເອົາປືນເຊື່ອງໄວ້ແລ້ວ ຜູ່ກ່ຽວກໍ່ໄດ້ຂີ່ລົດກັບຄືນມາເຮືອນບ້ານວັງໄຮ ພໍຮອດເວລາປະມານ 10 ໂມງ ຂອງວັນທີ 5/5/2017 ຈຶ່ງຖືກເຈົ້າໜ້າທີ່ກັກຕົວຜູ່ກ່ຽວມາດຳເນີນຄະດີ.

ຜ່ານການສືບສວນສຶບສວນເຫັນວ່າ ທ່ານຄຳຫລ້າ ເຢຍປໍເຮີ ແມ່ນມີເຈດຕະນາຄາດຄະກຳ ທ້າວວິໄຊ ເຮີ ແທ້ ໂດຍໃຊ້ອາວຸດເສິກ(ປຶນກາບິນ)ຍິງເຂົ້າຫົວຫນ້າຜາກທ້າວວີໄຊ 1ລູກ ໄດ້ເສຍຊີວິດໃນເວລານຳສົ່ງໂຮງໝໍ.ສ່ວນສາເຫດຄາດຕະກຳ ເນື່ອງຈາກທ້າວຄຳຫລ້າ ເຢຍປໍເຮີ ຕິດຢາເສບຕິດ ແລ້ວທາງຄອບຄົວທ້າວວິໄຊ ເຮີ(ພີ່ນ້ອງ) ໄດ້ເອົາທ້າວຄໍາຫລ້າ ເຢຍປໍເຮີ ໄປບຳບັດຕັດຢາ 2ຄັ້ງ ຈິ່ງເຮັດໃຫ້ທ້າວຄຳຫລ້າ ເຢຍປໍເຮີ ມີແນວຄິດຄຽດແຄ້ນໃຫ້ທ້າວວິໄຊເຮີ ຈິ່ງລົງມືຄາດຕະກຳ.

ແຫລ່ງຂ່າວຈາກ: Mahason Magazine

 

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...