Homeຊີວິດແລະຄວາມຮັກອ່ານຊ່ອຍ ຂ້ອຍອ່ານຫຼາຍເທື່ອແລ້ວ ແຕ່ຍັງບໍ່ເບື່ອ

ອ່ານຊ່ອຍ ຂ້ອຍອ່ານຫຼາຍເທື່ອແລ້ວ ແຕ່ຍັງບໍ່ເບື່ອ

Published on

ຢືມຫຍັງຍາກທີ່ສຸດ? ຢືມເງິນ!
ນັ້ນຄືຄຳເວົ້າຂອງລີກາຊິງ ມະຫາເສດຖີຮົງກົງ

……..

ຄົນທີ່ກ້າໃຫ້ທ່ານຢືມເງິນ ຄືຜູ້ອຸປະຖຳຂອງທ່ານ
ຄົນປະເພດນີ້ມີໜ້ອຍທີ່ສຸດໃນສັງຄົມຊູ່ມື້ນີ້ ຖ້າຫາກທ່ານມີວາສະໜາໄດ້ພົບພໍ້ ຕ້ອງສຳນຶກບຸນຄຸນໄປຊົ່ວຊີວິດ.

ຕອນທີ່ທ່ານລຳບາກ ແລ້ວມີຄົນຍື່ນມືເຂົ້າມາຊ່ວຍຊູທ່ານເອົາໄວ້ ບໍ່ແມ່ນວ່າເພາະເຂົາມີເງິນຫຼາຍ ແຕ່ເພາະວ່ານໍ້າໃຈຂອງເຂົາທີ່ຢາກຊ່ວຍທ່ານໃຫ້ຂຶ້ນຈາກຮ່ອງເຫວຂອງຄວາມລຳບາກ ທີ່ໃຫ້ທ່ານຢືມນັ້ນມັນບໍ່ແມ່ນເງິນ ແຕ່ມັນຄືຄວາມເຊື່ອໃຈ ຄວາມໄວ້ໃຈ ແລະກຳລັງໃຈ!.

ເພາະເຊື່ອໃນສັກກະຍະພາບຂອງທ່ານ ເພື່ອໃຫ້ທ່ານພົ້ນຈາກຄວາມລຳບາກໃນຕອນນັ້ນ

ຫວັງວ່າທ່ານທັງຫຼາຍທີ່ເປັນຄົນຢືມເງິນຢ່າໄດ້ຢຽບຍໍ່າຄຳວ່າ ”ນໍ້າໃຈ“ ທີ່ໃຜເຂົາໃຫ້ມາ ເພາະຄຳວ່າ ”ເສຍສັດຈະ“ ຄືການລົ້ມລະລາຍທີ່ສາຫັດທີ່ສຸດໃນຊີວິດຄົນເຮົາ.

ຕ້ອງລະວັງໄວ້ໃຫ້ດີ ມິດສະຫາຍທີ່ຈິງໃຈຄືຊັບສົມບັດທີ່ປະເສີດທີ່ສຸດໃນຊີວິດ
ໃນຂະນະດຽວກັນ ຂໍໃຫ້ທ່ານຈົ່ງລະນຶກໄວ້ສະເໝີວ່າ
ຄົນທີ່ມັກຈ່າຍເງິນກ່ອນ ບໍ່ແມ່ນຍ້ອນເຂົາອວດອົ່ງວ່າມີເງິນຫຼາຍ ແຕ່ເປັນເພາະເຂົາເຫັນວ່າມິດຕະພາບສຳຄັນກວ່າລາຄາອາຫານໃນຄາບນັ້ນ.

ຄົນທີ່ຍອມຍົກຜົນປະໂຫຍດໃຫ້ທ່ານຫຼາຍແດ່ໃນຕອນຮ່ວມຫຸ້ນ ບໍ່ແມ່ນຍ້ອນເຂົາໂງ່ ແຕ່ເປັນຍ້ອນເຂົາຮູ້ຈັກແບ່ງປັນ

ຄົນທີ່ຍອມເຮັດວຽກຫຼາຍກວ່າຄົນອື່ນ ບໍ່ແມ່ນຍ້ອນເຂົາໂງ່ ແຕ່ເປັນຍ້ອນເຂົາຢາກຮັບຜິດຊອບໃນໜ້າທີ່ແລະເຂົາຮັກອົງກອນ

ຄົນທີ່ຍອມຂໍໂທດກ່ອນເວລາຜິດຖຽງກັນ ບໍ່ແມ່ນຍ້ອນເຂົາຜິດ ແຕ່ເປັນຍ້ອນເຂົາຍັງເຄົາລົບຄວາມຮູ້ສຶກຂອງທ່ານຢູ່

ຄົນທີ່ຍອມຊ່ວຍເຫຼືອທ່ານບໍ່ວ່າເລື່ອງໃດ ບໍ່ແມ່ນຍ້ອນເຂົາເປັນໜີ້ທ່ານ ແຕ່ເປັນຍ້ອນເຂົາເຫັນທ່ານເປັນເພື່ອນແທ້

ຄົນອື່ນຊ່ວຍເຫຼືອທ່ານນັ້ນເປັນເລື່ອງຂອງນໍ້າໃຈ ທີ່ບໍ່ຊ່ວຍເຫຼືອທ່ານນັ້ນກໍເປັນເລື່ອງຂອງເຂົາ

ຄົນເປັນຈຳນວນຫຼວງຫຼາຍສະແດງທ່າທາງໂກດແຄ້ນທີ່ຄົນອື່ນບໍ່ຍອມໃຫ້ຢືມເງິນ ທັ້ງໆທີ່ທ່ານບໍ່ມີສິດທີ່ຈະໂກດແຄ້ນເຂົາເລີຍ

ຄົນບາງຄົນພັດເຮັດຄືໂຕເອງສະຫຼາດ ຢືມແລ້ວບໍ່ຍອມສົ່ງ! ຄົນປະເພດນີ້ ຈັກມື້ໜຶ່ງຈະໝົດຄ່າໃນສາຍຕາຂອງຜູ້ຄົນ

ຖ້າຫາກການໄດ້ພົບການໄດ້ຮູ້ຈັກກັນຄືວາສະໜາ ການຄົບຫາກັນໃຫ້ຍາວນານຕ້ອງອາໄສສັດຈະແລະຄວາມຈິງໃຈ

…….
ເນື້ອໃນ: ລີກາຊິງ
ທີ່ມາ: ນຸສົນບຸກ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...