Homeຂ່າວ​ໄອ​ທີຕໍ່ໄປນີ້ ທຸກຄົນຈະມີກົດໝາຍຢູ່ໃນມື

ຕໍ່ໄປນີ້ ທຸກຄົນຈະມີກົດໝາຍຢູ່ໃນມື

Published on

ໃນທ້າຍປີ 2016 ທີ່ຜ່ານມາ ທາງກະຊວງຍຸຕິທໍາໄດ້ປະກາດຢ່າງເປັນທາງການໃນການເປີດໂຕແອັບ ກົດໝາຍລາວ (LaoLaw) ເຊິ່ງເປັນແອັບທີ່ບັນຈຸເນື້ອໃນລັດຖະທຳມະນູນແລະກົດໝາຍທຸກສະບັບລົງໄວ້ໃນນັ້ນ ສ້າງຄວາມສະດວກໃຫ້ແກ່ຜູ້ທີ່ສົນໃຈເລື່ອງກົດໝາຍສາມາດດາວໂຫຼດແອັບດັ່ງກ່າວມາໄວ້ໃນເຄື່ອງມືສື່ສານຂອງຕົນເອງໄດ້ ໂດຍບໍ່ຈຳເປັນຖືປຶ້ມກົດໝາຍຈຳນວນຫຼວງຫຼາຍ.

ວັນທີ 7 ພຶດສະພາ 2017 ນີ້ ທ້າວ ສຸລິໂຍ ວົງດາລາ ຜູ້ພັດທະນາແອັບດັ່ງກ່າວໄດ້ເປີດເຜີຍແອັບກົດໝາຍລາວ ເວີຊັ່ນທີ 2 (V2.0) ເຊິ່ງໄດ້ມີການປັບປຸງໃຫມ່ຫຼາຍຢ່າງເຊັ່ນ: ໄດ້ນໍາຂໍ້ມູນໄຟລ໌ເອກະສານກົດໝາຍຕ່າງໆເຂົ້າໃຫມ່ ເຊິ່ງກ່ອນໜ້ານີ້ຈະເປັນໄຟລ໌ Scan ແຕ່ປັດຈຸບັນໄດ້ເປັນໄຟລ໌ທີ່ export ອອກມາຈາກ Words ເຊິ່ງເຮັດໃຫ້ຄຸນນະພາບໄຟລ໌ແຈ້ງຂຶ້ນກວ່າເກົ່າຫຼາຍສິບເທົ່າ ໃນຂະນະດຽວກັນຂະຫນາດໄຟລ໌ກໍ່ນ້ອຍລົງຫລາຍ 10 ເທົ່າ ເຊິ່ງໝາຍຄວາມວ່າຜູ້ໃຊ້ຈະປະຢັດອິນເຕີເນັດໃນການອ່ານກົດໝາຍຕ່າງໆ ເພາະ ໂດຍສະເລ່ຍແລ້ວ 1 ໄຟລ໌ຈະມີຂະຫນາດພຽງແຕ່ 200KB ເທົ່ານັ້ນ ເຊິ່ງຈະເຮັດໃຫ້ການໂຫລດໄຟລ໌ 1 ເທື່ອໃຊ້ເວລາບໍ່ເຖິງ 5 ວິນາທີ ແລະ ທີ່ສໍາຄັນແມ່ນ ຫຼັງຈາກທີ່ທ່ານເປີດອ່ານແລ້ວ ໃນເທື່ອຕໍ່ໆໄປຖ້າທ່ານກັບມາອ່ານອີກ ທ່ານຈະບໍ່ເສຍອິນເຕີເນັດເພື່ອໂຫລດໄຟລ໌ສໍ້າອີກ ເນື່ອງຈາກມັນຖືກເກັບໄວ້ໃນບ່ອນຂໍ້ມູນສໍາຮອງໃນໂຕເຄື່ອງ.

ນອກຈາກຂໍ້ມູນກົດໝາຍໃຫມ່ທີ່ນໍາເຂົ້າມາໃນໂຕແອັບ ຜູ້ໃຊ້ຍັງສາມາດເບິ່ງກົດໝາຍສະບັບເກົ່າໄດ້ນໍາ ເພື່ອໃຫ້ນັກຮຽນ ຫຼື ນັກຄົ້ນຄວ້າໄດ້ໃຊ້ເປັນຂໍ້ມູນ ເພື່ອສຶກສາກົດໝາຍເກົ່າ ແລະ ກົດໝາຍໃຫມ່ໃນແຕ່ລະປະເພດກົດໝາຍ.

ນອກຈາກນັ້ນແລ້ວ ແອັບກົດໝາຍລາວ ຍັງໄດ້ມີການປັບເມນູການນໍາໃຊ້ແອັບໃຫ້ງ່າຍຂຶ້ນ ເຊິ່ງເປັນເມນູດ້ານຂ້າງເມນູດຽວ ແລະ ລວມໝວດຕ່າງໆ ແລະ ເມນູຕ່າງໆມາໄວ້ບ່ອນດຽວກັນ ເພື່ອໃຫ້ເຂົ້າເຖິງໄດ້ງ່າຍ ແລະ ໄວຂຶ້ນ.

ການນໍາໃຊ້ແອັບໃນອຸປະກອນແທັບເລັດຢ່າງເຊັ່ນ iPad ແລະ ແທັບເລັດແອນດຼອຍອື່ນໆຍັງມີຄວາມງ່າຍ ແລະ ສະດວກຂຶ້ນຍ້ອນໜ້າຈໍທີ່ໃຫຍ່ ແລະ ສາມາດອ່ານໄດ້ສະບາຍຕາອີກດ້ວຍ.

ສໍາລັບໃຜເຄີຍດາວໂຫລດໄປແລ້ວ ບໍ່ວ່າຈະເປັນ iOS ຫຼື Android ແມ່ນສາມາດກົດອັບເດດແອັບຂອງທ່ານໄດ້ໃນ AppStore ແລະ PlayStore ໄດ້. ສໍາລັບໃຜທີ່ຍັງບໍ່ເຄີຍດາວໂຫລດແອັບກົດໝາຍລາວ ແມ່ນສາມາດດາວໂຫລດໄດ້ທີ່ລິ້ງທາງດ້ານລຸ່ມນີ້ ຕາມລະບົບປະຕິບັດການທີ່ຕົນເອງໃຊ້ງານຢູ່.
Android: https://play.google.com/store/apps/details?id=com.laolaw.org
iOS: https://itunes.apple.com/la/app/laolaw-read-lao-law-documents/id1125660255?mt=8

ແຫຼ່ງຂ່າວ: souliyo.com

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...