Homeຂ່າວຕ່າງປະເທດຫວຽດນາມຜະລິດເບຍໄຮ້ແອລກໍຮໍ ທາງເລືອກສຳລັບຜູ້ບໍ່ຢາກເມົາ!

ຫວຽດນາມຜະລິດເບຍໄຮ້ແອລກໍຮໍ ທາງເລືອກສຳລັບຜູ້ບໍ່ຢາກເມົາ!

Published on

 

ບໍລິສັດ ໄຊງ່ອນ ບິ່ງ ເຕິຍ ຜູ້ຜະລິດເຄື່ີອງດື່ມແອລກໍຮໍຍອດນິຍົມຢ່າງ ໄຊງ່ອນເຣດ ແລະ 333 ໄດ້ຜະລິດເບຍ

ໄຮ້ແອລກໍຮໍອອກວາງຈຳໜ່າຍ ເມື່ອວັນອາທິດ 17 ສິງຫາ 2014 ຜ່ານມານີ້ ເພື່ອເປັນທາງເລືອກໃຫ້ແກ່ບັນດາ

ຜູ້ຂັບຂີ່ຍານພາຫະນະ, ນັກກິລາ ແລະ ຜູ້ຍິງ.

 

ແຫຼ່ງຂ່າວຂອງຕ່າງປະເທດ ລາຍງານໃນວັນທີ 18 ສິງຫາ 2014 ໂດຍອ້າງຄຳກ່າວຂອງປະທານບໍລິສັດ ໄຊງ່ອນ

ບິ່ງ ເຕີຍ ທີ່ລະບຸວ່າ ເບຍໄຮ້ແອລກໍຮໍ ໃຊ້ວັດຖຸດິບໃນການຜະລິດແບບດຽວກັນກັບການຜະລິດເຄື່ອງດື່ມແອລ

ກໍຮໍຕາມປົກກະຕິຄື ບາເລ ແລະ ເຂົ້າ, ແຕ່ສະກັດເອົາທາດແອລກໍຮໍອອກ ໃນການຜະລິດຂັ້ນສຸດທ້າຍ ໂດຍຈຳ

ໜ່າຍພາຍໃຕ້ຊື່ຂອງສິນຄ້າ Sagota ໃນລາຄາກະປ໋ອງລະ 12,000 ດົງ ຫຼື ປະມານ 4,680 ກີບ ໂດຍເມື່ອທຽບ

ກັບເບຍໄຮ້ແອລກໍຮໍທີ່ນຳເຂົ້າຈາກຕ່າງປະເທດເຊັ່ນ ຈາກໂຮນລັງ ຫຼື ຈາກເຢຍລະມັນ ແມ່ນຈະມີລາຄາຈຳໜ່າຍ

ໃນຫວຽດນາມກະປ໋ອງລະ 80,000-130,000 ດົງ ຫຼື ປະມານ 31,200-50,700 ກີບ.

 

ທາງດ້ານສະມາຄົມເຄື່ອງດື່ມ – ແອລກໍຮໍ – ເບຍ ຂອງຫວຽດນາມ ໄດ້ລະບຸວ່າ ຊາວຫວຽດນາມບໍລິໂພກເບຍ

ເກືອບ 3,000ລ້ານລິດໃນປີກ່ອນ ແລະ ຫວຽດນາມເປັນປະເທດທີ່ມີອັດຕາການບໍລິໂພກເບຍສູງທີ່ສຸດໃນພູມີ

ພາກອາຊີຕາເວັນອອກສ່ຽງໃຕ້ ແລະ ຫຼາຍເປັນອັນດັບທີ 3 ໃນອາຊີ ຮອງຈາກຈີນ ແລະ ຍີ່ປຸ່ນ ໃນປີ 2012. ທາງ

ສະມາຄົມຍັງໄດ້ລະບຸອີກວ່າ ເບຍໄຮ້ແອລກໍຮໍຜະລິດຕະພັນໃໝ່ນີ້ ຈະເປັນທາງເລືອກສຳລັບຜູ້ທື່ບໍ່ຕ້ອງການດື່ມ

ສິ່ງມຶນເມົາຢູ່ໃນງານສັງສັນຕ່າງໆ.

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...