Homeຂ່າວທ້ອງຖິ່ນປະທານສະພາແຫ່ງຊາດລາວ ຕ້ອນຮັບຮອງປະທານສະພາປະຊາຊົນຈີນ

ປະທານສະພາແຫ່ງຊາດລາວ ຕ້ອນຮັບຮອງປະທານສະພາປະຊາຊົນຈີນ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນ​ທີ 4 ພຶດສະພາ 2017 ນີ້ວ່າ, ທ່ານ ​ນາງ​ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ ຂອງ​ທ່ານ ນາງ Shen Yue Yue ຮອງ​ປະທານ​ສະພາ​ປະຊາຊົນ​ຈີນ, ທັງ​ເປັນ​ປະທານສະຫະພັນ​ແມ່ຍິງ ທົ່ວ​ປະ​ເທດ​ຈີນ ພ້ອມ​ດ້ວຍຄະນະ ​ເນື່ອງ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ ​ໃນ​ລະຫວ່າງ​ວັນ​ທີ 3-6 ພຶດສະພາ ນີ້.

​ໃນ​ໂອກາດ​ດັ່ງກ່າວ, ທ່ານ ​ນາງ ປານີ ຢາ​ທໍ່​ຕູ້ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ ຕໍ່ການ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ ຂອງ​ທ່ານ ນາງ Shen Yue Yue ​ໃນ​ຄັ້ງ​ນີ້ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ  ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ອັນ​​ດີ ລະຫວ່າງປະຊາຊົນ​ສອງ​ຊາດ ​ເວົ້າ​ລວມ​ເວົ້າ​ສະ​ເພາະ ກໍ​ຄື​ສອງ​ສະພາ​ແຫ່ງ​ຊາດ ລາວ-ຈີນ ​​ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນຍິ່ງໆ​ຂຶ້ນ​ໃນ​ອະນາຄົດ.

ທ່ານ ນາງ Shen Yue Yue ກໍ​ໄດ້​ສະ​ແດງ​ຄວາມ​ຂອບອົກ​ຂອບ​ໃຈ ຕໍ່​ທ່ານ​ ນາງ ປານີ ຢາ​ທໍ່​ຕູ້ ທີ່​ໄດ້​ສະຫລະ​ເວລາ​ອັນ​ມີຄ່າ ​​ໃຫ້ການ​ຕ້ອນຮັບອັນ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ແຈ້ງ​ຈຸດປະສົງ​ຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ​ໃນ​ຄັ້ງ​ນີ້ ​ໃຫ້​ທ່ານ ​ປະທານ​ສະພາ ​ຊາບ.

ຮຽບຮຽງຂ່າວ: ທະນູ​ທອງ
ພາບປະກອບ: ຄຳ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...