Homeຂ່າວທ້ອງຖິ່ນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງ ຝ່າຍ ກັບປະທານາທິບໍດີແຫ່ງ ສ.ຟິລິບປິນ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງ ຝ່າຍ ກັບປະທານາທິບໍດີແຫ່ງ ສ.ຟິລິບປິນ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອ ວັນທີ 4 ພຶດສະພາ 2017 ທີ່ຜ່ານມາວ່າ ເນື່ອງ​​ໃນ​ໂອກາດ ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 30 ​ແລະ ກອງ​ປະຊຸມພົບ​ປະ​ອື່ນ​ໆ ທີ່ ມະນີລາ ຟີ​ລິບປິນ, ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດຖະມົນຕີ ​ແຫ່ງ ສປປ ລາວ ​​ໄດ້​ພົບ​ປະ​ສອງ​ຝ່າຍ ກັບ ​ທ່ານ ​ໂຣດຣິ​ໂກ ດູ​ເຕີ​ເຕ ປະທາ​ນາທິບໍດີ ​ແຫ່ງ ສ.ຟີ​ລິບ​ປິນ ທີ່ ມະນີ​ລາ ​ໃນ​ວັນ​ທີ 29 ​ເມສາ 2017.

         ໃນ​ການ​ພົບ​ປະ​, ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ ​ແລະ ຮ່ວມ​ມື​ທີ່​ດີ​ຂອງ​ສອງ​ປະ​ເທດ ທີ່​ສືບ​ຕໍ່​ມີ​ການ​ຂະຫຍາຍຕົວ​ເປັນ​ຢ່າງ​ດີ ​ຕະຫລອດ​ມາ; ສອງ​ຝ່າຍ ​ໄດ້​ປຶກສາ​ຫາລື​​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ ຕໍ່​ການ​ຮ່ວມ​ມື​ສອງ​ຝ່າຍ ໃນ​ອະນາຄົດ, ​ເຊິ່ງ​ເຫັນ​ດີ​ນຳ​ກັນ​ວ່າ ຈະ​​ພ້ອມ​ກັນ​ລົງ​ເລິກ​ ເພື່ອ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ໃຫ້​ມີ​ທ່າ​ເພີ່ມ​ຂຶ້ນ, ຊຸກ​ຍູ້​ນັກທຸລະກິດ ​ຂອງ​ຟີ​ລິບ​ປິນ ໄປ​ລົງທຶນ​ ຢູ່ ສປປ ລາວ ​ແລະ ອຳ​ນວຍ​ຄວາມ​ສະ​ດວກ​ ໃຫ້ຂະ​ແໜງ​ການ​ສຶກສາ-ວັດທະນະທຳ ​​ມີ​ການ​ແລ​ກປ່ຽນ ​ແລະ ຮ່ວມ​ມື​ນຳ​ກັນຫລາຍ​ຂຶ້ນ. ​ໃນ​ການ​ພົບ​ປະ​ສອງ​ຝ່າຍ​ຄັ້ງ​ນີ້, ທ່ານ​ລັດຖະມົນຕີ​​ຕ່າງປະ​ເທດ ​ແລະ ບັນດາ​ລັດຖະມົນຕີ​ ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ຝ່າຍ ກໍ​ໄດ້​ເຂົ້າ​ຮ່ວມ.

         ​ໃນ​ໂອກາດ​ດັ່ງກ່າວ, ທ່ານນາຍົກ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ນຳ​​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ ທ່ານ​ປະ​ທານ​ປະ​ເທດ ບຸນ​ຍັງ ວໍລະ​ຈິດ ​ເພື່ອ​ເຊີນທ່ານ​ປະທານາທິບໍດີ ​ໂຣດຣິ​ໂກ ດູ​ເຕີ​ເຕ ​ເດີນທາງ​ໄປ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ​ໃນ​ເວລາທີ່​ເພີ່ນ​ສະດວກ. ທ່ານປະທານາທິບໍດີ ​ໂຣດຣິ​ໂກ ດູ​ເຕີ​ເຕ ​ໄດ້​ຍິນ​ດີ​ຕອບ​ຮັບ​ຄຳ​ເຊີນ​ ໄປ​ຢ້ຽມຢາມ ສປປ ລາວ ​ແລະ ຈະ​ນຳພາ​ເອົາ​ບັນດາ​ນັກ​ທຸລະ​ກິດ​ຊັ້ນ​ນຳ​ຂອງ​ຟີ​ລິບ​ປິນ ​ເດີນທາງ​ໄປ​ນຳ.

         ສປປ ລາວ ​ແລະ ສ.ຟີ​ລິບ​ປິນ ມີ​ມູນ​ເຊື້ອ​ການ​ພົວພັນ​ທີ່​ດີ​ຕໍ່​ກັນ ​ຕະຫລອດ​ມາ. ​ໃນ​ຊຸມ​ປີ​ຫລັງ​ນີ້, ການ​ພົວພັນ​ຮ່ວມ​ມື​ນຳ​ກັນ ຍິ່ງ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ,​​ ເຊິ່ງ​ເຫັນ​ໄດ້​ຈາກ ທັງ​ທາງ​ລັດຖະການ ​ແລະ ປະຊາຊົນ​ຂອງສອງ​ປະ​ເທດ ​ໄດ້​ມີ​ການ​ໄປມາຫາສູ່​ກັນ​ ຢ່າງ​ເປັນ​ປົກກະຕິ, ຊາວ​ຟີ​ລິບ​ປິນ​ໄດ້​ມາ​ເຮັດ​ວຽກ ​ແລະ ທ່ອງ​ທ່ຽວຢູ່ ສປປ ລາວ ນັບ​ມື້​ນັບ​ຫລາຍ​ຂຶ້ນ, ​ເຊິ່ງອັນ​ນີ້ ​ແມ່ນ​ໄດ້​ເປັນ​ພື້ນຖານ​ອັນ​ດີ ໃຫ້​ແກ່​ການ​ຂະຫຍາຍ​ສາຍ​ພົວພັນ​ຂອງ​ສອງ​ປະ​ເທດ ​ໃນ​ຕໍ່ໜ້າ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...